ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວົງ IBU ຫລື Inspired By U: Like Water To The Sea


IBU (Inspired By U)
IBU (Inspired By U)

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ
ຄ່ຳ​ຄືນ​ນີ້​ ທາງ​ເຮົາຈະນຳ​ສະ​ເນີເພງ​ແນວ Pop-R&B
ຂອງ​ກຸ່ມນັກ​ຮ້ອງອະ​ເມຣິກັນ​ເຊື້ອສາຍ​ເອ​ເຊັຽ​ຄື ວົງ IBU
(Inspired By U),​ TommyChanthasene ກໍຄືນຶ່ງ​
ໃນ​ສະມາຊິກທີ່​ເປັນ​ຄົນ​ລາວ​ອະ​ເມຣິກັນ ທີ່​ມີ​ຄວາມ
ສາມາ​ດພິ​ເສດ​ທັງ​ຮ້ອງ​ທັງ​ແຕ່ງ​ເພງ​ນຳ ຊຶ່ງວັນນະ​ສອນ​
ຂໍແນະນຳ​ເພງ “Like Water To The Sea”
ທີ່ມີເນື້ອໃນວ່າ"ເຈົ້າ​ຊ່າງ​ມີ​ຄວາມສຳຄັນຫຼາຍ​
ຕໍ່ຊີວິດຂ້ອຍ ປຽບດັ່ງ​ນ້ຳ​ມີຄວາມສຳຄັນຕໍ່​ທະ​ເລ" ​
ຟັງ​ແລ້ວ​ຫວານເປັນ​ທີ່​ສຸດ …ຫວັງ​ວ່າ​ທ່ານ​ຜູ້​ຟັງ
ກໍ​ຄົງ​ມີ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ
ຂໍ​ມອບ​ໃຫ້​ທຸກ​ຄູ່​ທີ່​ຮັກ​ກັນ​ຫວານ​ແຫວວ.


ເພງ: “Like Water To The Sea”

ນັກ​ຮ້ອງ​ນັກ​ດົນ​ຕຣີອະ​ເມຣິກັນ​ເສື້ອ​ສາຍ​ເອ​ເຊັຽນັ້ນ ກໍ​ມີ​ຈຳນວນຫຼາຍສົມຄວນ
ຢູ່ໃນວົງ​ການ​ເພງ​ອະ​ເມຣິກັນ, ແຕ່​ສ​ເພາະທີ່​ເປັນ​ຄົນ​ລາວເອງ​ນັ້ນ​ກໍ​ຍັງ​ມີ​ຫນ້ອຍ​
ແລະ​ສຳ​ຫຼັບTommy Chanthasene ຖື​ວ່າ​ໄຕ່​ເຕົ້າ​ຂຶ້ນ​ມາ​ສູງ​ພໍ​ສົມຄວນ​
ໃນ​ວົງ​ການເພງອະ​ເມຣິກັນ ຄື​ເພງ​ຂອງ​ກຸ່ມ IBUໄດ້ຮັບລາງວັນໃນປີ 2005
ໃນຖານະທີ່ເປັນວົງ R&B ຂອງ ເທດສະການເພງ​ນາໆ​ຊາດ​ໃນ New York
International Music Festivalແລະລາງວັນອື່ນໆອີກຫຼານ​ອັນ ສິ່ງເດັ່ນ
ອີກອັນນຶ່ງຂອງວົງ IBU ກໍຄືການຮ້ອງເພງຊາດອະເມຣິກັນປະກອບສວ່ນ
ໃນການເປີດງານຂອງກິລາBaseball ຂອງຄນະ White Soxທີ່ Chicago,
Illinois ຕັ້ງແຕ່ປີ 2005-2009 ຖືວ່າສູງສຸດສຳຫຼັບຄົນເອເຊັຍທີ່ຮ້ອງເພງ
ຊາດອະເມຣິກັນໃນງານສຳຄັນເຊັ່ນນີ້. ​ຜູ້ທີ່ຖືກເລືອກໃຫ້ຮ້ອງເພງຊາດອະເມຣິກັນນັ້ນ
ສວ່ນ​ໃຫ່ຽ​ແລ້ວຈະ​ເປັນ​ດາຣາດັງ​ແລະນັກ​ຮ້ອງ​ທີ່​ມີ​ຄຸນ​ນະພາ​ບສູງ​, ເດັ່​ນໆ​ແລະຮ້ອງສຽງດີ
ເປັນທີ່ສຸດແທ້ໆ ເອົາໄປຟັງເພງຂອງ IBU ອີກຕື່ມເພງນຶ່ງ 911 ຊຶ່ງເພງນີ້ Tommy
Chanthasene ເປັນຄົນແຕ່ງແລະຮ້ອງນຳຕາມເຄີຍ… ເຊີນຮັບຟັງໄດ້…

ເພງ: “911”

ວັນນະສອນຂໍມອບເພງ ຫວານໆດ່ັງຊື່ຂອງເພງນີ້ ຂອງ​ວົງ IBU ອີກຕື່ມເພງນຶ່ງ ຄື
Candy Cane ເພື່ອປິດທ້າຍລາຍການແລະທາງເຮົາຈະນຳບົດສຳພາດກັບວົງ
IBU ມາຝາກທ່ານຜູ້ຟັງໃນ​ໂອກາດຕໍ່ໄປ ແລະຂໍຝາກຜົນງານເພງຂອງ ກຸ່ມ IBU
ໄວ້ກັບທ່ານຜູ້ຟັງດ້ວຍ ເພື່ອເປັນກຳລັງໃຈແລະສົ່ງເສີມໃຫ້ພວກເຂົາມີຜົນງານດີໆ
ໃຫ້ພວກເຮົາທົ່ວໂລກໄດ້ຟັງກັນແລະຖ້າ​ທ່ານ​ໃດ​ສົນ​ໃຈ​ເພງ​ຂອງ​ພວກ​ເຂົາ IBU ​
ແລ້ວ​ນັ້ນ​ທ່ານ​ສາມາດຫາຊື້ໄດ້ໃນຮ້ານຂາຍ​ເພງ​ທົ່ວ​ໄປແລະ​ຈະ​ສັ່ງ​ຊື້ທາງ ITune ກໍ​ໄດ້.

ຂໍໃຫ້ທຸກໆ​ທ່ານ​ນອນ​ລັບ​ຝັນ​ຫວານ​ແລະ​ພົບ​ກັນ​ໃຫມ່​ໃນ​ສັບປະດາ​ຫນ້າ.

ເພງ: “Candy Cane”

XS
SM
MD
LG