ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະ​ເທດອີຣ່ານ ກ່າວວ່າ ການລົງໂທດ ຕໍ່ອີຣ່ານ ຈະຖືກຍົກເລີກ ໃນວັນເສົາມື້ນີ້


ບັນດາເຈົ້າໜ້າທີ່ IAEA ແລະພະນັກງານນິວເຄລ ອີຣ່ານ ກຳລັງກວດສອບເບິ່ງແຮ່ທາດຢູເຣນຽມ.
ບັນດາເຈົ້າໜ້າທີ່ IAEA ແລະພະນັກງານນິວເຄລ ອີຣ່ານ ກຳລັງກວດສອບເບິ່ງແຮ່ທາດຢູເຣນຽມ.

ລັດຖະມົນຕີຕ່າງປະ​ເທດອີຣ່ານ ທ່ານ Javad Zarif ກ່າວ​ວ່າ
ການ​ລົງ​ໂທດ​ຂອງສາກົນ​ຕໍ່ອີຣ່ານຈະ​ຖືກ​ຍົກ​ເລີກ​ໃນ​ວັນ​ເສົາ​ມື້​
ນີ້ ​ເວລາອົງການ​ພະລັງງານປະ​ລະມານູ​ສາກົນຫຼື IAEA ອອກ​
ລາຍ​ງານ​ ຄັ້ງ​ສຸດທ້​າຍກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍຂອງ​ເຕຫະ
ຣ່ານ.

ທ່ານ Zarif ​ໄດ້​ກ່າວ​ຕໍ່ອົງການ​ຂ່າວ​ ISNA ຂອງ​ອີຣ່ານ ຫຼັງ​ຈາກ
ໄປ​ເຖິງ​ນະ​ຄອນ Vienna ປະ​ເທດອອສ​ເຕຣຍວ່າ “ມື້​ນີ້ ​ເປັນ​ມື້​ດີ ​
ສຳລັບ​ປະຊາຊົນອີຣ່ານ ​ແລະ​ການ​ລົງ​ໂທດ​ຈະ​ຖືກ​ຍົກ​ເລີກ​ໃນ​ມື້
​ນີ້” ທ່ານ​ Zarif ກ່າວ​ເ​ພີ້​ມອີກວ່າ “ມັນ​ຍັງ​ເປັນ​ມື້​ດີ​ສຳ​ລັບ​ຂົງ​ເຂດ
ນຳ​ດ້ວຍ.”

ຫົວໜ້າ​ນັກ​ການ​ທູດ​ອີຣ່ານ​ໄດ້​ພົບ​ປະ​ກັບ​ຜູ້​ຕາງໜ້າ​ຂັ້ນ​ສູງຂອງສະຫະ ພາບ​ຢູ​ໂຣບ ທ່ານ
ນາງ Federica Mogherini ກ່ຽວ​ກັບ​ການຈັດຕັ້ງ ປະຕິບັດຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ.

ຫລັງ​ຈາກ​ນັ້ນ ທ່ານ Zarif ​ແລະ​ທ່ານ​ນາງ Mogherini ກໍຈະ​ພົບ​ປະກັບລັດຖະມົນຕີຕ່າງ
ປະ​ເທດສະຫະລັດທ່ານ Jonh Kerry ​ແລະ​ຄາດວ່າ​ບຸກຄົນ​ທັງ​ສາມຈະ​ອອກ​ຖະແຫຼງການ
​ຮ່ວມ​ສະບັບ​ນຶ່ງ.

ມີ​ການ​ຄາດ​ກັນ​ວ່າ ອົງການ IAEA ​ຈະ​ປະກາດຢ່າງ​ເປັນ​ທາງ​ການ​ ໃນໄວໆ​ນີ້​ວ່າ ອີຣ່ານ
ໄດ້​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ ໃນ​ການ​ຫຼຸດຜ່ອນ​ໂຄງການ​ນິວ​ເຄລຍຂອງ​ຕົນຫຼືບໍ່​ເພື່ອ
​ແຜ້ວທາງໄປ​ສູ່ການ​ຍົກ​ເລີກ​ການ​ລົງ​ໂທດ​ຂອງສາ​ກົນ.

ສາທາລະນະ​ລັດ​ອິສລາມອີຣ່ານ​ແລະ​ບັນດາປະ​ເທດ​ມະຫາ​ອຳນາດຂອງໂລກໄດ້​ລົງນາມ
​ໃນ​ຂໍ້​ຕົກລົງ​ນິວ​ເຄລຍເມື່ອ​ເດືອນ​ກໍລະກົດ​ປີແລ້ວ​ ຊຶ່ງພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວເຕຫະຣ່ານ ຈະ​ຫລຸດຜ່ອນການ​ກັ່ນ​ທາດ​ຢູ​ເຣນຽມແລະ​ອະນຸຍາດ​ໃຫ້​ມີ​ການ​ກວດກາເພື່ອແລກປ່ຽນ​ກັບ
​ການຍົກ​ເລີກ ການ​ລົງ​ໂທດ.

ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Mark Toner ກ່າວ​ວ່າ ການ​ປະຊຸມຢູ່​ທີ່ນະ
ຄອນ Vienna ​ແມ່ນ​ສອດຄ່ອງ ກັບ​ແຜນການ​ປະຕິ ບັດງານ​ຮ່ວມ​ຂອງ​ຂໍ້​ຕົກລົງ​.

IAEA Iran Nuclear
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG