ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ພະລັງງານປະລະມະນູສາກົນ ຈະລາຍງານ ສະຖານະການດ້ານນິວເຄລຍ ຢູ່ໃນຢູເຄຣນ ຕໍ່ສະພາຄວາມໝັ້ນຄົງ ສປຊ


ແຟ້ມພາບ – ພາບມຸມມອງຂອງໂຮງໄຟຟ້າພະລັງງານນິວເຄລຍ ຊາໂປຣີສເຊຍ ທີ່ຖືກຄວບຄຸມໂດຍຣັດເຊຍ, ຊຶ່ງບັນດາຄະນະສະມາຊິກນັກຊ່ຽວຊານ ຂອງອົງການພະລັງງານປະລະມະນູສາກົນ (IAEA) ໄດ້ເດີນທາງໄປຢ້ຽມຢາມ.
ແຟ້ມພາບ – ພາບມຸມມອງຂອງໂຮງໄຟຟ້າພະລັງງານນິວເຄລຍ ຊາໂປຣີສເຊຍ ທີ່ຖືກຄວບຄຸມໂດຍຣັດເຊຍ, ຊຶ່ງບັນດາຄະນະສະມາຊິກນັກຊ່ຽວຊານ ຂອງອົງການພະລັງງານປະລະມະນູສາກົນ (IAEA) ໄດ້ເດີນທາງໄປຢ້ຽມຢາມ.

ຫົວໜ້າອົງການສິ້ງຊອມດ້ານນິວເຄລຍຂອງສະຫະປະຊາຊາດ ມີກຳນົດທີ່ຈະເປີດເຜີຍບົດລາຍງານ ໃນວັນອັງຄານມື້ນີ້ ກ່ຽວກັບສະຖານະການຄວາມປອດໄພແລະຄວາມໝັ້ນຄົງດ້ານນິວເຄລຍ ຢູ່ໃນຢູເຄຣນ ຫຼັງຈາກທີ່ທີມງານຂອງທ່ານ ໄດ້ໄປຢ້ຽມຢາມ ເພື່ອກວດກາເບິ່ງໂຮງໄຟຟ້າພະລັງ​ງານນິວເຄລຍ ໃນເມືອງຊາໂປຣີສເຊຍ ທາງພາກໃຕ້ຂອງຢູເຄຣນ ແລ້ວ.

ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມະນູສາກົນ ຫຼື IAEA ທ່ານຣາຟາແອລ ກຣອສຊີ ຍັງຈະລາຍງານໂດຍຫຍໍ້ ແກ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການພົບເຫັນຕ່າງໆຂອງທີມງານທ່ານ ອີງຕາມການກ່າວຂອງອົງ​ການ IAEA.

ບັນດາຜູ້ກວດກາຂອງ IAEA ໄດ້ເດີນທາງໄປຮອດໂຮງໄຟຟ້າ ຊາໂປຣີສເຊຍ ໃນວັນທີ 1 ກັນຍາ ແລະໄດ້ໃຊ້ເວລາຫຼາຍວັນເພື່ອປະເມີນຄວາມເສຍຫາຍຢູ່ສະຖານທີ່ແຫ່ງນີ້ ວ່າ ວຽກງານລະບົບດ້ານຄວາມປອດໄພ ແລະຄວາມໝັ້ນຄົງດີປານໃດ ແລະສະພາບການສຳລັບພວກພະນັກງານປະຈຳໂຮງໄຟຟ້າ ທີ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ ນັບຕັ້ງແຕ່ຕອນຕົ້ນໆຂອງວັນທີ່ຣັດເຊຍໄດ້ບຸກລຸກເຂົ້າໄປໃນຢູເຄຣນ.

ທັງຣັດເຊຍແລະຢູເຄຣນ ຕ່າງກໍກ່າວຫາຊຶ່ງກັນແລະກັນຕໍ່ຄວາມຮັບຜິດຊອບສຳ ລັບການຍິງປືນໃຫຍ່ ໃສ່ບໍລິເວນໃກ້ໂຮງໄຟຟ້າດັ່ງກ່າວ. ການໂຈມຕີຕ່າງໆໄດ້ເຮັດໃຫ້ນາໆຊາດມີຄວາມເປັນຫ່ວງ ກ່ຽວກັບໄພພິບັດດ້ານນິວເຄລຍ ທີ່ອາດຈະເກີດຂຶ້ນໄດ້.

ອົງການ IAEA ໄດ້ກ່າວວ່າ ນັກຊ່ຽວຊານຂອງຕົນສອງຄົນ ຍັງຢູ່ທີ່ໂຮງໄຟຟ້າຕໍ່ໄປ ເພື່ອ “ຕິດຕາມເບິ່ງສະຖານະການຢູ່ທີ່ນັ້ນ ແລະສະໜອງການປະເມີນຜົນທີ່ເປັນອິດສະຫລະ.”

ບໍລິສັດລັດວິສາຫະກິດ ໂຮງໄຟຟ້ານິວເຄລຍຂອງຢູເຄຣນ ໄດ້ກ່າວ ໃນວັນຈັນວານນີ້ ວ່າ ໂຮງໄຟຟ້າຊາໂປຣີສເຊຍ ໄດ້ຕັດການສົ່ງກະແສໄຟຟ້າຍ້ອນການຍິງໂຈມຕີຂອງຣັດເຊຍ.

“ມື້ນີ້ ຂະນະຜົນຂອງໄຟໄໝ້ທີ່ເກີດຍ້ອນການຍິງປືນໃຫຍ່ໂຈມຕີນັ້ນ ສາຍສົ່ງກະແສໄຟຟ້າ (ທີ່ທຳງານຢູ່ແຫ່ງສຸດທ້າຍ) ກໍໄດ້ຖືກຕັດ” ນັ້ນແມ່ນຖະແຫລງ ການຂອງບໍລິສັດ Energoatom ທີ່ຖືກນຳລົງສື່ສັງຄົມທີ່ເອີ້ນວ່າ Telegram.

ສ່ວນລັດຖະມົນຕີກະຊວງພະລັງງານຂອງຢູເຄຣນ ທ່ານເຈີແມນ ກາລູສເຊັງໂກ (German Galushchenko) ໄດ້ກ່າວຜ່ານທາງເຟສບຸກ ວ່າ ບໍລິສັດ Energoatom ບໍ່ສາມາດທຳການສ້ອມແປງໄດ້ ໃນຂະນະທີ່ການສູ້ລົບກັນຍັງຮຸນແຮງຢູ່ອ້ອມແອ້ມສະຖານທີ່ແຫ່ງນີ້.

ອົງການ IAEA ໄດ້ກ່າວວ່າ ຢູເຄຣນ ໄດ້ແຈ້ງໃຫ້ອົງການຊາບວ່າ ສາຍສົ່ງໄຟຟ້າສຳຮອງຂົງໂຮງໄຟຟ້າ ບໍ່ໄດ້ຮັບຄວາມເສຍຫາຍ ແລະວ່າ ພວກນັກຊ່ຽວຊານຂອງຢູເຄຣນ ມີແຜນທີ່ຈະເຊື່ອມຕໍ່ສາຍໄຟຟ້າ ໃນບໍ່ເທົ່າໃດວັນຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG