ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອົງການ ຄຸ້ມ​ຄອງ​ນິວ​ເຄລຍ ສປຊ ຈະ​​ປິດການ​ສືບສວນ ກ່ຽວກັບ ໂຄງການນິວເຄລຍ ອີຣ່ານ


ບັນດາພະນັກງານອີຣ່ານ ຢູ່ບ່ອນຜະລິດທາດ uranium ນອກເມືອງ Isfahan ຢູ່ທາງໃຕ້ຂອງນະຄອນ Tehran.
ບັນດາພະນັກງານອີຣ່ານ ຢູ່ບ່ອນຜະລິດທາດ uranium ນອກເມືອງ Isfahan ຢູ່ທາງໃຕ້ຂອງນະຄອນ Tehran.

ອົງການຄຸ້ມ​ຄອງ​ນິວ​ເຄລຍ ສະຫະ​ປະຊາ​ຊາດ ຄາ​ດວ່າ ​ໃນວັນ​
ອັງຄານ​ມື້​ນີ້ ຈະປິດການ​ສືບສວນທີ່​ດຳ​ເນີນ​ມາ​ເປັນ​ເວລາ​ກວ່າ
​ນຶ່ງ​ທົດ​ສະ​ວັດຢ່າງ​ເປັນ​ທາງ​ການ ກ່ຽວ​ກັບການ​ກ່າວ​ຫາ​ວ່າ
ອີຣ່ານຄັ້ງ​ໜຶ່ງເຄີຍ​ໄດ້​ດຳ​ເນີນ​ງານ​ເພື່ອ​ສ້າງ​ວ​ອາວຸດ​ນິວ​ເຄລຍ.

ຫົວໜ້າ ອົງການ​ພະລັງງານປະ​ລຳ​ມະນູ​ສາກົນ ຫລື IAEA
ທ່ານ Yukiya Amano ກຳລັງ​ສະ​ເໜີ​ລາຍ​ງານ​ຂັ້ນສຸດ​ທ້າຍ​
ດັ່ງກ່າວ ​ແກ່ຄະນະ​ກຳມະການ ອົງການ IAEA. ການ​ເຄື່ອນ
​ໄຫວ​ນີ້ ​ແມ່ນ​ເປັນສ່ວນ​ນຶ່ງຂອງແຜນ​ນຳ​ທາງ​ໃຫ້ແກ່ອົງການ

IAEA ​ແລະ​ອີຣ່ານ ຕົກລົງກັນໃນເດືອນ​ກຳລະ​ກົດທີ່​ຜ່ານ​ມາ
​ເພື່ອ​ແກ້​ໄຂຄຳ​ຖາມທີ່​ຍັງ​ຄ້າງ​ຄາ​ຕ່າງໆ ​ໃນ​ການສືບສວນ​ອັນ​ຍາວ​ນານ ທີ່ຮວມ​ທັງການ​
ຕິຕຽນ​ຂອງອົງການດັ່ງກ່າວ ຊໍ້າ​ແລ້ວ​ຊໍ້າ​ອີກທີ່​ວ່າ ອີຣ່ານບໍ່​ໄດ້​ສະໜອງ ໃຫ້ອົງການ​ເຂົ້າ​
ໄປ​ເບິ່ງບ່ອນ​ຕ່າງໆ​ຢ່າງ​ເປັນ​ທີ່​ເໝາະ​ສົມ.

ລາຍ​ງານຂອງ​ອົງການ IAEA ​ໃນ​ຕອນ​ຕົ້ນ​ເດືອນ​ນີ້ ກ່າວ​ວ່າ ທາງອົງການ ​ໄດ້​ສະຫລຸບ​
ວ່າ ອີຣ່ານ ​ໄດ້​ດຳ​ເນີນ “ກິດຈະການ​ຫລາຍ​ລະດັບ ທີ່​ພົວພັນ​ກັບ​ການ​ພັດທະນາ​ເຄື່ອງ​
ລະ​ເບີດ​ນິວ​ເຄລຍ” ສ່ວນ​ໃຫຍ່​ກ່ອນ​ປີ 2003. ລາຍງານ​ກ່າວ​ວ່າ ບັນດາ​ກິດຈະການ​
ເຫລົ່າ​ນັ້ນ ບໍ່​ໄດ້ເກີ​ນ​ໄປ​ກວ່າ ການ​ສຶກສາຄົ້ນຄວ້າ​ດ້ານ​ວິທະຍາສາດ ​ແລະ​ຕ້ອງການ
​ເພື່ອ​ໃຫ້​ໄດ້​ມາຊຶ່ງ “​ເທັກ​ນິກທີ່​ແນ່ນ​ອນແລະ​ສະມັດ ​ຖະພາບບາງ​ຢ່າງ.”

ອີຣ່ານ ​ໄດ້​ເນັ້ນ​ໜັກ​ມາ​ຕະຫລອດ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ​ແມ່ນ​ມີ​ຈຸດປະ ສົງໃນ
ທາງ​ສັນ​ຕິ ​ແລະ​ບໍ່​ໄດ້ແນ​ໃສ່ເພື່ອສ້າ​ງອາວຸດ.

ອີ​ຣ່ານ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຣະມັນ ​ເພື່ອ​
ຕັດ​ກິດຈະການ​ນິວ​ເຄລຍຂອງ​ຕົນ ​ໃນ​ການ​ແລກປ່ຽນກັບ​ການ​ຜ່ອນຜັນ ການ​ລົງ​ໂທດ
ທີ່​ຕົນຕ້ອງການທີ່​ສຸດນັ້ນ. ພາກ​ສ່ວນນຶ່ງ​ຂອງ​ຂໍ້​ຕົກລົງ​ດັ່ງກ່າວກໍ​ຄື ​ໃຫ້​ອົງການ IAEA
ຍຸຕິ​ການ​ສືບສວນ ​ແລະ​ຢັ້ງຢືນ​ວ່າ ອີຣ່ານ ​ໄດ້ໃຫ້ການ​ຮ່ວມ​ມື ກ່ອນ​ການ​ລົງ​ໂທດທີ່ໄດ້
ມີຕໍ່ເຕຫະຣານ ​ຍ້ອນ​ມີການ​ກ່າວ​ຫາວ່າ​ອີຣ່ານພົວພັ​ນ ກັບ​ກິດຈະການ​ນິວ​ເຄລຍນັ້ນ
ຈະ​ຖືກ​ຍົກ​ເລີກ.

XS
SM
MD
LG