ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ IAEA ລະບຸວ່າ ​ເກົາຫຼີ​ເໜືອ ​ເບິ່ງຄື​ວ່າ ​ຈະເລີ້ມກິດຈະການ ຄືນ​ໃຫມ່ ທີ່ Yongbyon


ພາບຈາກ GeoEye ສະແດງໃຫ້ເຫັນ ໂຮງໄຟຟ້າ ນິວເຄລຍ Yongbyon, ເກົາຫຼີເໜືອ.
ພາບຈາກ GeoEye ສະແດງໃຫ້ເຫັນ ໂຮງໄຟຟ້າ ນິວເຄລຍ Yongbyon, ເກົາຫຼີເໜືອ.

ອົງການຄຸ້ມ​ຄອງ​ນິວ​ເຄລຍຂອງ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ​ເກົາຫຼີ​ເໜືອ ​ເບິ່ງຄື​ວ່າ ​ໄດ້ເປີດ​ໂຮງ​ກັ່ນ​ທາດ Plutonium ຂອງ​ຕົນຄືນ​ໃຫມ່ ຊຶ່ງ​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ປະ​ເທດ​ຄອມ​ມຸຍນິສ ກຳລັງຂະຫຍາຍ​ຄວາມພະຍາຍາມໃນ​ການ​ຜະລິດ​ອາວຸດ​ນິວ​ເຄລຍຂອງ​ຕົນ​ນັ້ນ.

ອົງການ​ພະລັງງານພະລັງ​ງານປະລະມະ​ນູສາກົນ ຫຼື IAEA ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຫຼັກ​ຖານ​ທາງ​ດາວ​ທຽ​ມ ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາ​ຫຼີ​ເໜືອ​ເບິ່ງ​ຄື​ວ່າ ​ໄດ້ເລີ້ມ​ກິດຈະການຄືນໃໝ່​ທີ່​ໂຮງ​ໄຟຟ້າ​ Yongbyon ​ເພື່ອ​ຈະ​ກັ່ນທາດ Plutonium ຈາກ​ທ່ອນ​ເຊື້ອ​ໄຟນິວ​ເຄລຍ ທີ່​ໃຊ້​ແລ້ວນັ້ນ.

ຂໍ້​ມູນ​ຕ່າງໆເຫລົ່ານີ້ແມ່ນ​ຖືກຕ້ອງ​ກັບ​ຫຼັກ​ຖານ​ທີ່​ພົບ​ເຫັນ ​ໂດຍ​ເວັບ​ໄຊ 38 North ຊຶ່ງ​ເປັນ website ທີ່​ໄດ້​ຕິດຕາມ​ເບິ່ງຂອງ​ສະຫະລັດ ຊຶ່ງ​ໄດ້​ລາຍ​ງານ​ໃນ​ເດືອນ​ເມສາຜ່ານ​ມາ​ນີ້ວ່າ ໄດ້​ເຫັນ​ຄວັນຈາກຫ້ອງ​ທີ່​ເປັນ​ແຫ່ງຜະລິດຫຼັກ ຂອງ​ໂຮງ​ໄຟຟ້າ Yongbyon.

ຫົວໜ້າ​ຂອງອົງການ​ IAEA ທ່ານ Yukiya Amano ກ່າວ​ວ່າ ​ເພາະວ່າ​ອົງການ​ດັ່ງກ່າວ​ ບໍ່​ມີ​ຄະນະ​ສັງ​ເກດ​ການ ​ໃນ​ເກົາຫຼີ​ເໜືອ ຊຶ່ງ​ບໍ່​ສາມາດ​ຮູ້​ໄດ້​ຢ່າງແນ່ນອນ​ກ່ຽວ​ກັບ​ກິດຈະກຳ​ຕ່າງ​ໆ ຂອງ​ເກົາຫຼີເໜືອ​.​

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG