ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ IAEA ກ່າວ​ວ່າ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຂອງ​ຢູ​ເຄ​ຣນ ຖືກ​ຕັດ​ໄຟ ຫຼັງ​ຈາກ​ການ​ຍິງ​ໂຈມ​ຕີ


ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ທ່າມ​ກາງ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 11 ກັນ​ຍາ 2022.
ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ທ່າມ​ກາງ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 11 ກັນ​ຍາ 2022.

ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ຫຼື IAEA ກ່າວ​ວ່າ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຊາ​ໂປ​ຣິ​ສ​ເຊຍ ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ຢູ​ເຄ​ຣນ​ ໄດ້​ຖືກ​ຕັດ​ຂາດ​ຈາກ​ລະ​ບົບໄຟ​ຟ້າ​ ທີ່ຈາກ​ທາງນອກ​ທັງ​ໝົດ ຫຼັງ​ຈາກ​ໄດ້​ມີ​ການ​ຍິງປືນ​ໃຫຍ່​ໂຈມ​ຕີຢ່າງ​ໜັກເມື່ອ​ຄືນ​ແລ້ວນີ້ ແລະ​ໄດ້​ຮັບໄຟ​ຟ້າ ຈາກ​ຈັກ​ແລ່ນ​ກາ​ຊວນ​ສຸກ​ເສີນ ຢູ່​ທີ່​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ.

​ບໍ​ລິ​ສັດອີ​ເນີ​ໂກ​ອາ​ຕອມ ຊຶ່ງ​ເປັນ​ຜູ້​ບໍ​ລິ​ຫານ​ງານ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຊາ​ໂປ​ຣິ​ສ​ເຊຍ ໄດ້​ຖິ້ມ​ໂທດ​ໃສ່​ການ​ຍິງ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍ​ໄຟ​ແລະ​ສະ​ຖາ​ນີ​ຈ່າຍ​ໄຟ. ແຕ່​ຣັດ​ເຊຍ​ໄດ້​ຖິ້ມ​ໂທດ​ໃສ່​ຝ່າຍ​ຢູ​ເຄ​ຣນ.

ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ງານອະ​ວຸ​ໂສ​ຂອງ​ຢູ​ເຄ​ຣນ ​ແຈ້ງ​ໃຫ້​ພວກ​ນັກ​ຊ່ຽວ​ຊານ​ຊາບ ກ່ຽວ​ກັບ​ຮ່ອງ​ຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ ​ເຖິງ​ຄວາມ​ເສຍ​ຫາຍ​ຂອງ​ສາຍ​ໄຟ​ຟ້າ “ຢູ່​ 2 ບ່ອນ​ ປະ​ມານ 50 ຫາ 60 ກິ​ໂລ​ແມັດ​ຫ່າງ​ຈາກ​ໂຕ​ໂຮງ​ໄຟ​ຟ້າ ໃນ​ດິນ​ແດນ​ທີ່​ຢູ​ເຄ​ຣນ​ຄວບ​ຄຸມ.” ການ​ສ້ອມ​ແປງ​ຢູ່ບ່ອນ​ນຶ່ງ​ທີ່​ໄດ້​ຮັບ​ຄວາມ​ເຫ​ຍ​ຫາຍ ກຳ​ລັງ​ດຳ​ເນີນ​ຢູ່.

ຜູ້​ອຳ​ນວຍ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ທ່ານ​ຣາ​ຟາ​ແອ​ລ ກ​ຣັອ​ສ​ຊີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ເຫດ​ການ​ດັ່ງ​ກ່າວແມ່ນ “ໜ້າ​ເປັນ​ຫ່ວງ​ທີ່​ສຸດ” ແລະ “ອີກ​ເທື່ອ​ນຶ່ງ​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຫຼໍ່​ແຫຼມ​ ແລະ​ບໍ່​ໝັ້ນ​ຄົງ​ຂອງ​ສະ​ຖາ​ນະ​ການ.” ທ່າ​ນ​ພວມ​ເຮັດ​ວຽກ​ຮ່ວມ​ກັບ​ທັງ​ສອງ​ຝ່າຍ ເພື່ອ​ຈັດ​ຕັ້ງ​ເຂດ​ປອດ​ທະ​ຫານ​ສຳ​ລັບ​ຄຸ້ມ​ຄອງ​ບໍ​ລິ​ເວນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ.

ທ່ານ​ກ່າວ​ວ່າ “ມາດ​ຕະ​ການ​ເຫຼົ່າ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ​ທາງ​ດ້ານ​ນິວ​ເຄ​ລຍ ຢູ່​ທີ່​ໂຮງ​ໄຟ​ຟ້າ. ການ​ຈັດ​ຕັ້ງ​ຄວາມ​ປອດ​ໄພ​ທາງ​ດ້ານ​ນິວ​ເຄ​ລຍ ແລະ​ເຂດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຮີບດວນ.”

ໃນ​ອີກ​ດ້ານ​ນຶ່ງນັ້ນ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ກ່າວວ່າ ຄະ​ນະ​ກວດ​ກາ​ພວມ​ສືບ​ສວນ​ເບິ່ງ​ການ​ກ່າວ​ອ້າງ​ຂອງ​ຣັດ​ເຊຍ ທີ່​ວ່າ​ຢູ​ເຄ​ຣນ​ພວມ​ກະ​ກຽມ​ທີ່​ຈະ​ໃຊ້​ລະ​ເບີດ​ກຳ​ມັນ​ຕະ​ພາບ​ລັງ​ສີ ​ຫຼື dirty bomb ແຕ່ບໍ່​ໄດ້​ພົບ​ຮ່ອງ​ຮອຍ​ໃດໆ ກ່ຽວ​ກັບ​ກິດຈະ​ກຳ​ທາງ​ດ້ານ​ນິວ​ເຄ​ລຍ​ທີ່​ບໍ່​ໄດ້​ມີ​ການ​ປະ​ກາດແລະ​ວັດ​ຖຸ​ນິວ​ເຄ​ລຍ ຢູ່​ໃນ​ສະ​ຖານ​ທີ່ 3 ແຫ່ງ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ໄປ​ກວດ​ເບິ່ງ.

ຢູ​ເຄ​ຣນ​ໄດ້​ປະ​ຕິ​ເສດ​ຢ່າງ​ແຂງ​ຂັນ ຕໍ່​ການ​ກ່າວ​ຫາ​ຂອງ​ຣັດ​ເຊຍ​ທີ່​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ບີບ​ຄະ​ນວນ​ໃຫ້​ລະ​ເບີດ​ກຳ​ມັນ​ຕະ​ພາບ​ລັງ​ສີ​ແຕກ​ຂຶ້ນ ຢູ່​ໃນ​ດິນ​ແດນ​ຂອງ​ຕົນ ແລະ​ໄດ້​ກ່າວ​ຫາ​ຣັດ​ເຊຍ​ວ່າ ວາງ​ແຜນ​ທີ່​ຈະ​ໃຊ້​ການ​ຂົ່ມ​ຂູ່​ເພື່ອ​ນຳ​ໃຊ້​ລະ​ເບີດ ທີ່​ເສີມ​ດ້ວຍ​ວັດ​ຖຸ​ນິວ​ເຄ​ລຍ ເພື່ອ​ເປັນ​ຂໍ້​ອ້າງ ສຳ​ລັບ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG