ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ IAEA ກ່າວວ່າ ອີຣ່ານ ຜະລິດ Heavy Water ເກີນ “ຂອບເຂດຈຳກັດ”


ຂ້າງນອກຂອງສະຖານທີ່ຜະລິດ heavy water ໃນເມືອງ Arak, ຂອງອີຣ່ານ, ຕັ້ງຢູ່ກ້ຳຕາເວັນຕົກສຽງໃຕ້ ຫ່າງຈາກ ນະຄອນຫຼວງເຕຫະຣ່ານ 360 ກິໂລແມັດ, ວັນທີ 27 ຕຸລາ 2004.
ຂ້າງນອກຂອງສະຖານທີ່ຜະລິດ heavy water ໃນເມືອງ Arak, ຂອງອີຣ່ານ, ຕັ້ງຢູ່ກ້ຳຕາເວັນຕົກສຽງໃຕ້ ຫ່າງຈາກ ນະຄອນຫຼວງເຕຫະຣ່ານ 360 ກິໂລແມັດ, ວັນທີ 27 ຕຸລາ 2004.

ອົງການຄຸ້ມ​ຄອງປະລະມານູຂອງສະຫະປະຊາດ ກ່າວວ່າ ອີຣ່ານ​ແມ່ນເປັນເທື່ອທີສອງ ໃນປີນີ້ ທີ່​ໄດ້​ຜະລິດ​ວັດ​ຖຸສຳຄັນ ​ໃນອັນທີ່ເອີ້ນວ່າ ກາຍ “ຂອບເຂດຈຳກັດ” ທີ່ຕົນໄດ້ ຕົກລົງ ພາຍໃຕ້ຂໍ້ຕົກລົງນິວເຄລຍ ປີ 2015 ກັບ 6 ປະເທດມະຫາອຳນາດ.

ຢູ່ໃນລາຍງານ ທີ່ໄດ້ເປີດເຜີຍ ໃນວັນພຸດວານນີ້ ໜຶ່ງມື້ຫຼັງຈາກ ຜູ້ສະໝັກ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ສະຫະລັດ ອົງການປະລະມະນູສາກົນ ຫຼື IAEA ໄດ້ກ່າວວ່າ ເຕຫະຣ່ານ ໄດ້ຜະລິດ heavy water ກາຍ​ກຳ ນົດ 130 ໂຕນ ນັບຕັ້ງແຕ່ຂໍ້ຕົກລົງດັ່ງກ່າວ ໄດ້ຖືກປະຕິບັດ ໃນເດືອນມັງກອນ ເປັນຕົ້ນມາ.

ອັນ​ທີ່​ເອີ້ນວ່າ heavy water ນີ້ແມ່ນນຳໃຊ້ເພື່ອເຮັດໃຫ້ເຕົາແຍກປະ ລະມານູເຢັນລົງ ຊຶ່ງສາມາດຜະລິດສານປລູໂຕນຽມ ໃນປະລິມານທີ່ຫຼາຍສົມຄວນ ອັນເປັນທາດ ທີ່ໃຊ້ ໃນການຜະລິດ ແກນແຍກປະລະມານູ ຂອງຫົວລະເບີດນິວເຄລຍ.

ຊາຍຄົນໜຶ່ງ ຂີ່ລົດຖືບ ຜ່ານໂຮງງານພະລັງນິວເຄລຍ ຢູ່ນອກເມືອງ Bushehr ບໍ່ໄກປານໃດ, ຂອງປະເທດອີຣ່ານ, ວັນທີ 26 ຕຸລາ 2010.
ຊາຍຄົນໜຶ່ງ ຂີ່ລົດຖືບ ຜ່ານໂຮງງານພະລັງນິວເຄລຍ ຢູ່ນອກເມືອງ Bushehr ບໍ່ໄກປານໃດ, ຂອງປະເທດອີຣ່ານ, ວັນທີ 26 ຕຸລາ 2010.

ອົງການດັ່ງກ່າວຂອງ​ສະຫະ​ປະຊາ​ຊາດ ໄດ້ກ່າວວ່າ ເຕຫະຣ່ານໄດ້ສະສົມໄວ້ 130.1 ໂຕນຂອງວັດຖຸດັ່ງກ່າວ ຊຶ່ງຈະນຳໃຊ້ ຢູ່ໃນພວກເຕົາແຍກປະລະມະນູ ເຊັ່ນວ່າ ສະຖານ
ທີ່ແຫ່ງໜຶ່ງ ທີ່ຍັງສ້າງບໍ່ສຳເລັດເທື່ອ ຢູ່ທີ່ ເມືອງ Arak.

ໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ທ່ານ Mark Toner ໄດ້ກ່າວໃນລະຫວ່າງ ການຖະແຫລງຂ່າວ ໃນວັນພຸດວານນີ້ ວ່າ ອີຣ່ານ ຈະເອົາບາດກ້າວຕ່າງໆ ເພື່ອທີ່ຈະສົ່ງ ອອກ heavy water ທີ່ ກາຍກຳນົດນັ້ນ.

ທ່ານ Toner ເວົ້າວ່າ “ອັນທີ່ສຳຄັນ ທີ່ຈະຊີ້ໃຫ້ເຫັນວ່າ ອີຣ່ານ ບໍ່ໄດ້ພະຍາຍາມທີ່ຈະ ຊຸກເຊື່ອງເລື່ອງນີ້ ຊຸກເຊື່ອງອັນທີ່ຕົນກຳລັງເຮັດ ຈາກອົງການ IAEA.”

ລາຍງານ ຂອງວັນພຸຸດວານນີ້ ໄດ້ກ່າວວ່າ ອົງການທີ່ໄດ້ຢັ້ງຢືນ ການກາຍກຳນົດ ເມື່ອ ວັນອັງຄານ ນັ້ນ ແມ່ນເກືອບວ່າ ໜຶ່ງສັບປະດາ ຫຼັງຈາກທີ່ ຫົວໜ້າ ອົງການ IAEA ທ່ານ Yukiya Amano “ໄດ້ສະແດງຄວາມກັງວົນ” ຕໍ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງອີຣ່ານ.

ໃນເວລາ ອີຣ່ານ ໄດ້ຜະລິດກາຍເກີນຂີດໝາຍ ໃນເດືອນກຸມພາ ໂດຍ 130.9 ໂຕນ
ຂອງ heavy water ບໍ່ໄດ້ມີການຕຳໜິຕິຕຽນຢ່າງໃຫຍ່ ຈາກບັນດາປະເທດມະຫາ ອຳນາດ ເຊັ່ນ ສະຫະລັດ ຈີນ ຣັດເຊຍ ອັງກິດ ຝຣັງ ແລະ ເຢຍຣະມັນ ທີ່ໄດ້ລົງນາມ ໃນຂໍ້ຕົກລົງນິວເຄລຍ ກັບເຕຫະຣ່ານ. ຂໍ້ຕົກລົງ ໄດ້ກຳນົດໃຫ້ອີຣ່ານ ຫລຸດຜ່ອນ ໂຄງການ ນິວເຄລຍ ສຳລັບການຜ່ອນຜັນມາດຕາການລົງໂທດຂອງສາກົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG