ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອົງ​ການ​ພະ​ລັງ​ງານ​ປ​ະ​ລະ​ມະ​ນູ​ສາ​ກົນ ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ ​ເລື້ອງ​ຄວາມ​ປອດ​ໄພ ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຢູ​ເຄ​ຣນ


ພາບນີ້ທີ່ໄດ້ມາຈາກວິດີໂອຂອງໂຮງງານພະລັງງານນິວເຄລຍ ຊາໂປຣິສເຊຍ ສະແດງໃຫ້ເຫັນແສງທີ່ແຈ້ງຢູ່ພື້ນດິນຂອງໂຮງງານນິວເຄລຍໃນເມືອງ ເອເນີໂຮດາ, ປະເທດ ຢູເຄຣນ. 4 ມີນາ, 2022.
ພາບນີ້ທີ່ໄດ້ມາຈາກວິດີໂອຂອງໂຮງງານພະລັງງານນິວເຄລຍ ຊາໂປຣິສເຊຍ ສະແດງໃຫ້ເຫັນແສງທີ່ແຈ້ງຢູ່ພື້ນດິນຂອງໂຮງງານນິວເຄລຍໃນເມືອງ ເອເນີໂຮດາ, ປະເທດ ຢູເຄຣນ. 4 ມີນາ, 2022.

ແມ່ນກະທັ້ງກ່ອນທີ່ກອງກຳລັງ ຣັດເຊຍ ໄດ້ລະດົມຍິງໂຮງໄຟ​ຟ້າພະລັງງານນິວເຄລຍ ຊາໂປຣິສເຊຍ (Zaporizhzhia) ນັ້ນ, ໄຟແມ່ນໄດ້ໄໝ້ຢູ່ຕຶກທີ່ຢູ່ໃກ້ຄຽງໃນຕອນເຊົ້າວັນສຸກມື້ນີ້, ອົງການ​ຄຸ້ມ​ຄອງກົດລະບຽບນິວເຄລຍ ທີ່ສຳຄັນຂອງ ຢູເຄຣນ ໄດ້ພະຍາຍາມ “ຂໍການຊ່ວຍເຫຼືອໃນທັນທີ” ຈາກອົງການນິວເຄລຍສາກົນ.

ຜູ້ອຳນວຍໃຫຍ່ອົງການພະລັງງານປະລະມະນູສາກົນ ຫຼື IAEA ທ່ານ ຣາຟາແອລ ມາຣີອາໂນ ກຣອສຊີ ໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ທ່ານໄດ້ຮັບຈົດ ໝາຍຈາກອົງການກວດກາກົດລະບຽບນິວເຄລຍລັດແຫ່ງ ຢູເຄຣນ ຫຼື SNRIU ເພື່ອຂໍ “ການຊ່ວຍເຫລືອໃນທັນທີ ເພື່ອຮັບປະກັນຄວາມປອດໄພຂອງໂຮງ​ໄຟ​ຟ້າພະລັງງານນິວເຄລຍ ເຊີໂນໂບ ແລະ ໂຮງງານນິວເຄລຍແຫ່ງອື່ນໆຢູ່ໃນປະເທດ.”

ທ່ານ ກຣອສຊີ ໄດ້ກ່າວວ່າອົງການ IAEA ໄດ້ເລີ່ມການປຶກສາຫາລື ກ່ຽວກັບ ການຂໍຮ້ອງດັ່ງກ່າວ.

ຈົດໝາຍທີ່ຖືກມອບໃຫ້ IAEA ໂດຍອົງການຂອງ ຢູເຄຣນ ໄດ້ກ່າວວ່າ ພະ ນັກງງານຢູ່ໂຮງງານພະລັງງານໄຟຟ້າ ເຊີໂນໂບ ໄດ້ຢູ່ໃນສະຖານທີ່ດັ່ງກ່າວນັບຕັ້ງແຕ່ກອງກຳລັງທະຫານ ຣັດເຊຍ ໄດ້ເຂົ້າຄວບຄຸມມັນເມື່ອນຶ່ງອາທິດທີ່ຜ່ານມາ. ອົງການນັ້ນໄດ້ກ່າວວ່າສະມາຊິກພະນັກງານດັ່ງກ່າວໄດ້ປະເຊີນກັບ “ການກົດດັນທາງດ້ານຈິດຕະສາດ ແລະ ຄວາມອິດເມື່ອຍທາງສິນທຳ,” ອີງຕາມການກ່າວຂອງທ່ານ ກຣອສຊີ.

ທ່ານໄດ້ເຕືອນວ່າພະນັກງງານດັ່ງກ່າວ ຕ້ອງຖືກອະນຸຍາດໃຫ້ພັກຜ່ອນ ແລະ ຜັດປ່ຽນຕາຕະລາງ “ສະນັ້ນວຽກງານທີ່ສຳຄັນຂອງເຂົາເຈົ້າຈຶ່ງສາມາດດຳເນີນໄປຢ່າງປອດໄພ ແລະ ຢ່າງໝັ້ນໃຈ.”

ໃນຕອນເຊົ້າວັນສຸກມື້ນີ້, ກອງກຳລັງ ຣັດເຊຍ ໄດ້ລະດົມຍິງ ໂຮງໄຟ​ຟ້ານິວເຄລຍ ຊາໂປຣິສເຊຍ ທີ່ໃຫຍ່ທີ່ສຸດຂອງ ຢູໂຣບ, ກໍ່ໃຫ້ເກີດໄຟໄໝ້ຢູ່ໃນຕຶກນອກໂຮງໄຟ​ຟ້າດັ່ງກ່າວ, ອີງຕາມການກ່າວຂອງອົງການບໍລິການເຫດສຸກເສີນລັດຂອງ ຢູເຄຣນ. ໂຮງໄຟ​ຟ້າດັ່ງກ່າວ ຜະລິດກະ​ແສໄຟຟ້າຂອງ ຢູເຄຣນ ປະມານ 25 ເປີເຊັນ.

ໃນເບື້ອງຕົ້ນ, ເຈົ້າເມືອງ ເອເນີໂຮດາ ທີ່ຕັ້ງຢູ່ໃກ້ຄຽງໄດ້ກ່າວວ່າໂຮງງານດັ່ງ ກ່າວໄດ້ຖືກໄຟໄໝ້. ແຕ່ໃນເວລາບໍ່ດົນຕໍ່ມາ, ຜູ້ອຳນວຍການໂຮງງານໄດ້ກ່າວຕໍ່ໂທລະພາບຊ່ອງ 24 ຂອງ ຢູເຄຣນ ວ່າໄຟໄດ້ເລີ່ມໄໝ້ຢູ່ນອກຂອບເຂດຂອງຕຶກ ແລະ ວ່າຄວາມປອດໄພເບິ່ງຄືວ່າ ຈະຖືກສ້ອມ​ແປງ​ເພື່ອ​ຟື້ນ​ຟູໂຮງ​ໄຟ​ຟ້າດັ່ງກ່າວ, ອີງຕາມອົງການຂ່າວ ຣອຍເຕີ.

ຜູ້ອຳນວຍການໃຫຍ່ IAEA ທ່ານ ກຣອສຊີ ໄດ້ກ່າວວ່າເຫດການດັ່ງກ່າວໄດ້ເນັ້ນໃຫ້ເຫັນອີກຄັ້ງນຶ່ງວ່າ ເປັນຫຍັງທ່ານຈຶ່ງໄດ້ກ່າວຢໍ້າຢ່າງຊໍ້າແລ້ວຊໍ້າອີກວ່າ ການດຳເນີນການທາງທະຫານໃດໆ ຫຼື ອື່ນໆທີ່ອາດເປັນໄປຂົ່ມຂູ່ຕໍ່ຄວາມປອດໄພ ຫຼື ຄວາມໝັ້ນຄົງຂອງໂຮງໄຟ​ຟ້າພະລັງງານນິວເຄລຍຂອງ ຢູເຄຣນ ນັ້ນແມ່ນ ຕ້ອງຖືກຫຼີກລ້ຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG