ບັນດາຊາວໜຸ່ມທີ່ມີຄວາມເປັນຫ່ວງ ສຳລັບອະນາຄົດຂອງເຂົາເຈົ້າ ໄດ້ທຳການປະທ້ວງ
ໃນທົ່ວໂລກເມື່ອວັນສຸກທີ່ຜ່ານມາ ເພື່ອຂໍຮ້ອງໃຫ້ບັນດາຜູ້ນຳແກ້ໄຂບັນຫາສະພາບອາ
ກາດປ່ຽນແປງ, ທີ່ຫຼາຍຮ້ອຍພັນຄົນໄດ້ອອກມາລວມຕົວກັນ ເພື່ອຢືນຢັນວ່າ ໂລກທີ່ກຳ
ລັງອຸ່ນຂຶ້ນແມ່ນບໍ່ສາມາດລຳຖ້າອີກຕໍ່ໄປ.
ການເດີນຂະບວນ, ການຊຸມນຸມ ແລະ ການປະທ້ວງຕ່າງໆໄດ້ຖືກຈັດຂຶ້ນໃນນະຄອນ
ຫຼວງ ແຄນເບີຣາ ຂອງປະເທດ ອອສເຕຣເລຍ ຈົນຮອດນຄະນອງຫຼວງ ກາບູລ, ອັຟກາ
ນິສຖານ ແລະ ນະຄອນຫຼວງ ເຄບທາວນ໌ ຂອງປະເທດ ອາຟຣິກາໃຕ້ ຈົນເຖິງນະຄອນ
ນິວຢອກ ຂອງ ສະຫະລັດ. ຫຼາຍກວ່າ 100,000 ຄົນໄດ້ອອກມາລວມຕົວກັນໃນນະ
ຄອນຫຼວງ ເບີລິນ ຂອງ ເຢຍຣະມັນ.
ໃນບໍ່ເທົ່າໃດວັນກ່ອນກອງປະຊຸມສຸດຍອດສະພາບອາກາດ ສະຫະປະຊາຊາດຂອງບັນ
ດາຜູ້ນຳໂລກນັ້ນ, ງານ “ປະທ້ວງສະພາບອາກາດໂລກ” ໄດ້ມີນັກເຄື່ອນໄຫວໜ້ອຍເຖິງ
ຊາວກວ່າຄົນໃນນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້ ທີ່ຖືກໄຟສາຍ LED ເພື່ອສົ່ງ
ລະຫັດຂໍ້ຄວາມ ແລະ ການປະທ້ວງຂະໜາດໃຫຍ່ໃນປະເທດ ອອສເຕຣເລຍ ທີ່ບັນດາ
ຜູ້ຈັດງານໄດ້ຄາດວ່າ ເປັນຄັ້ງທີ່ໃຫຍ່ທີ່ສຸດຂອງປະເທດ ນັບຕັ້ງແຕ່ສົງຄາມ ອີຣັກ ໄດ້
ເລີ່ມຂຶ້ນໃນປີ 2003.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ໄດ້ຂຽນຂໍ້ຄວາມ
ຫາຜູ້ປະທ້ວງໄວໜຸ່ມໃນທວິດເຕີວ່າ “ພວກເຈົ້າແມ່ນກຳລັງນຳພາທາງ ໃນການແຂ່ງ
ຂັນທີ່ຮີບດ່ວນ ຕໍ່ວິກິດການສະພາບອາກາດ. ພວກເຈົ້າແມ່ນໄດ້ຢູ່ໃນຝ່າຍທີ່ຖືກຕ້ອງ
ຂອງປະຫວັດສາດ. ຈົ່ງຜັກດັນພວກເຮົາໃນການເຮັດສິ່ງທີ່ຖືກຕ້ອງຕໍ່ໄປ.”
ໃນນະຄອນ ນິວຢອກ, ບ່ອນທີ່ໂຮງຮຽນລັດໄດ້ຍົກເວັ້ນພວກນັກຮຽນດ້ວຍການອະນຸ
ຍາດຂອງຜູ້ປົກຄອງນັ້ນ, ຊາວໜຸ່ມຫຼາຍສິບພັນຄົນ ໄດ້ເດີນຂະບວນຜ່ານຕອນໃຕ້ຂອງ
ເຂດ ແມນແຮັດຕັນ ແລະ ປິດຖະໜົນບາງເສັ້ນເປັນໄລຍະຊົ່ວຄາວ.
ປ້າຍຂອງຜູ້ປະທ້ວງຄົນນຶ່ງໄດ້ປະກາດວ່າ “ຂໍໂທດຂ້ອຍມ້ຽນຫ້ອງນອນຂອງຂ້ອຍບໍ່ໄດ້,
ຂ້ອຍຄາວຽກເພື່ອມາປົກປ້ອງໂລກ.”
ຫຼາຍພັນຄົນໄດ້ເດີນຂະບວນໄປຫໍລັດຖະສະພາ ແຄັບປິຕອລ ໃນນະຄອນຫຼວງ ວໍຊິງ
ຕັນ, ລວມທັງນັກຮຽນມັດຖະຍົມ ອາຍຸ 15 ປີ ທ້າວ ເອເຈ ຄໍເນີແມນ.
ທ້າວ ຄໍເນີແມນ ໄດ້ກ່າວວ່າ “ແທ້ຈິງແລ້ວ, ໂລກຂອງເຮົາແມ່ນກຳລັງຈະຕາຍ, ຖ້າພວກ
ເຮົາບໍ່ເຮັດຫຍັງກ່ຽວກັບມັນ, ພວກເຮົາກໍຈະຕາຍ.”