ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

“ຂ້າພະເຈົ້າບໍ່ໄດ້ຕົວະ” ທ່ານທຣຳ ຕອບຄຳຖາມ ກ່ຽວກັບ ຄວາມຮ້າຍແຮງ ຂອງໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກັນຍາ 2020.
ປະທານາທິບໍດີ ດໍໂນລ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກັນຍາ 2020.

“ຂ້າພະເຈົ້າບໍ່ໄດ້ຕົວະ” ປະທານາທິບໍດີສະຫະລັດ ດໍໂນລ ທຣໍາ ໄດ້ກ່າວຕອບໄປໂດຍກົງ ທີ່ກອງປະຊຸມຖະແຫລງຂ່າວໃນທຳນຽບຂາວ ເມື່ອວັນພະຫັດວານນີ້ ຫຼັງຈາກທີ່ນັກຂ່າວຄົນນຶ່ງໄດ້ຖາມທ່ານວ່າ “ເປັນຫຍັງທ່ານຈຶ່ງຕົວະປະຊາຊົນຊາວອາເມຣິກັນ?”

ຄຳຖາມດັ່ງກ່າວ ແມ່ນມາຈາກທ່ານຈອນ ຄອຣ ນັກຂ່າວປະຈຳທຳນຽບຂາວຂອງອົງການຂ່າວ ABC ທີ່ໄດ້ຖາມໄປໃນທ່າມກາງຂອງສຽງບັນທຶກທີ່ໄດ້ຖືກເປີດເຜີຍໂດຍນັກຂ່າວແລະນັກຂຽນ ທ່ານບອບ ວູດວາຣດ໌ ຜູ້ທີ່ຮູ້ຈັກດີວ່າ ທ່ານທຣຳ ເມື່ອຕົ້ນປີນີ້ ທ່ານຕ້ອງການບໍ່ຢາກເຮັດໃຫ້ໄພຂົ່ມຂູ່ຈາກໄວຣັສໂຄໂຣນາເປັນເລື້ອງໃຫຍ່.

“ຂ້າພະເຈົ້າບໍ່ຢາກໂດດຂຶ້ນໂດດລົງຮ້ອງໂຮວ່າ ‘ຕາຍແລ້ວຕາຍແລ້ວ’” ທ່ານທຣຳ ໄດ້ຕອບໄປໃນວັນພະຫັດວານນີ້ ເພື່ອເປັນເຫດຜົນໃນການຈົງໃຈເຮັດໃຫ້ປະເທດຊາດເຂົ້າໃຈຜິດກ່ຽວກັບຄວາມຮ້າຍແຮງຂອງພະຍາດໄວຣັສ COVID-19 ນັ້ນ.

ທ່ານທຣຳ ໄດ້ເອີ້ນຄຳຖາມຂອງທ່ານຄອຣ ວ່າ ບໍ່ເຄົາລົບໜັບຖື ແລະໄດ້ຮັບຄຳຖາມຈາກນັກຂ່າວຄົນອື່ນໆພຽງສອງຄົນເທົ່ານັ້ນ ກ່ອນທີ່ທ່ານຈະອອກໄປຈາກຫ້ອງກອງປະຊຸມຢ່າງກະທັນຫັນ.

ທ່ານປະທານາທິບໍດີ ຍັງໄດ້ຫາທາງທີ່ຈະລະງັບເລື້ອງນອງນັນກ່ຽວກັບການເຜີຍແບຂອງການໃຫ້ສຳພາດ 18 ຄັ້ງ ກັບທ່ານວູດວາຣດ໌ ຊຶ່ງໄດ້ປາກົດອອກມາຢູ່ໃນປຶ້ມຫົວໃໝ່ ຂອງທ່ານວູດວາຣດ໌ ຊື່ວ່າ Rage.

ທ່ານທຣຳ ໄດ້ກ່າວວ່າ ຖ້າທ່ານວູດວາຣດ໌ ຄຶດວ່າ ຄຳເຫັນທັງຫຼາຍຂອງທ່ານ ກ່ຽວກັບໄວຣັສໂຄໂຣນາ ເປັນສິ່ງທີ່ບໍ່ດີແທ້ໆ “ລາວຄວນນຳເອົາອອກມາເປີດເຜີຍໃນທັນທີ” ແທນທີ່ຈະຄອຍຖ້າຫຼາຍໆເດືອນແລ້ວເປີດເຜີຍສຽງບັນທຶກຕ່າງໆ.

“ຂ້າພະເຈົ້າຢາກໃຫ້ເປັນເລື້ອງບໍ່ນອງນັນສະເໝີໄປ” ເປັນສຽງທີ່ໄດ້ຍິນຂອງທ່ານທຣຳ ທີ່ໄດ້ກ່າວໄປ ກ່ຽວກັບໄວຣັສໂຄໂຣນາ ຊຶ່ງໄດ້ຖືກບັນທຶກໃນວັນທີ 19 ເດືອນມີນາ.

ໃນວັນຕໍ່ມາ ໃນການຕອບຕໍ່ຄຳຖາມຂອງນັກຂ່າວປະຈຳທຳນຽບຂາວ ໃນລະຫວ່າງການຖ່າຍທອດສົດ ກອງປະຊຸມຖະແຫລງຂ່າວຢູ່ນັ້ນ ທ່ານທຣຳ ໄດ້ປະຕິເສດວ່າ ການປະເມີນຄວາມສຽງທີ່ຕ່ຳຂອງທ່ານນັ້ນ ເຮັດໃຫ້ຊາວອາເມຣິກັນຮູ້ສຶກເຂົ້າໃຈຜິດຕໍ່ຄວາມປອດໄພຂອງເຂົາເຈົາ.

ການສູນເສຍຊີວິດແມ່ນຈະໜ້ອຍກວ່າ ອີງຕາມບັນດານັກການເມືອງຈາກພັກເດໂມແຄຣັດ ແລະບັນດາເຈົ້າໜ້າທີ່ສາທາລະນະສຸກຫຼາຍໆທ່ານ ຖ້າຫາກທ່ານປະທານາທິບໍດີ ໄດ້ເນັ້ນໜັກເຖິງຄວາມຮ້າຍກາດຂອງໄວຣັສໂຄໂຣນາຕັ້ງແຕ່ຕອນຕົ້ນໆ. ທ່ານທຣຳ ໄດ້ກ່າວອ້າງຊ້ຳແລ້ວຊ້ຳອີກໃນຕອນຕົ້ນປີວ່າ ໄວຣັສໂຄໂຣນາບໍ່ຮ້າຍແຮງກວ່າໄຂ້ຫວັດ ມັນຈະຫາຍໄປໃນໄວໆນີ້ ແລະວ່າ ລັດຖະບານກາງໄດ້ຄວບຄຸມສະຖານະການໄວ້ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG