ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ທ່ານ​​ເຫັນ​ໃຈ ​​ແລະເຂົ້າ​ໃຈ​ໃນ​ຄວາມ​ເປັນ​ແມ່ຍິງ


ປະທານາທິບໍດີ Obama ພ້ອມດ້ວຍລູກສາວ ນາງ Malia ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ກັບລູກສາວ ນາງ Sasha.
ປະທານາທິບໍດີ Obama ພ້ອມດ້ວຍລູກສາວ ນາງ Malia ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ກັບລູກສາວ ນາງ Sasha.

ປະທານາທິບໍດີ​ ສະຫະລັດ ທ່ານ Barack Obama ກ່າວ​ວ່າ ​ທ່ານຜູ້​ທີ່ເຫັນ​ໃຈ ເຂົ້າ​ໃຈ​ໃນ​ຄວາມ​ເປັນ​ແມ່ຍິງ.

ບົດ​ຄວາ​ມນຶ່ງ​ທີ່​ຂຽນໃຫ້​ແກ່ວາລະສານ Glamour ທ່ານ Obama ໄດ້ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ການມີ​ລູກ​ສາ​ວສອງ​ຄົນ​ໄດ້​ເຮັດ​ໃຫ້​ທ່ານ “ຕື່ນ​ໂຕຫລາຍ​ຂຶ້ນ” ກ່ຽວ​ກັບ​ ການ​ມອງ​ແບບ​ທີ່​ເຄີຍ​ເຊື່ອ​ຖື​ກັນທາງ​ເພດ ທີ່ໄດ້​ແຜ່​ລາມ​ໄປ​ທົ່ວ​ວັດທະນາ​ທຳ​ສະຫະລັດ.

ທ່ານ​ໄດ້​ກ່າວ​ວ່າ “​ແນ່ນອນ ບັນດາ​ຜູ້​ຊາຍແມ່ນມີ​ຄວາມ​ຮັບຜິດຊອ​ບກ່ຽວ​ກັບການ​ຕໍ່ສູ້ທາງ​ເພດ ​ເຊັ່ນ​ກັນ” ແລະມັນສຳຄັນທີ່ທ່ານເປັນຜູ້​ທີ່​ເຫັນ​ໃຈ ເຂົ້າ​ໃຈ​ໃນ​ຄວາມ​ເປັນ​ແມ່ຍິງ ເພາະທ່ານກ່າວວ່າພວກລູກສາວຂອງທ່ານບັດນີ້ຄາດວ່າມີລະດັບພື້ນຖານດຽວກັນຈາກ ຜູ້ຊາຍທັງ ໝົດ. ທ່ານກ່າວວ່າ “ໃນນາມຜູ້ເປັນຜົວ ເມຍ ແລະຄູ່ ແລະຊູ້ສາວ ພວກເຮົາ ຜູ້ຊາຍຕ້ອງ ເຮັດວຽກໜັກ ແລະປະຕິບັດກ່ຽວກັບການສ້າງຄວາມກໍ້າເກິ່ງ ຢ່າງ ແທ້ຈິງຕໍ່ຄວາມສຳພັນ.

ທ່ານ Obama ໄດ້ໃຫ້ຂໍ້ສັງເກດວ່າ ຄວາມກົດດັນໃນການເບິ່ງ ແລະເຮັດໃນ ທາງໃດທາງນຶ່ງ ໂດຍສະເພາະເປັນຄວາມເຄັ່ງຕຶງແກ່​ແມ່ຍິງຂອງຊາວຜິວດຳ. ທ່ານກ່າວວ່າ ສະຕີໝາຍ ເລກນຶ່ງ ທ່ານນາງ Michelle Obama ໄດ້ເປັນທີ່ຮັບ ຮູ້ຈາກສາທາລະນະ ທີ່ບໍ່ປອດໄພ ກ່ຽວກັບການປາກົດໂຕ ຕໍ່ຄວາມ​ໂວຫານ ຫລື “ໂກດແຄ້ນໂພດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG