ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາ​ມີ​ຂອງ​ແມ່​ຍິງ ຄ​ຣິ​ສ​ຕຽນ ຊາວ ປາ​ກິ​ສ​ຖານ ຂໍ​ຮ້ອງ​ປະ​ເທດ ​ຕາ​ເວັນ​ຕົກ ເພື່ອ​ຂໍ​ລີ້​ໄພ


ແມ່​ຍິງ ນັບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ຊາວ ປາ​ກິ​ສ​ຖານ ນາງ ອາ​ເອ​ເຊຍ ບີ​ບີ ຟັງ​ຜູ້​ປົກ​ຄອງ​ແຂວງ ປັນ​ຈາບ ຂອງ​ປາ​ກິ​ສ​ຖານ ທ່ານ ຊາ​ລ​ມັນ ທາ​ເຊຍ, ບໍ່​ເຫັນ​ໃນ​ຮູບ, ຢູ່​ຄຸກ ເຊ​ຄູ​ປູ​ຣາ ໃກ້​ກັບ​ນະ​ຄອນ ລາ​ຮໍ. 20 ພະ​ຈິກ, 2010.
ແມ່​ຍິງ ນັບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ຊາວ ປາ​ກິ​ສ​ຖານ ນາງ ອາ​ເອ​ເຊຍ ບີ​ບີ ຟັງ​ຜູ້​ປົກ​ຄອງ​ແຂວງ ປັນ​ຈາບ ຂອງ​ປາ​ກິ​ສ​ຖານ ທ່ານ ຊາ​ລ​ມັນ ທາ​ເຊຍ, ບໍ່​ເຫັນ​ໃນ​ຮູບ, ຢູ່​ຄຸກ ເຊ​ຄູ​ປູ​ຣາ ໃກ້​ກັບ​ນະ​ຄອນ ລາ​ຮໍ. 20 ພະ​ຈິກ, 2010.

ສາ​ມີ​ຂອງ​ແມ່​ຍິງ ປາ​ກິ​ສ​ຖານ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ​ ທີ່ໄດ້​ຮັບ​ການ​ຕັດ​ສິນ
ໃຫ້ພົ້ນໂທດ ຫຼັງຈາກໄດ້ຖືກຂັງມາ ເພື່ອລໍຖ້າປະຫານຊີວິດເປັນເວລາ 8 ປີ ໃນຂໍ້ກ່າວ
ຫາດູໝິ່ນສາສະໜານັ້ນ ໄດ້ຂໍຮ້ອງຕໍ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ເພື່ອຂໍລີ້ໄພ, ອີງຕາມອົງການຂ່າວຣອຍເຕີ.

ໃນ​ວິ​ດີ​ໂອ​ຕອນ​ນຶ່ງ​ທີ່​ຖືກ​ອັດ​ໂດຍ​ສະ​ມາ​ຄົມ ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ອັງ​ກິດ ປາ​ກິ​ສ​ຖານ
ແລະ ອົງການຂ່າວ ຣອຍເຕີ ກໍໄດ້ເຫັນທ້າວ ອາຊິກ ມາຊີ ໃນວັນອາທິດວານນີ້, ຜູ້ເປັນ
ສາມີຂອງນາງ ບີບີ ເຊິ່ງຄະດີຂອງລາວ ໄດ້ເຮັດໃຫ້ຊາວ ຄຣິສຕຽນ ບໍ່ພໍໃຈໃນທົ່ວໂລກ
ນັ້ນ, ກໍໄດ້ຂໍຮ້ອງ ອັງກິດ ແລະ ການາດາ ສຳລັບການຊ່ວຍເຫຼືອເຊັ່ນກັນ, ໂດຍອ້າງວ່າ
ມີອັນຕະລາຍຕໍ່ຊີວິດຂອງສະມາຊິກຄອບຄົວ.

ອົງ​ການ ຣອຍ​ເຕີ ໄດ້​ກ່າວ​ວ່າ ສະ​ຖານ​ທູດ ສະ​ຫະ​ລັດ, ອັງ​ກິດ ແລະ ກາ​ນາ​ດາ ໃນ​ນະ
ຄອນຫຼວງ ອິສລາມາບັດ ບໍ່ໄດ້ຕອບການຂໍຮ້ອງດັ່ງກ່າວໃນທັນທີ ສຳລັບຄຳເຫັນ ກ່ຽວ
ກັບ ການຮຽກຮ້ອງນັ້ນ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ທະນາຍຄວາມ ໄຊ​ຟູ​ລ ມູ​ລຸກ, ຜູ້​ທີ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ນາງ ບີ​ບີ,
ໄດ້ກ່າວວ່າ ລາວໄດ້ຫຼົບໜີອອກຈາກປະເທດ ປາກິສຖານ ຍ້ອນວ່າລາວຢ້ານມີອັນຕະ
ລາຍຕໍ່ຊີວິດຂອງລາວ ຫຼັງຈາກການປ່ອຍລາວເປັນອິດສະຫຼະໃນຕົ້ນສັບປະດານີ້ ເຊິ່ງ
ເປັນສາເຫດໃຫ້ມີການປະທ້ວງຢ່າງກວ້າງຂວາງໂດຍພວກນັບຖືສາສະໜາອິສລາມ.

ພວກ​ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ອິ​ສ​ລາມ ເທ​ຣີກ ອີ-ລັບ​ເບກ ຢາ ຣາ​ຊູ​ລອັ​ລ​ລາ
(Tehreek e-Labbaik ya Rasool Allah), ໄດ້ກີດກັ້ນເສັ້ນທາງທີ່ສຳຄັນໃນເມືອງທີ່
ໃຫຍ່ທີ່ສຸດຂອງ ປາກິສຖານ ເປັນເວລາສາມວັນ, ຮຽກຮ້ອງໃຫ້ສັງຫານຜູ້ພິພາກສາ
ສານສູງສຸດ ຜູ້ທີ່ໄດ້ຍົກຟ້ອງນາງ ອາເຊຍ ບີບີ ໃນວັນພຸດທີ່ຜ່ານມາ.

ທ່ານ ມູລຸກ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ຜ່ານ​ການ​ສົ່ງ​ຂໍ້​ຄວາມ​ທາງ Whatsapp
ວ່າລາວໄດ້ເດີນທາງໄປອີກປະເທດນຶ່ງ “ເພື່ອປ້ອງກັນຊີວິດຈາກພວກຝູງຄົນທີ່ໃຈຮ້າຍ”
ແລະ ຍ້ອນຄວາມຢ້ານກົວສຳລັບຄວາມປອດໄພຂອງຄອບຄົວຂອງລາວ. ລາວໄດ້ເວົ້າ
ວ່າ “ຂ້າພະເຈົ້າໄດ້ປຶກສາຫາລື ແລະ ທຸກຄົນກໍມີຄວາມເຫັນທີ່ວ່າຂ້າພະເຈົ້າຄວນໜີ
ອອກໄປ.”

ລາວ​ໄດ້​ກ່າວ​ເພີ່ມ​ວ່າ ລາວ​ຈະ​ເດີນ​ທາງ​ກັບ​ປະ​ເທດ​ເພື່ອ​ສືບ​ຕໍ່​ເຮັດ​ວຽກ​ຂອງ​ລາວໃນ​
ຄະດີດັ່ງກ່າວ ຖ້າລາວໄດ້ຮັບການປົກປ້ອງຈາກກອງກຳລັງຮັກສາຄວາມປອດໄພ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG