ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກະກຽມຮັບມື ກັບລະດູພາຍຸເຮີຣິເຄນ ຂອງປະຊາຊົນ ທີ່ເຄີຍໄດ້ຮັບຜົນກະທົບເປັນປະຈໍາ


ພາບປະກອບ- GOES-East geocolor ນີ້ ເປີດເຜີຍໂດຍ NOAA ແລະຖ່າຍເມື່ອເວລາ 11:30 ເຊົ້າ, ເມື່ອວັນທີ 2 ກໍລະກົດ 2022, ສະແດງໃຫ້ເຫັນພາຍຸລະດູຮ້ອນໂຄລິນ ຢູ່ຝັ່ງມະຫາສະໝຸດແອັດແລນຕິກ ຂອງສະຫະລັດ.
ພາບປະກອບ- GOES-East geocolor ນີ້ ເປີດເຜີຍໂດຍ NOAA ແລະຖ່າຍເມື່ອເວລາ 11:30 ເຊົ້າ, ເມື່ອວັນທີ 2 ກໍລະກົດ 2022, ສະແດງໃຫ້ເຫັນພາຍຸລະດູຮ້ອນໂຄລິນ ຢູ່ຝັ່ງມະຫາສະໝຸດແອັດແລນຕິກ ຂອງສະຫະລັດ.

ດັ່ງທີ່ທຸກໆຄົນຮູ້ດີວ່າ ຊ່ວງໄລຍະນີ້ ແມ່ນລະດູຮ້ອນອົບເອົ້າ ແລະເປັນຊ່ວງເດືອນທີ່ຮ້ອນທີ່ສຸດຂອງລະດູການແລະກໍເປັນຊ່ວງໃກ້ເຂົ້າສູ່ລະດູພາຍຸເຮີຣີເຄນ, ໃນນັ້ນ ປະຊາຊົນທີ່ອາໄສຢູ່ໃນເມືອງແກຣນເບຂອງລັດອາລາບາມາທາງພາກໃຕ້ຂອງສະຫະລັດ ເຊິ່ງພົບກັບລະດູພາຍຸເຮີຣີເຄນໃນເກືອບທຸກໆປີ ໄດ້ເລົ່າໃຫ້ຟັງເຖິງການກຽມພ້ອມຮັບມືຂອງນາງ ແລະຄອບຄົວວ່າ:

“ລົມຝົນມາກໍຕຽມເຂົ້າປາອາຫານ ນໍ້າໃນຟືນໄຟໄວ້ລະເນາະ ໄຟສອກໄຟສາຍເຮົາກໍຕຽມໄວ້ພ້ອມ, ເຂົາກໍມີບ່ອນລົບໄພເຂົາໃຫ້ໄປພັກເດ ແຖວໂຮງຮຽນເຂົາກໍມີບ່ອນລົບໄພ, ແຕ່ວ່າແຖວບ້ານເຮົາມັນບໍ່ຄ່ອຍມີນໍ້າຖ້ວມ, ພາຍຸເຂົ້າມາຢູ່ແຕ່ວ່າບໍ່ແຮງ ກໍຢູ່ບ້ານໄດ້, ບາງທີມີນ້ອງນຸ່ງ ນ້ອງຮັກເຂົາມາແຕ່ນິວໂອລີນ ບາງເທື່ອພວກນິວໂອລີນເຂົາໃຫ້ອອກໝົດເດ້ ເຂົາກໍມາພັກຢູ່ແຖວນີ້ ກໍຮ້ອງເຂົາໄປພັກນໍາ.”

ຢູ່ໃນຂົງເຂດພາກໃຕ້ຂອງສະຫະລັດ ທີ່ຕິດກັບອ່າວເມັກຊິໂກ ມັກມີປາກົດການພາຍຸເກີດຂຶ້ນເລື້ອຍໆ ແລະເກືອບທຸກໆຄັ້ງກໍເປັນອັນຕະລາຍ ແລະສ້າງຄວາມເສຍຫາຍເປັນວົງກວ້າງ.

ອີງຕາມຂໍ້ມູນຈາກເວັບໄຊທ໌ nhc.noaa.gov ສະ​ແດງໃຫ້ຮູ້ວ່າ ພາຍຸເຮີຣີເຄນ ແຄັດເທີຣິນາ ໄດ້ພັດເຂົ້າມາບໍລິເວນຂົງເຂດນະ​ຄອນນິວໂອຣີນ ລັດຫຼຸຍ​ເຊຍ​ນາໃນປີ 2005, ຊ່ວງເວລານັ້ນ ພາຍຸໄດ້ສົ່ງຜົນກະທົບເອົາທັງສາມລັດ ລວມມີ ລັດ ມີຊິສຊິບປີ, ຫຼຸຍເຊຍນາ ແລະອາລາບາມາ, ເຊິ່ງໃນເວລານັ້ນ ປະຊາຊົນ​ໃນ​ເຂດດັ່ງກ່າວ ກໍໄດ້ຖືກສັ່ງໃຫ້ຍ້າຍໄປຢູ່ໃນທີ່ປອດໄພ. ຄວາມແຮງຂອງພາຍຸ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 1,200 ຄົນ, ໃນນັ້ນ 1,000 ຄົນຢູ່ໃນລັດຫຼຸຍເຊຍນາ, 200 ຄົນຢູ່ລັດມີຊິສຊິບປີ.

XS
SM
MD
LG