ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

Hurricane Sandy ກໍາລັງ ພັດເຂົ້າ ຝັ່ງຕາເວັນອອກ ຂອງສະຫະລັດ


ລົດຄັນນຶ່ງແລ່ນຜ່ານນໍ້າຖ້ວມ ໃນຂະນະທີ່ລົມພາຍຸເຮີຣິເຄນ Sandy ກະໜໍ່າລົງເມືອງ Ocean City ລັດເມຣີແລນ ໃນເຂດຊາຍຝັ່ງຕາເວັນອອກ ຂອງສະຫະລັດ ໃນວັນທີ 28 ຕຸລາ 2012.
​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ກໍາລັງ​ຕຽມ​ຮັບ​ມື​ກັບ​ໄພ​
ທໍາ​ມະ​ຊາດ ທີ່​ບັນດາ​ນັກ​ພະຍາກອນ​ອາກາດ ​ຄາດ​ວ່າ ຈະ​ເປັນ​
ລົມພາຍຸ​ລູກ​ນຶ່ງທີ່​ໃຫຍ່ທີ່​ສຸດ ທີ່ຈະ​ປະ​ທະ​ແຜ່ນດິນ​ໃຫຍ່​ສະຫະລັດ.

ພາຍຸທີ່​ໃຫ້​ຊື່ວ່າ Hurricane Sandy ກໍາລັງ​ພັດ​ເຄື່ອນຂຶ້ນ​ໄປ​ທາງ​
ຝັ່ງມະຫາ​ສະມຸດ​ອັດ​ລັນ​ຕິກ ​ແລະ​ກໍ​ຄາດ​ວ່າ​ ຈະ​ຮວມຕົວ​ເຂົ້າກັບ​
ພາຍຸ​ລະດູ​ໜາວສອງ​ລູກທີ່​ພັດມາ​ຈາກ​ທິດ​ເໜືອ ​ເພື່ອ​ກໍ່​ຮ່າງ​ເປັນ​
ສິ່ງ​ທີ່​ນັກ​ພະຍາກອນ ອາກາດ​ເອີ້ນ​ວ່າ ພາຍຸ​ຜະສົມ​ທີ່​ຮຸນ​ແຮງ​ທີ່​
ສຸດ ທີ່​ມີ​ລັດສະໝີ​ກວ້າງ​ໄກ​ເຖິງ 1,200 ກິ​ໂລແມັດ ​ແລະ​ຈະສົ່ງ​
ຜົນ​ກະທົບ ຕໍ່ຫຼາຍ​ເຖິງ 60 ລ້ານ​ຄົນ.

ຫລາຍໆຫົວ​ເມືອງ​ໃຫຍ່​ໆ ກໍາ​ລັງ​ຕຽມ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ລົມພາຍຸດັ່ງກ່າວ ຊຶ່ງມີ​ໂຮມ​ທັງ ວໍ​ຊິງ​ຕັນ​ ດີ​ຊີ Baltimore, New York, Philadelphia ​ແລະ Boston. ມີການ​ຕິດ ຕາມ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ພາຍຸ​ ​ແລະ​ການ​ເຕືອນ​ໃຫ້​ລະວັງ​ໄພ ​ເປັນ​ໄລຍະໆ ຢູ່​ຕາມ​ຝັ່ງ​ຕາເວັນ​ອອກ​ຂອງ​ສະຫະລັດ ​ບ່ອນ​ທີ່ຄາດ​ວ່າ​ ພາຍຸ​ເຮຣີ​ເຄນ Sandy ​ຈະ​ພັດປະ​ທະ​ໂດຍ​ກົງ ເຂດ​ໃດ​ເຂດ​ນຶ່ງ​ ໃນ​ຕອນ​ແລງ​ວັນ​ຈັນ​ມື້​ອື່ນ​ນີ້.

ຄາດ​ວ່າ​ຫລາ​ຍໆ​ລັດ​ຈະ​ປະສົບ​ກັບ​ກະ​ແສ​ລົມ​ແຮງ​ທີ່​ສ້າງ​ຄວາມ​ເສຍຫາຍ ຝົນຕົກ​ໜັກ​ແລະ​ ນໍ້າ​ຖ້ວມ ​ແລະ​ຫິມະ​ຕົກ​ຢູ່ໃນ​ບາງ​ເຂດ.

ພາຍຸ ​Sandy ທີ່​ວ່າ​ນີ້ ມີ​ລົມ​ແຮງພັດໄວ​ເຖິງ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ພ້ອມ​ກັບ​ກະ​ແສ​ທີ່​ທັ່ງ​ມາ​ໃນ​ຄວາມແຮງ​ທີ່​ສູງ​ກວ່າ. ກະ​ແສລົມ​ຂອງ​ພາຍຸ​ເຮຣີ​ເຄນ​ນັ້ນ ​ແມ່ນສາມາດ​ພັດໄປ​ໄກ​ເຖິງ 165 ກິ​ໂລ​ແມັດ ຈາກ​ສູນ​ກາງ​ຂອງ​ມັນ.
XS
SM
MD
LG