ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮຣີເຄນ Sandy ກໍາລັງ ພັດຖະຫລົ່ມ ເກາະຕ່າງໆ ຢູ່ເຂດມະຫາສະມຸດ ແອັດແລນຕິກ


ພາຍຸເຮຣີເຄນ Sandy ກໍາລັງຖະຫລົ່ມ ເກາະ Bahamas
ພາຍຸເຮຣີເຄນ Sandy ກໍາລັງຖະຫລົ່ມ ເກາະ Bahamas
ລົມພາຍຸ Hurricane Sandy ກໍາລັງ​ຖະຫລົ່ມ ​ເກ​າະ Bahamas
ດ້ວຍຝົນ​ຕົກ​ໜັກ ​ແລະ​ມີ​ລົມ​ພັດ​ຢ່າງ​ຮ້າຍ​ແຮງ ​ໃນ​ຂະນະ​ທີ່​ເຄື່ອນ
ໄຫວ​ຢູ່​ໃນ​ເຂດ​ທະ​ເລ Caribbean ບ່ອນ​ທີ່ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ​ເຖິງ 21 ຄົນ​ແລ້ວ​ນັ້ນ.

ພະລັງ​ຂອງ​ລົມທີ່​ຢູ່​ໃນ​ອັນ​ດັບ​ສອງ ທີ່​ມີ​ຄວາມໄວ​ເຖິງ 170 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ ​ໄດ້​ພັດ​ຜ່ານ​ປະ​ເທດ Cuba ​ໃນ​ວັນ​ພະຫັດ ວານ​ນີ້ ມ້າງ​ເພ​ ເຮື​ອນຊານບ້ານ​ຊ່ອງ ຖອນ​ຮາກ​ຕົ້ນ​ໄມ້ ​ແລະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 11 ຄົນ. ​ມີ​ລາຍ​ງານ​ວ່າ ອີກ 9 ຄົນເສຍ​ຊີວິດ ຢູ່​ທີ່ ​ເກາະ Haiti ​ແລ​ະ​ອີກ 1 ຄົນ​ ຢູ່ທີ່ ​ເກາະ Jamaica.

ລົມເຮີຣີເຄນ ​ຊື່ວ່າ Sandy ນີ້ ຄາດ​ວ່າ​ຈະ​ອ່ອນກຳລັງ​ລົງ
ຫລັງ​ຈາກ​ພັດ​ຜ່ານເກ​າະ Bahamas ​ແຕ່​ວ່າ ​ເຄື່ອງຄອມ​ພິວ​
ເຕີ ​ໄດ້ແຈ້ງ​ໃຫ້​ເຫັນ​ວ່າ ລົມ Hurricane ລູກນີ້ມີ​ທ່າ​ທາງ​ວ່າ ຈະເຂົ້າສົມທົບ​ກັບພາຍຸ​ລະດູ​ໜາວ ທາງພາກ​ຕາ​ເວັນ​ອອກ​ຂອງ ສ​ະຫະລັດ ​ໃນອາທິດ​ໜ້າ​ ​ນໍາ​ເອົາ​ລົ​ມ​ແຮງ ​ແລະ​ຝົນ​ໜາວ​ເຢັນ ຂຶ້ນ​ສູ່ຊາຍ​ຝັ່ງ.

ການ​ປ່ຽນ​ແປງ​ຂອງ​ດີ​ນຟ້າ​ອາກາດທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່ມີ​ທ່າ​ທາງຈະ​ປະ​ທະໃນ​ເວລາ​ໃກ້​ຈະ​ເຖິງບຸນຜີ Halloween ນີ້​ເຮັດ​ໃຫ້​ບັນດາ​ນັກ​ພະຍາກອນ​ອາກາດພາກັນ​ກ່າວ​ວ່າ ​ເປັນ
ຄື​ຜີ​ດິບທີ່ຮ້າຍ​ກາດ​ແລະ​ໃຫ້​ຊື່ວ່າ. “Frankenstorm.”
XS
SM
MD
LG