ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ຈະກວດ​ສອບ​ສະ​ພາບ​ຄວາມ​ເສຍ​ຫາຍ​ຂອງເຮີ​ຣິ​ເຄນ​ໄມ​ຄ໌​ໂກ​ລ


ພາບ​ຄວາມ​ເສຍ​ຫາຍ​ຂອງ​ເມືອງເມັກ​ຊິ​ໂກ ບິ​ຈ, ຟ​ລໍ​ຣີ​ດາ ຫຼັງ​ຈາກ​ທີ່​ເຮີ​ຣິ​ເຄນ​ໄມ​ຄ໌​ໂກ​ລ ໄດ້​ເຂົ້າ​ພັດ​ຜ່ານ. (ພາບ​ຈາກ: Jose Pernalete and Jorge Agobián)
ພາບ​ຄວາມ​ເສຍ​ຫາຍ​ຂອງ​ເມືອງເມັກ​ຊິ​ໂກ ບິ​ຈ, ຟ​ລໍ​ຣີ​ດາ ຫຼັງ​ຈາກ​ທີ່​ເຮີ​ຣິ​ເຄນ​ໄມ​ຄ໌​ໂກ​ລ ໄດ້​ເຂົ້າ​ພັດ​ຜ່ານ. (ພາບ​ຈາກ: Jose Pernalete and Jorge Agobián)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳພ້ອມ​ດ້ວຍ​ພັນ​ລະ​ຍາ​ ​ທ່ານນາງ​ມີ​ລາ​ເນຍ ​ຈະອອກ​ເດີນ​ທາງ​ໃນ​ວັນ​ຈັນ​ມື້​ນີ້ ເພື່ອ​ໄປ​ສຳ​ຫຼວດເບິ່ງບາງ​ພາກສ່ວນ​ຂອງ​ລັດຟ​ລໍຣີ​ດາ ທີ່​ຕິດ​ກັບ​ລັດ​ອື່ນ​ໆ ທີ່​ເອີ້ນ​ວ່າ Panhandle ທີ່​ປະ​ສົບ​ກັບ​ໄພ​ພິ​ບັດ​ຮ້າຍ​ແຮງ​ຈາກ​ເ​ຮີິຣິ​ເຄນ ​ໃນສັບ​ປະ​ດາແລ້ວ​ນີ້.

ທຳ​ນຽບ​ຂາວ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ ກ່ຽວ​ກັບ​ແຜນ​ການ​ຢ້ຽມ​ຢາມຄັ້ງ​ນີ້, ໃນ​ຂະນະ​ທີ່​ພວກ​ກູ້​ໄພ ແລະ​ໜ່ວຍ​ຊອກ​ຄົ້ນ​ຫາ ພາ​ກັນ​ສືບ​ຕໍ່​ຊອກ​ຫາ​ພວກ​ທີ່​ຫາຍ​ສາບ​ສູນ ຫຼັງ​ຈາກ​ພາ​ຍຸ​ເຂົ້າ​ປະທະ​ຂົງ​ເຂດດັ່ງ​ກ່າວ.

ເ​ຮີິຣິ​ເຄນ​ໄມ​ຄ໌ໂກ​ລ ໄດ້​ເຂົ້າ​ປະ​ທະ​ຝັ່ງ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ດ້ວຍ​ລົມແຮງ 250 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ເຮັດ​ໃຫ້​ຕຶກ​ຫັກ​ພັງ​ລົງ, ເຮັດ​ໃຫ້​ໄຟ​ຟ້າ​ດັບ​ແລະ​ຖິ້ມ​ຊາກ​ຫຼັ​ກ​ພັງກະ​ຈັດ​ກະ​ຈາຍ ໄປ​ທົ່ວ​ຂົງ​ເຂດ​ແຄມຝັ່ງນັ້ນ.

ມີ​ຢ່າງ​ນ້ອຍ 17 ຄົນ​ເສຍຊີ​ວິດ ຍ້ອນພາຍຸດັ່ງກ່າວເລາະ​ຕາມ​ຊາຍ​ຝັ່ງ ຈາກ​ລັດ​ຟ​ລໍ​ຣີ​ດາ ເຖິງ​ລັດ ເວີ​ຈີ​ເນຍ.

ໃນ​ພາກ​ສ່ວນ​ທີ່​ຖືກ​ປະ​ທະ​ຢ່າງ​ຮ້າຍແຮງທີ່​ສຸດ​ນັ້ນ ແມ່ນ​ຊາຍທະເລ​ເມັກ​ຊິໂກ ໃນເມືອງນຶ່ງ​ຂອງ panhandle ລັດ ຟລໍຣີດາ ຊຶ່ງ​ເຈົ້າ​ຄອງ​ລັດ ທ່ານຣິ​ຄ໌ ສ​ກ້ອ​ຕ ໄດ້​ກ່າວ​ວ່າ ນີ້ເປັນຄືກັບເຂດ​ສົງ​ຄາມ.

ຄວາມ​ເສຍ​ຫາຍທີ່​ໄດ້​ກະ​ທົບ​ຈາກ​ເຮີ​ຣິ​ເຄນ ໄມ​ຄ໌​ໂກ​ລ ໃນ​ເມືອງ​ເມັກ​ຊິ​ໂກ ບິຈ (Mexico Beach), ​ລັດຟ​ລໍ​ຣີ​ດາ.
ຄວາມ​ເສຍ​ຫາຍທີ່​ໄດ້​ກະ​ທົບ​ຈາກ​ເຮີ​ຣິ​ເຄນ ໄມ​ຄ໌​ໂກ​ລ ໃນ​ເມືອງ​ເມັກ​ຊິ​ໂກ ບິຈ (Mexico Beach), ​ລັດຟ​ລໍ​ຣີ​ດາ.

ກ່ອນ​ໜ້າ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ​ທ​ຣຳ ທ່ານສ​ກ້ອ​ຕ ໄດ້​ເຂົ້າ​ໄປ​ສຳ​ຫຼວດ​ຂົງ​ເຂດ​ດັ່ງ​ກ່າວ ກັບ​ຫົວ​ໜ້າກອງ​ທຶນ​ຊ່ອຍ​ເຫຼືອ​ສຸກ​ເສີນ​ຂອງ​ລັດ​ຖະ​ບານ​ກາງ ຫຼື FEMA ທ່ານ ບ​ຣ໊ອກ ລອງ ຜູ້​ຊຶ່ງ​ໄດ້​ກ່າວ​ວ່າ ຫາດ​ເມັກ​ຊິ​ໂກແມ່ນ​ຂົງ​ເຂດ​ທີ່​ຖືກ​ກະ​ທົບ​ຮ້າຍ​ແຮງ​ສຸດ ທີ່​ທ່ານ​ເຄີຍ​ໄດ້​ປະ​ພົບ​ເຫັນ​ມາ.

​ຜູ້​ບັນ​ຊາ​ການຕຳ​ຫຼວດ​ໃນ​ເຂດຫາດ​ເມັກ​ຊິ​ໂກ ທ່ານ ເອັນ​ໂຕ​ນີ ແຄ​ລ​ລີ ໄດ້​ບອກ​ວີ​ໂອ​ເອ​ ພະ​ແນກ​ພາ​ສາ​ສ​ເປນ​ວ່າ “ຕອນ​ທີ່​ທ່ານ​ມາ​ທີ່​ນີ້ ແລະ​ເຫັນ​ຄວາມ​ເສຍ​ຫາຍແບບ​ນີ້, ມັນເປັນ​ການ​ຍາກ ເປັນ​ການ​ສະເທືອນ​ຄວາມ​ຮູ້​ສຶກ.”

“ພວກ​ເຮົາ​ຮູ້​ວ່າ ແຕ່​ລະ​ຄົນ ໃນ​ບ້ານ​ເປັນ​ສ່ວນ​ໃຫຍ່. ພວກ​ເຂົາ​ເຈົ້າ​ຮູ້​ຈັກ​ພວກ​ເຮົາ,” ຊຶ່ງ​ທ່ານ​ແຄ​ລ​ລີ ໄດ້​ກ່າວ​ໄປ ແລະ​ກ່າວວ່າ “ພວກ​ຜູ້​ຄົນ​ທັງ​ຫຼາຍ​ນີ້ ແມ່ນ​ໃກ້​ຊິດ​ກັບ​ພວກ​ເຮົາ. ແລະ​ພວກ​ເຮົາ ກໍ​ຈະໄປ​ຕາມ​ໝູ່​ບ້ານ ເພື່ອ​ໃຫ້​ແນ່ໃຈ​ວ່າ ພວກ​ເຂົາ​ເຈົ້າ​ບໍ່ຢູ່​ໃນ​ບ້ານເຮືອນ​ທີ່ຫັກ​ພັງ​ເ​ສຍ​ຫາຍ​ຢ່າງ​ໃຫຽ່​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກ​ພະ​ນັກ​ງານໄຟ​ຟ້າ ພາ​ກັນ​ຈັດ​ແຈງ​ຕໍ່​ສາຍ​ໄຟ ຫຼັງ​ຈາກ​ເຮີ​ຣິ​ເຄນ​ໄມ​ຄ໌ໂກ​ລ ໃນ​ເມືອງ​ປາ​ນາ​ມາ ​ຊີ​ຕີ, ລັດ​ຟ​ລໍ​ຣີ​ດາ, 13 ຕຸ​ລາ 2018.
ພວກ​ພະ​ນັກ​ງານໄຟ​ຟ້າ ພາ​ກັນ​ຈັດ​ແຈງ​ຕໍ່​ສາຍ​ໄຟ ຫຼັງ​ຈາກ​ເຮີ​ຣິ​ເຄນ​ໄມ​ຄ໌ໂກ​ລ ໃນ​ເມືອງ​ປາ​ນາ​ມາ ​ຊີ​ຕີ, ລັດ​ຟ​ລໍ​ຣີ​ດາ, 13 ຕຸ​ລາ 2018.

XS
SM
MD
LG