ທ່ານ ຣິກ ສະກັອດ ຜູ້ປົກຄອງລັດຟລໍຣິດາ ກ່າວວ່າ "ມັນຄືກັນ ກັບສະໜາມລົບ" ໃນຂະ
ນະທີ່ທ່ານ ໄປຢ້ຽມຢາມຫາດຊາຍເມັກຊິໂກ ຊຶ່ງເປັນເມືອງບ່ອນທີ່ ເຮີຣິເຄນໄມເກິລພັດ
ຂຶ້ນຝັ່ງນັ້ນ.
ມີການພົບສົບ ຜູ້ເສຍຊີວິດນຶ່ງຄົນແລ້ວ ຢູ່ຕາມຊາກຫັກພັງຂອງປະຊາຄົມທີ່ຖືກທຳລາຍ
ຊຶ່ງເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດ ເພີ້ມຂຶ້ນເປັນ 16 ຄົນ ຍ້ອນເຮີຣິເຄນ ທີ່ມີຄວາມ
ແຮງປະເພດ 4 ຊຶ່ງໄດ້ພັດຂຶ້ນຝັ່ງ ຢູ່ໃນເຂດພາກຕາເວັນຕົກສຽງເໜືອສຸດຂອງລັດຟລໍຣິ
ດາ ແລະຫລັງຈາກນັ້ນກໍມຸ່ງໜ້າສູ່ທິດເໜືອຜ່ານລັດຈໍເຈຍ ລັດຄາໂຣໄລນາທັງສອງແລະ
ລັດເວີຈີເນຍ ຂະນະທີ່ເຮີຮິເຄນດັ່ງກ່າວຫລຸດຄວາມແຮງລົງມາເປັນພາຍຸເຂດຮ້ອນ.
ເຈົ້າໜ້າທີ່ຂອງລັດເວົ້າວ່າ ເກືອບ 300 ຄົນຢູ່ເມືອງຫາດຊາຍເມັກຊິໂກ ບໍ່ເອົາຫົວຊາຕໍ່
ຄຳເຕືອນໃຫ້ຍົກຍ້າຍອອກໜີຂອງທາງການ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ພວກ
ເຂົາເຈົ້າສາມາດຫລົບໜີໄປໃນນາທີສຸດທ້າຍຫຼືບໍ່.
ທ່ານ ວິລລຽມ “ບຣັອກ” ລອງ ຫົວໜ້າອົງການຄຸ້ມຄອງໄພພິບັດ ຂອງລັດຖະບານກາງ
ຫລື FEMA ກ່າວວ່າ ທ່ານຄາດວ່າ ໂຕເລກຜູ້ເສຍຊີວິດ ຈະເພີ້ມຂຶ້ນຕື່ມ. ທ່ານເວົ້າວ່າ
“ພວກເຮົາຍັງໄປບໍ່ຮອດ ບ່ອນທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດເທື່ອ. ມີພຽງບໍ່ເທົ່າໃດ
ຄົນທີ່ຍັງມີຊີວິດຢູ່ ເພື່ອບອກເລົ່າ ກ່ຽວກັບວ່າມັນເປັນແບບໃດ ທີ່ໄດ້ປະສົບພັບເຫັນລະ
ດັບນ້ຳສູງຂຶ້ນ ແລະບໍ່ເປັນຈັ່ງໂຊກ ໃນປະເທດ ທີ່ພວກເຮົາເບິ່ງຄືວ່າ ບໍ່ຖອດຖອນຈາກ
ບົດຮຽນຜ່ານມາ.”
ຖານທັບອາກາດທິນດອລ ທີ່ຕັ້ງຢູ່ໃນເຂດພາກຕາເວັນຕົກສຽງເໜືອສຸດຫຼືທີ່ເອີ້ນ Pan-
handle ຂອງລັດຟລໍຣິດານັ້ນ ໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫຼວງຊຶ່ງພວກທະຫານ
ທັງຍິງແລະຊາຍ 3,600 ຄົນ ທີ່ປະຈຳການຢູ່ໃນຖານທັບ ແລະຜູ້ທີ່ຖືກຍົກຍ້າຍ ໄດ້ຮັບ
ຄຳສັ່ງໃຫ້ກັບຄືນໄປ. ພັນເອກບຣາຍອັນ ເລດລໍ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ
“ຂ້າພະເຈົ້າຈະບໍ່ຮຽກເຈົ້າ ແລະຄອບຄົວຂອງເຈົ້າກັບຄືນມາ ຈົນພວກເຮົາຈະສາມາດ
ຄ້ຳປະກັນຄວາມປອດໄພ ຂອງພວກເຈົ້າ. ທ່ານກ່າວວ່າ ຍັງບໍ່ທັນຮູ້ເທື່ອວ່າ ຈະໃຊ້ເວ
ລາດົນປານໃດຈຶ່ງຈະສາມາດຟື້ນຟູໃຫ້ກັບຄືນສະພາບເດີມຍ້ອນວ່າ “ພວກເຮົາຕ້ອງ
ໄດ້ຟື້ນຟູສາທາລະນະປະໂພກຂັ້ນພື້ນຖານຕ່າງໆ ເອົາຕົ້ນໄມ້ ແລະເສົາໄຟທີ່ຫັກຕັນ
ທາງອອກແລະຊັ່ງຊາເບິ່ງຄວາມເສຍຫາຍກ່ຽວກັບຕຶກອາຄານຕ່າງໆ.”
ປະຊາຊົນແລະພວກກູ້ໄພຢູ່ລັດຟລໍຣິດາ ແລະລັດອື່ນໆໃນເຂດພາກຕາເວັນອອກສຽງ
ໃຕ້ຂອງສະຫະລັດກຳລັງມ້ຽນມັດ ແລະຊັ່ງຊາເບິ່ງຄວາມເສຍຫາຍ ທີ່ໄດ້ຮັບຈາກເຮີຣິ
ເຄນໄມເກິລ ຊຶ່ງໃນເວລານີ້ເຄື່ອນອອກສູ່ມະຫາສະໝຸດແອັດແລນຕິກແລ້ວ.