ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເຄື່ອນຍ້າຍປະຊາຊົນ ອອກຈາກ ອ່າວ ກວນທານາໂມ ກ່ອນ ພາຍຸມາຮອດ


ກຳມະກອນຄົນໜຶ່ງຕອກຕະປູໃສ່ກະດານໄມ້ຢູ່ປ່ອງຢ້ຽມຮ້ານຂາຍເຄື່ອງ ເພື່ອປ້ອງກັນພາຍຸເຮີຣິເຄນ Matthew ໃນນະຄອນຫຼວງ Kingston, ປະເທດ ຈາໄມກາ. 1 ຕຸລາ, 2016.
ກຳມະກອນຄົນໜຶ່ງຕອກຕະປູໃສ່ກະດານໄມ້ຢູ່ປ່ອງຢ້ຽມຮ້ານຂາຍເຄື່ອງ ເພື່ອປ້ອງກັນພາຍຸເຮີຣິເຄນ Matthew ໃນນະຄອນຫຼວງ Kingston, ປະເທດ ຈາໄມກາ. 1 ຕຸລາ, 2016.

ປະຊາຊົນຫຼາຍຮ້ອຍຄົນ ກຳລັງກຽມພ້ອມທີ່ຈະເຄື່ອນຍ້າຍທາງອາກາດອອກຈາກຖານ ທັບ ສະຫະລັດ ທີ່ອ່າວ ກວນທານາໂມ ໃນຂະນະທີ່ພາຍຸ ເຮີຣິເຄນ Matthew ທີ່ມີຄວາມ ຮຸນແຮງສູງກຳລັງມຸ່ງໜ້າໄປສູ່ປະເທດ ຄິວບາ, ເຮຕີ ແລະ ຈາໄມກາ.

ທະຫານເຮືອ ສະຫະລັດ ກ່າວວ່າປະຊາຊົນທີ່ອາໄສຢູ່ຖານທັບ ແລະ ສູນກັກຂັງທະຫານ ໃນພາກຕາເວັນອອກຂອງເກາະ ຄິວບາ ໄດ້ຖືກສັ່ງໃຫ້ຫາບ່ອນລີ້ໄພ ແລະ ອົບພະຍົບທີ່ມີ ຄວາມຈຳເປັນຂອງເຈົ້າໜ້າທີ່ໆບໍ່ມີຄວາມສຳຄັນແມ່ນກຳລັງດຳເນີນຢູ່ ເຊິ່ງລວມມີສະມາ ຊິກຄອບຄົວ ແລະ ເຈົ້າໜ້າທີ່ທະຫານ 700​ ຄົນ.

ນັກໂທດຈຳນວນຫຼາຍ ແມ່ນຍັງຖືກກັກຂັງໄວ້ໃນສູນຄຸມຂັງ ແລະ ປະມານ 5,500 ຄົນ ແມ່ນອາໄສຢູ່ຖານທັບດັ່ງກ່າວ.

ເຮີຣິເຄນ Matthew ມີຄວາມຮຸນແຮງທີ່ສຸດໃນມະຫະສະໝຸດ ແອັດລັງຕິກ ນັບຕັ້ງແຕ່ພາ ຍຸເຮີຣິເຄນ Felix ໃນປີ 2007 ເປັນຕົ້ນມາ. ດ້ວຍຄວາມແຮງຂອງລົມສູງສຸດທີ່ 240 ກິໂລ ແມັດຕໍ່ຊົ່ວໂມງ ແລະ ມີລົມແຮງພັດເປັນບາດທີ່ແຮງທີ່ສຸດ, ເຮີຣິເຄນ Matthew ແມ່ນ ຄາດວ່າຈະຄົງເປັນພາຍຸທີ່ຮຸນແຮງໃນວັນອາທິດມື້ນີ້.

ພາຍຸດັ່ງກ່າວຄາດວ່າຈະເຮັດໃຫ້ມີຝົນຕົກຢ່າງໜັກ ແລະ ສ້າງຄວາມສັບສົນໃນຫຼາຍພາກ ສ່ວນຂອງທະເລ Caribbean ໃນລະຫວ່າງ ສອງສາມວັນຂ້າງໜ້ານີ້.

ໃນນະຄອນຫຼວງ Kingston ຂອງ ຈາໄມກາ ປະຊາຊົນໄດ້ຊື້ອາຫານໃຫ້ພຽງພໍ ສຳລັບ ຫຼາຍມື້ທີ່ຈະມາເຖິງນີ້, ແຕ່ນາຍົກລັດຖະມົນຕີຂອງປະເທດ ໄດ້ກ່າວວ່າປະຊາຊົນບາງຈຳ ນວນ ສ່ວນໃຫຍ່ແລ້ວຈະບໍ່ສົນໃຈກັບຄຳສັ່ງດັ່ງກ່າວໃນການອົບພະຍົບ.

ນາຍົກລັດຖະມົນຕີ ຈາໄມກາ ທ່ານ Andrew Holness ໄດ້ກ່າວວ່າ “ບາງຄົນຈະສູ້ທົນ ກັບພາຍຸລູກນີ້, ດັ່ງນັ້ນສິ່ງທີ່ພວກເຮົາກຳລັງພະຍາຍາມທີ່ຈະເຮັດກໍແມ່ນ ໃຫ້ປະຊາຊົນ ຂອງພວກເຮົາເຮັດຕາມຄວາມສົນໃຈຂອງພວກເຂົາເຈົ້າ ເຊິ່ງແນ່ນອນຈະຊ່ວຍຮັກສາ ຊັບພະຍາກອນຕ່າງໆທີ່ຈະຕ້ອງຖືກສົ່ງໄປໃນເວລາຂອງຄວາມສຸກເສີນ ທີ່ມັນຈະມີ ຄວາມຫຍຸ້ງ ຍາກໃນການຕອບຮັບ.”

ປະເທດ ເຮຕີ ໄດ້ເລີ່ມທີ່ຈະຍົກຍ້າຍປະຊາຊົນອອກຈາກໝູ່ເກາະດິນຊາຍທີ່ໄດ້ຮັບຜົນກະ ທົບຢູ່ນອກຊາຍຝັ່ງທາງພາກໃຕ້ຂອງປະເທດ.

ພາຍຸດັ່ງກ່າວຄາດວ່າຈະເດີນທາງຜ່ານພາກຕາເວັນອອກຂອງ ຄິວບາ ແລະ ເກາະບາຮາ ມາສ ໃນວັນອັງຄານ ຫາ ວັນພຸດທີ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG