ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຮີຣິເຄນ Matthew ພວມມຸ່ງໜ້າ ສູ່ເກາະ Jamaica


ພາຍຸລະດູຮ້ອນ Matthew ໄດ້ເພີ້ມຄວາມແຮງຂຶ້ນ ດັ່ງທີ່ເຫັນຈາກຮູບພາບດາວທຽມ ຂອງອົງການ NASA-NOAA.
ພາຍຸລະດູຮ້ອນ Matthew ໄດ້ເພີ້ມຄວາມແຮງຂຶ້ນ ດັ່ງທີ່ເຫັນຈາກຮູບພາບດາວທຽມ ຂອງອົງການ NASA-NOAA.

ເຮີ​ຣິ​ເຄນ Matthew ​ໄດ້​ອ່ອນ​ກຳລັງ​ລົງ​ໜ້ອຍ​ນຶ່ງ ​ຈາກ​ລົມພາຍຸ​ທີ່​ມີ​ຄວາມ​ແຮງ ປະ​ເພດ ຫ້າລົງມາສູ່​ປະ​ເພດ​ສີ່​ໃນ​ຂະນະ​ທີ່​ພວມ​ພັດ​ຜ່ານ​ມະຫາ​ສະມຸດ Atlantic. ​ເປັນ​ທີ່​ຄາດກັນ​ວ່າ ​ຈະພາ​ໃຫ້​ມີ​ຝົນຕົກ​ໜັກ ຫລາຍສົມຄວນ ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຢູ່​ໃນ​ຫລາຍໆ​ພາກສ່ວນ​ຂອງທະ​ເລ Caribbean ​ໃນ​ລະ​ຫວ່າງ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.ບັນດາ​ນັກ​ພະຍາກອນ​ອາກາດ​ສະຫະລັດ ກ່າວ​ວ່າ Matthew ​ເປັນ​ເຮີຣິ​ເຄນທີ່​ມີ​ຄວາມ ແຮງ​ສຸດ​ຢູ່ໃນມະຫາ​ສະ​ມຸດ Atlantic ນັບ​ແຕ່ລົມ​ເຮີຣິ​ເຄນ Felix ທີ່​ພັດ ​ເຂົ້າຖະຫຼົ່ມ​ໃນ​ປີ 2007. ດ້ວຍ​ລົມ​ທີ່​ມີຄວາມ​ແຮງ​ສຸດເຖິງ​ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງນີ້ ​ຈຶ່ງ​ຄາດ​ກັນ​ວ່າ ​ເຮີຣິ​ເຄນ Matthew ຍັງ​ຈະ​ເປັນ​ລົມພາຍຸ​ທີ່​ແຮງ ​ໄປ​ຈົນຮອດ​ວັນ​ອາທິດ​ມື້ອື່ນ.

​ເຮີຣິ​ເຄນ Matthew ຈະ​ມີ​ຜົນ​ກະທົບ​ຕໍ່ພາກພື້ນ​ທະ​ເລ Caribbean ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ຮວມທັງ Jamaica, Haiti ​ແລະ Cuba.

ບັນດາ​ນັກ​ພະຍາກອນ​ອາກາດ​ທຳນາຍ​ວ່າ ຈະ​ມີ​ຝົນຕົກ​ເຖິງ 25 ຫາ 38 ຊັງ​ຕີ​ແມັດ ​ແລະ​ໃນ​ບາງ​ເຂດ​ຈະ​ສູງ​ກວ່າ 63 ຊັງ​ຕີ​ແມັດ​ ຢູ່ Jamaica ​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ Haiti. ສູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ​ສະຫະລັດ ກ່າວ​ວ່າ ບັນດາ​ຝົນຕົກ​ໜັກ​ດັ່ງກ່າວ​ນີ້ ​ອາດ​ຈະ​ພາໃຫ້​ເກີດ "​ນ້ຳ​ຖ້ວມ​ຊຸ ​ແລະ​ດິນ​ເຈື່ອນ​ທີ່ ເປັນ​ໄພ​ຂົ່ມຂູ່​ແກ່​ຊີວິ​ດ​ໄດ້."

​ເຮີຣິ​ເຄນ​ຫົວນີ້ ​ໄດ້ເອົາຊີວິດ​ຜູ້​ເຄາະ​ຮ້າຍ​ໄປ​ແລ້ວ​ນຶ່ງ​ຄົນ. ຜູ້​ປົກຄອງ​ເຂດ La Guajira ຂອງ Columbia ກ່າວ​ວ່າ ຜູ້​ຊາຍ​ພື້ນເມືອງ​ອາຍຸ 67 ປີ ​ຄົນ​ນຶ່ງໄດ້​ ​ເສຍ​ຊີວິດ ​ຍ້ອນລົມ​ພາຍຸ​ເຂດຮ້ອນ​ຢູ່ໃນ​ເຂດ​ຊົນນະບົດ​ຂອງ​ປະ​ເທດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG