ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ Matthew ໄດ້ພັດຜ່ານໄປແລ້ວ ບັດນີ້ ຈະຫັນປ່ຽນ ເປັນການເກັບກູ້ມ້ຽນມັດ


ການມ້ຽນມັດ ຫຼັງຈາກພາຍຸເຮີຣິເຄນ Matthew ຍັງສືບຕໍ່ມາ ຢູ່ໃນເມືອງ Jeremie ຂອງ Haiti, ວັນທີ 6 ຕຸລາ 2016.
ການມ້ຽນມັດ ຫຼັງຈາກພາຍຸເຮີຣິເຄນ Matthew ຍັງສືບຕໍ່ມາ ຢູ່ໃນເມືອງ Jeremie ຂອງ Haiti, ວັນທີ 6 ຕຸລາ 2016.

ໃນວັນອັງຄານມື້ນີ້ ໄພນ້ຳຖ້ວມ ຍັງຂົ່ມຂູ່ ຫຼາຍໆເຂດທາງພາກຕາເວັນອອກ ຂອງ ສະຫະລັດ ຢູ່ ໃນຂະນະທີ່ ຈຳນວນຂອງຜູ້ເສຍຊີວິດ ຍັງສືບຕໍ່ສູງຂຶ້ນ ຢູ່ໃນໝູ່ເກາະ ຄາຣີບຽນ ອັນເປັນຜົນມາຈາກ ພາຍຸເຮີຣິເຄນ Matthew.

ລົດກະບະ ທີ່ໄດ້ຖືກປະຖິ້ມໄວ້ ຈົມຢູ່ໃນນ້ຳ ຫຼັງຈາກ ເຮີຣິເຄນ Matthew ພັດຖະລົ່ມເມືອງ Lumberton ຂອງລັດ North Carolina, ວັນທີ 9 ຕຸລາ 2016.
ລົດກະບະ ທີ່ໄດ້ຖືກປະຖິ້ມໄວ້ ຈົມຢູ່ໃນນ້ຳ ຫຼັງຈາກ ເຮີຣິເຄນ Matthew ພັດຖະລົ່ມເມືອງ Lumberton ຂອງລັດ North Carolina, ວັນທີ 9 ຕຸລາ 2016.

ເຮຕີ ເປັນປະເທດເກາະດອນທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໄດ້ທຳການໄວ້ອາໄລ ເປັນມື້ສຸດທ້າຍ ຢ່າງເປັນທາງການ ໄລຍະ 3 ມື້ ໃນວັນອັງຄານມື້ນີ້. ຈຳນວນຜູ້ເສຍຊີວິດ ທີ່ເປັນທາງການ ຢູ່ແຫ່ງນີ້ ແມ່ນແຕກຕ່າງກັນໄປ ຈາກປະມານ 400 ເຖິງຫຼາຍກວ່າ 1,000 ຄົນ. ຫຼາຍໆພື້ນທີ່ຂອງປະເທດນີ້ ຍັງເຂົ້າຫາໄດ້ຍາກລຳບາກຢູ່.

ເຮືອນຊານບ້ານຊ່ອງ ຫຼາຍຫລັງໄດ້ຮັບຄວາມເສຍຫາ ຫຼັງຈາກເຮີຣິເຄນ Matthew ໄດ້ພັດຖະລົ່ມ ຜ່ານເມືອງ Jeremie ຂອງ Haiti, ວັນທີ 9 ຕຸລາ 2016.
ເຮືອນຊານບ້ານຊ່ອງ ຫຼາຍຫລັງໄດ້ຮັບຄວາມເສຍຫາ ຫຼັງຈາກເຮີຣິເຄນ Matthew ໄດ້ພັດຖະລົ່ມ ຜ່ານເມືອງ Jeremie ຂອງ Haiti, ວັນທີ 9 ຕຸລາ 2016.

ສ່ວນຢູ່ໃນ ສະຫະລັດ ຈຳນວນຂອງຜູ້ເສຍຊີວິດ ໃນຕອນແລງວັນຈັນວານນີ້ ແມ່ນຈຶ້ງຢູ່ 23 ຄົນ. ຫຼາຍແສນຄົນ ຍັງຂາດ ໄຟຟ້າໃຊ້ ແລະ ສະຖານະການ ອາດຮ້າຍແຮງຂຶ້ນ ຂະນະທີ່ແມ່ນ້ຳສາຍຕ່າງໆ ສືບຕໍ່ຈະລົ້ນຝັ່ງ.

ຢູ່ໃນລັດ North Carolina ເຮືອບິນເຮລິຄອບເຕີ ແລະ ເຮືອກູ້ໄພ ຫຼາຍລຳ ໄດ້ຊ່ອຍ ຂົນເອົາພວກຄົນ ໄປໄວ້ທີ່ປອດໄພ ຫຼັງຈາກຝາຍກັ້ນນ້ຳ ຢູ່ໃກ້ກັບເມືອງ Lumberton ໄດ້ພັງລົງ ອິງຕາມຜູ້ປົກຄອງລັດ ທ່ານ Pat McCrory.

ບັນດາຜູ້ເຄາະຮ້າຍ ໄດ້ຮັບການຮັກສາປິ່ນປົວ ໂຣກອະຮີວາ ຢູ່ທີ່ໂຮງໝໍຂອງລັດ ຫຼັງຈາກ ພາຍຸເຮີຣິເຄນ Matthew ພັດຖະລົ່ມ ເມືອງ Jeremie ຂອງ Haiti, ວັນທີ 8 ຕຸລາ 2016.
ບັນດາຜູ້ເຄາະຮ້າຍ ໄດ້ຮັບການຮັກສາປິ່ນປົວ ໂຣກອະຮີວາ ຢູ່ທີ່ໂຮງໝໍຂອງລັດ ຫຼັງຈາກ ພາຍຸເຮີຣິເຄນ Matthew ພັດຖະລົ່ມ ເມືອງ Jeremie ຂອງ Haiti, ວັນທີ 8 ຕຸລາ 2016.

ທ່ານ McCrory ໄດ້ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ວ່າ “ພວກເຮົາມີລາຍງານ ວ່າ ພົນລະເມືອງ ເກືອບ 1,500 ຄົນ ຢູ່ໃນເມືອງ Lumberton ແມ່ນຍັງຕົກຄ້າງຄາຢູ່ ໃນປັດຈຸບັນນີ້. ນ້ຳສ່ວນໃຫຍ່ ແມ່ນສູງປະມານລະດັບຫົວເຂົ່າ ແຕ່ພວກເຮົາ ມີປະຊາຊົນ ຂຶ້ນໄປຢູ່ເທິງຫລັງຄາເຮືອນ ໃນຂະນະທີ່ພວກເຮົາກຳລັງກ່າວຢູ່ນີ້.”

ເຄື່ອງວັດແທກຂອງ ແມ່ນ້ຳ ແລະ ລຳທານ ຫຼາຍກວ່າສິບແຫ່ງ ຍັງໄດ້ສະແດງໃຫ້ເຫັນວ່າ ຢູ່ໃນຂັ້ນນ້ຳຖ້ວມ ທົ່ວທັງສອງລັດ ຄື Carolina ແລະ Virginia ແລະ 5 ແຫ່ງ ຢູ່ໃນລັດ North Carolina ແມ່ນຖືກນ້ຳຖ້ວມ ສູງສຸດເປັນປະວັດການ ອິງຕາມ ກົມອຸຕຸນິຍົມແຫ່ງຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Hurricane Matthew
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG