ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີຣິເຄນ Matthew ເຄື່ອນຕົວ ຜ່ານທະເລ ຄາຣິບຽນ


ແມ່ຍິງຄົນນຶ່ງ ປ້ອງກັນຕົນເອງຈາກຝົນຕົກ ໃນຂະນະທີ່ ພາຍຸເຮີຣິ ເຄນ Matthew ເຄື່ອນໃກ້ເຂົ້າເຖິງເມືອງ Les Cayes, ເຮຕີ. 3 ຕຸລາ 2016.
ແມ່ຍິງຄົນນຶ່ງ ປ້ອງກັນຕົນເອງຈາກຝົນຕົກ ໃນຂະນະທີ່ ພາຍຸເຮີຣິ ເຄນ Matthew ເຄື່ອນໃກ້ເຂົ້າເຖິງເມືອງ Les Cayes, ເຮຕີ. 3 ຕຸລາ 2016.

ຝົນທີ່ຕົກໜັກຈາກວົງນອກຂອງຕາພາຍຸເຮີຣິເຄນ Matthew ທີ່ພັດກະໜ່ຳເຂົ້າປະເທດ ຈາໄມກາ ແລະ ເຮຕີ ໃນວັນຈັນວານນີ້, ​ໄດ້ເຮັດໃຫ້​ເກີດນ້ຳຖ້ວມຖະໜົນຫຼາຍສາຍ ແລະ ​ເຮັດໃຫ້ປະຊາຊົນຫຼາຍຄົນຕ້ອ​ງ​ ຍ້າຍໄປຢູ່ສະຖານທີ່ຫລົບໄພສຸກເສີນ ໃນຂະນະພາຍຸທີ່ ມີຄວາມແຮງລະດັບ 4 ຫົວນີ້ໄດ້ເຄື່ອນຕົວຜ່ານທະເລ ຄາຣິບຽນ.

ມີລາຍງານຜູ້ເສຍຊີວິດສອງຄົນໃນປະເທດ ເຮຕີ, ​ເຮັດ​ໃຫ້​ຈຳນວນຜູ້ເສຍຊີວິດທັງໝົດ ຍ້ອນພາຍຸ Matthew ​ເພີ້ມຂຶ້ນເປັນຢ່າງໜ້ອຍ 4 ຄົນ.

ພາກຕາເວັນຕົກສຽງໃຕ້ ທີ່ປະສົບຄວາມທຸກຍາກຢູ່ແລ້ວຂອງ ເຮຕີ ແມ່ນໄດ້ຮັບຜົນກະ ທົບຈາກພາຍຸ ໜັກທີ່ສຸດ ເຊິ່ງກຳລັງມຸ່ງໜ້າໄປສູ່ໃນຕອນເຊົ້າຂອງວັນອັງຄານມື້ນີ້, ບ່ອນ ທີ່ລົມ​ເຊິ່ງມີຄວາມແຮງ 230 ກິໂລແມັດຕໍ່ຊົ່ວໂມງ ແລະ ຝົນທີ່ຕົກໜັກໄດ້ບັງຄັບໃຫ້ປະຊາ ຊົນປະມານ 2,000 ຄົນໃນ​ເຂດ Grand Sud ຕ້ອງອົບພະຍົບອອກໄປໃນຕອນຄ່ຳຂອງ ວັນຈັນວານນີ້.

ປະຊາຊົນ ເຮຕີ ລະຫວ່າງ 100,000 ຫາ 500,000 ຄົນກຳລັງປະເຊີນໜ້າກັບຄວາມສ່ຽງ ຕໍ່​ການ​ເກີດນ້ຳຖ້ວມຢ່າງຮຸນແຮງຍ້ອນວ່າເຮືອນຕູບທີ່ບໍ່ເປັນລະບຽບ ທີ່ພວກເຂົາເຈົ້າອາ ໄສຢູ່ນັ້ນແມ່ນຕັ້ງຢູ່​ໃນສະຖານ ທີ່ຕ່າງໆທີ່​ເປັນອັນຕະລາຍ. ພວກພະຍາກອນອາກາດ ຄາດວ່າ ພາຍຸ Matthew ຈະເຮັດໃຫ້ຝົນຕົກສູງກວ່າໜຶ່ງແມັດໃນບາງພາກສ່ວນຂອງ ເຮຕີ, ເປັນການເພີ່ມຄວາມສ່ຽງ​ຕໍ່​ການ​ທີ່​ຈະ​ເກີດເຫດດິນເຈື່ອນ ແລະ ນ້ຳຖ້ວມຢ່າງຮ້າຍ ແຮງໃນຂົງເຂດທີ່ມີປະຊາກອນອາໄສຢູ່ໜາແໜ້ນ.

ເສັ້ນທາງການເຄື່ອນທີ່ຂອງພາຍຸ ເຮີຣິເຄນ Matthew.
ເສັ້ນທາງການເຄື່ອນທີ່ຂອງພາຍຸ ເຮີຣິເຄນ Matthew.

ສູງກາງພາຍຸເຮີຣິເຄນແຫ່ງຊາດຂອງ ສະຫະລັດ ໃນນະຄອນ Miami ໄດ້ກ່າວວ່າ ຕາຂອງ ພາຍຸຈະເຄື່ອນຕົວຜ່ານ ປາຍຂອງພາກຕາເວັນຕົກສຽງໃຕ້ຂອງ ເຮຕີ ກ່ອນມຸ່ງໜ້າສູ່ພາກ ຕາເວັນອອກຂອງ ຄິວບາ ໃນວັນອັງຄານມື້ນີ້.

ປະຊາຊົນປະມານ 150,000 ຄົນໃນປະເທດ ຈາໄມກາ ອາດຈະບໍ່ມີທີ່ຢູ່ອາໄສຍ້ອນຜົນ ກະທົບຂອງພາຍຸເຮີຣິເຄນ ແລະ ໃນປະເທດ ເຮຕີ ເຊິ່ງປະຊາຊົນປະມານ 2 ລ້ານຄົນແມ່ນ ຄາດວ່າຈະໄດ້ຮັບຜົນກະທົບນັ້ນ, ຍັງສືບຕໍ່ຊຸກຍູ້​ໃຫ້​ປະຊາຊົນຢູ່ໃນຂົງເຂດທີ່ມີຄວາມສ່ຽງ ໃຫ້ພາກັນຍ້າຍໄປສູ່ບ່ອນທີ່ມີຄວາມປອດໄພກວ່າ.

ກຸ່ມປະເມີນຄວາມ​ເສຍ​ຫາຍ ແລະປະສານງານດ້ານໄພພິບັດ ຂອງອົງ ການສະຫະປະຊາ ຊາດໄດ້ເດີນທາງໄປຮອດທັງສອງປະເທດ​ແລ້ວເພື່ອ ສະໜັບສະໜູນຄວາມພະຍາຍາມ ໃນການກຽມພ້ອມແຫ່ງຊາດ ພ້ອມດ້ວຍວາງຕຳແໜ່ງ​ເພື່ອ​ແຈກ​ຈ່າຍເຄື່ອງຊ່ວຍເຫຼືອ ລ່ວງໜ້າ ແລະເຄື່ອງ ຊ່ວຍເຫດການສຸກເສີນຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hurricane Matthew
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG