ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸລົມ ເຮີຣິເຄນ Matthew ພັດຂຶ້ນຝັ່ງ ຜ່ານໝູ່ເກາະ ກາຣີບຽນ


ພວກລົດແລ່ນຕາມທາງ ພາຍໃຕ້ຝົນທີ່ຕົກລົງມາຢ່າງໜັກ ໃນໃຈ
ກາງເມືອງຫຼວງ Kingston ຂອງ Jamaica, ວັນທີ 2 ຕຸຸລາ 2016.
ພວກລົດແລ່ນຕາມທາງ ພາຍໃຕ້ຝົນທີ່ຕົກລົງມາຢ່າງໜັກ ໃນໃຈ ກາງເມືອງຫຼວງ Kingston ຂອງ Jamaica, ວັນທີ 2 ຕຸຸລາ 2016.

ປະເທດເກາະດອນ Jamaica ແລະ Haiti ສືບຕໍ່ຊຸກຍູ້ໃຫ້ພົນລະເມືອງຂອງຕົນ ທີ່ອາໄສຢູ່ພື້ນທີ່ ທີ່ມີຄວາມສ່ຽງ ໃຫ້ຫຍົກຍ້າຍອອກ ໃນຂະນະທີ່ເກາະ Caribbean ເລີ້ມຕົ້ນ ໄດ້ຮັບຜົນກະທົບໂດຍລົມພາຍຸ ເຮີຣິເຄນ Matthew ຂະໜາດແຮງ.

ລັດຖະມົນຕີ ກະຊວງພາຍໃນ ຂອງເຮຕີ ທ່ານ Francois Anick Joseph ກ່າວວ່າ ບັນດາເຈົ້າໜ້າທີ່ “ເປັນຫ່ວງເປັນໃຍຫຼາຍ” ໃນສະຖານະການນີ້ ໂດຍກ່າວຕື່ມວ່າ ໄດ້ມີການຕັ້ງສະຖານທີ່ລີ້ໄພຊົ່ວຄາວ1,300 ແຫ່ງຂຶ້ນ ເພື່ອຊ່ອຍເຫຼືອປະຊາຊົນ ຫຼາຍແສນຄົນ.

ທ່ານເວົ້າວ່າ “ພວກເຮົາຢາກໃຫ້ທຸກຄົນ ຮູ້ວ່າ ມັນແມ່ນເລື່ອງຈິງ.”

ເຖິງຢ່າງນັ້ນກໍຕາມ ເກືອບ 2,000 ຄົນ ປະຕະເສດ ທີ່ຈະອອກໄປຈາກເຮືອນຊານ ຂອງ ພວກເຂົາເຈົ້າ ແລະ ກະຊວງນັ້ນ ໄດ້ກ່າວວ່າ ລັດຖະບານ ພ້ອມແລ້ວ ທີ່ຈະໃຊ້ກຳລັງ ຖ້າວ່າຈຳເປັນ. ເຮຕີ ໄດ້ເລີ້ມຫຍົກຍ້າຍປະຊາຊົນຂອງຕົນ ອອກຈາກໝູ່ເກາະຊາຍຫາດ ຢູ່ຟາກແຄມຝັ່ງພາກໃຕ້.

Matthew ເປັນລົມພາຍຸຂະໜາດແຮງທີ່ສຸດ ຢູ່ໃນ ມະຫາສະໝຸດ Atlantic ນັບຕັ້ງແຕ່ ລົມພາຍຸ Felix ເມື່ອປີ 2007 ເປັນຕົ້ນມາ. ໂດຍມີລົມພັດແຮງສູງສຸດ ເຖິງ 230 ກິໂລ ແມັດຕໍ່ຊົ່ວໂມງ ແລະ ລົມພັດແຮງສູງຂຶ້ນ ເປັນບາດໆ ຄາດກັນວ່າ ລົມພາຍຸ Matthew ຈະຍັງຄົງມີພະລັງແຮງຢູ່ ໃນຂະນະທີ່ມັນສ້າງຄວາມເສຍຫາຍ ຕໍ່ພາກສ່ວນຕ່າງໆ ຂອງ ເກາະ Caribbean ໃນລະຫວ່າງ ສອງສາມມື້ຂ້າງໜ້າ.

ບັນດາຄອບຄົວ ພະນັກງານທະຫານ ນັ່ງຢູ່ຕາມທີ່ນັ່ງເທິງເຮືອບິນ ຂອງສະຫະລັດ ເພື່ອການຫຍົກຍ້າຍ ອອກຈາກ ອ່າວ Guantanamo ກ່ອນໜ້າ ພາຍຸລົມ ເຮີຣິເຄນ Matthew ຈະພັດຂຶ້ນຝັ່ງ, ວັນທີ 2 ຕຸລາ 2016.
ບັນດາຄອບຄົວ ພະນັກງານທະຫານ ນັ່ງຢູ່ຕາມທີ່ນັ່ງເທິງເຮືອບິນ ຂອງສະຫະລັດ ເພື່ອການຫຍົກຍ້າຍ ອອກຈາກ ອ່າວ Guantanamo ກ່ອນໜ້າ ພາຍຸລົມ ເຮີຣິເຄນ Matthew ຈະພັດຂຶ້ນຝັ່ງ, ວັນທີ 2 ຕຸລາ 2016.


ປະຊາຊົນຫຼາຍຮ້ອຍຄົນ ໄດ້ຖືກຫຍົກຍ້າຍອອກຈາກ ຖານທັບທະຫານເຮືອ ສະຫະລັດ ຢູ່ອ່າວ Guantanamo ໂດຍທາງເຮືອບິນ ໃນຂະນະທີ່ ລົມພາຍຸ Matthew ມຸ່ງໜ້າສູ່ ປະເທດເກາະຄິວບາ ເຮຕີ ແລະ ຈາໄມກາ.

ກອງທັບເຮືອ ສະຫະລັດ ກ່າວວ່າ ປະຊາຊົນທີ່ຍັງຢູ່ຖານທັບ ແລະ ສູນຄຸມຂັງຂອງ ທະຫານ ຢູ່ທາງພາກຕາເວັນອອກສຸດ ຂອງເກາະຄິວບາ ແມ່ນໄດ້ຖືກບອກໃຫ້ໄປ ອາໄສຢູ່ທີ່ພັກລີ້ໄພຊົ່ວຄາວ ແລະ ການຫຍົກຍ້າຍພະນັກງານ ທີ່ບໍ່ຈຳເປັນ ອັນເປັນ ຄຳສັ່ງນັ້ນ ແມ່ນກຳລັງດຳເນີນໄປຢູ່. ອັນນັ້ນ ລວມມີ ສະມາຊິກຄອບຄົວ ຂອງພະນັກ ງານທະຫານ 700 ຄົນ.

ພວກນັກໂທດຈຳນວນໜຶ່ງ ແມ່ນຍັງຖືກຄຸມຕົວຢູ່ ສູນຄຸມຂັງ ແລະ ປະມານ 5,500 ຄົນ ແມ່ນຈະອາໄສ ຢູ່ຖານທັບດັ່ງກ່າວນັ້ນຕໍ່ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Hurricane Matthew
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG