ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ເຮີຣິເຄນ Matthew ເຮັດໃຫ້ມີ ຜູ້ເສຍຊີວິດ ເກືອບ 900 ໃນເຮຕີ


ໂບດ Jislene Jean Baptiste ຖືກລົມເຮີຣິເຄນ Matthew ພັດເອົາຫຼັງຄາອອກ ທີ່ເມືອງ Jeremie ປະເທດເຮຕີ. (7 ຕຸລາ 2016)

ເຮີຣິ​ເຄນ Matthew ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ ​ເກືອບ 900 ຄົນ ​ແລະ ອີກ​ຫຼາຍສິບ​ພັນ​ຄົນ​ບໍ່​ມີ​ບ່ອນຢູ່​ອາ​ໄສ.

​ເຮ​ຕີ​ຊຶ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ​ແມ່ນ​ຍັງ​ບໍ່​ທັນ​ຟື້ນ​ໂຕ ຄືນຢ່າງ​ເຕັມທີ່​ຈາກ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ໃນ​ປີ 2010 ​ເທື່ອ.

ທ້າວ Geffrard Duplessis ກ່າວເຖິງ​ລົມ​ເຮຣິ​ເຄນ Matthew ວ່າ “ພວກ​ເຮົາ​ສູນ​ເສຍ​ງົວ​ແລະ​ຜົນລະ​ປູ​ກທັງ​ໝົດ. ບໍ່​ມີ​ຫຍັງ​ເຫລືອ​ເລີຍ ​ແລະ​ເຮືອນ​ຂອງ ພວກ​ເຮົາ​ກໍ​ຖືກ​ທຳລາຍ.”

ວີ​ດີ​ໂອ​ໃໝ່​ສະ​ແດງໃຫ້​ເຫັນ​ວ່າ ຕູບ​ທີ່​ເຮັດ​ດ້ວຍ​ສັງກະສີ​ທັງ​ໝົດ​ໄດ້​ຖືກ​ລົມພາຍຸ​ຫົວນີ້ພັດ​ຫລັງຄາ​ອອກ ຕົ້ນ​ໄມ້​ຫັກ ​ແລະ​ນ້ຳຂີ້ຕົມ​ໄດ້​ລົ້ນ​ແຄມ​ຝັ່ງ​ຂຶ້ນຖ້ວມ.

ລົດຄັນນຶ່ງ ກຳລັງແລ່ນຜ່ານ້ຳຖ້ວມ ຢູ່ເມືອງ St. Augustine ລັດຟລໍຣິດາ ຍ້ອນເຮີຣິເຄນ Matthew
ລົດຄັນນຶ່ງ ກຳລັງແລ່ນຜ່ານ້ຳຖ້ວມ ຢູ່ເມືອງ St. Augustine ລັດຟລໍຣິດາ ຍ້ອນເຮີຣິເຄນ Matthew

ທ່ານ Jean-Michel Vigreux ຜູ້ອຳນວຍການ​ ຂອງ​ອົງການ Care ​ໃນ​ເຮ​ຕີ ກ່າວ​ວ່າ ເມືອງ Jeremie ຂອງ​ເຮ​ຕີ​ທີ່​ມີ​ພົນລະ​ເມືອງ 30,000 ຄົນ ໄດ້​ຖືກ​ທຳລາຍ​ຢ່າງ​ສິ້ນ​ເຊີງ​.

ອົງການ​ສະຫະ​ປະຊາ​ຊາດ ກ່່າວວ່່າ ຊາວ​ເຮ​ຕີ​ເກືອບ 6 ລ້ານ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລົມພາຍຸ Matthew ​ໂດຍ​ທີ່ 350,000 ຄົນ ​ແມ່ນ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ໃນ​ທັນທີ.

ສະພາກາ​ແດງ​ສາກົນ​ໄດ້​ປະກາດ​ ຮ້ອງ​ຂໍ​ການ​ຊ່ອຍ​ເຫລືອສຸກ​ເສີນ 6 ລ້ານ 9 ​ແສນ​ໂດ​ ລາເພື່ອ​ນຳໄປ​ຊ່ອຍ​ບັນ​ເທົາ​ທຸກ​ໃນ​ເຮ​ຕີ.

Obama on Biggest Concerns Regarding Hurricane Matthew
please wait

No media source currently available

0:00 0:00:55 0:00

ນາຍົກລັດ​ຖະມົນຕີ​ເຮ​ຕີ ທ່ານ Enex Jean-Charles ​ໄດ້​ປະກາດ​ກ່ຽວ​ກັບ​ການ​ສ້າງຕັ້ງ ຄະນະ​ກຳມະການ​ ທີ່​ປະກອບ​ດ້ວຍ​ສະມາຊິກ​ຄະນະ​ລັດຖະບານ ​ເພື່ອ​ປະສານ​ງານ​ການ​ແຈ​ກຈ່າຍ​ຄວາມ​ຊ່ອຍ​ເຫລືອ ທີ່​ສະໜອງ​ໂດຍ​ບັນດາ​ປະ​ເທດ​ແລະ​ອົງການ​ຈັດຕັ້ງຕ່າງໆ.

Florida Gov Rick Scott on Hurricane Matthew Concerns
please wait

No media source currently available

0:00 0:00:18 0:00

ການ​ສັນຈອນ​ໄປມາ ​ໃນ​ຂອບ​ເຂດ​ຈຳກັດ​ໂດຍ​ທາງ​ລົດ ​ໄດ້​ມີ​ການຈັດຕັ້ງຂຶ້ນຢູ່​ໃນ​ພາກ​ໃຕ້​ຂອງ​ເຮ​ຕີ ​ທີ່​ຖືກ​ຕັດຂາດ ​ເວລາ​ຂົວ​ແຫ່ງ​ນຶ່ງ​ໄດ້​ພັງ​ລົງ ​ໃນ​ວັນ​ອັງຄານຜ່ານ​ມາ ຊຶ່ງ​ໄດ້​ຊຸກຍູ້​ໃຫ້​ມີ​ການຈັດ​ສົ່ງ​ພະນັກງານ​ບັນ​ເທົາ​ທຸກ​ສຸກ​ເສີນ​ແລະ​ເຄື່ອງຂອງ​ຕ່າງໆ​ໄປ​ຍັງ​ເຂດ​ທີ່​ໂດດ​ດ່ຽວ​ດັ່ງກ່າວ.

ເວລາ​ນີ້ ເຮີຣິ​ເຄນ Matthew ກຳລັງ​ເຄື່ອນ​ຂຶ້ນ​ເໜືອ​ເລາະ​ຕາມ​ແຄມ​ຝັ່ງ​ທະ​ເລກ້ຳ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ຍົກຍ້າຍ ​ປະຊາ​ຊົນ​ອອກ​ໜີ ​ເປັນ​ຈຳນວນ​ຫຼວງ ຫຼາຍ ຕັ້ງ​ແຕ່​ລັດ​ຟລໍຣິດາຂຶ້ນ​ໄປ​ຫາ​ລັດ North Carolina. ພາຍຸ​ຫົວນີ້​ແມ່ນ​ມີ​ລົມ​ແຮງ​ເຖິງ 165 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ມີ​ການ​ທຳນາຍວ່າ ​ຈະ​ມີ​ຝົນຕົກ​ໜັກ ​ແຕ່ 20 ຫາ 38 ຊັງ​ຕີ​ແມັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG