ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮີຣິເຄນ Matthew ພັດຜ່ານ ໝູ່ເກາະ ບາຮາມັສ ແລະມຸ່ງໜ້າ ສູ່ລັດຟລໍຣິດາ


Video Footage of Hurricane Matthew Damage in Haiti
please wait

No media source currently available

0:00 0:01:29 0:00

ພວກ​ນັກ​ພະຍາກອນ​ອາກາດ​ຄາດ​ວ່າ ເຮີຣິເຄນ Matthew ຈະ​ມີ​ຄວາມ​ແຮງ​ເພີ້ມຂຶ້ນໃນ​ຂະນະ​ທີ່​ເຄື່ອນ​ຕົວ​ ຜ່ານ​ພາກ​ເໜືອຂອງ​ໝູ່​ເກາະ​ບາ​ຮາ​ມັສ ແລະ​ມຸ່ງ​ໜ້າ​ສູ່​ລັດ​ຟລໍຣິດາໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ສູນ​ກາງ​ເຮີຣິ​ເຄນ​ແຫ່ງ​ຊາດ​ຂອງ​ສະຫະລັດ ກ່າວ​ວ່າ ເຮີຣິເຄນ Matthew ມີລົມ​ແຮງ 205 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ຕອນ​ເຊົ້າໆ​ ຂອງ​ວັນ​ພະຫັດ​ມື້ນີ້ ​ໃນ​ຂະນະ​ທີ່​ສູນ​ກາງຂອງ​ລົມ​ດັ່ງ ກ່າວພວມ​ເຄື່ອນ​ເຂົ້​າ​ໄປ​ ໃກ້​ເກາະ Andros ​ແລະ ເມືອງ Nassau ​ແລະ​ທາງ​ສູນ​ກາງ​ໄດ້​ເຕືອນ​ກ່ຽວກັບ​ຟອງ​ທະ​ເລ ​ຈາກ​ລົມພາຍຸ ແລະ​ຄວາມ​ເປັນ​ໄປ​ໄດ້​ ທີ່​ຈະ​ມີ​ຝົນຕົກ​ໜັກ​ບໍ່​ຕ່ຳ​ກວ່າ 20 ຊັງ​ຕີ​ແມັດ.

ລູກຄ້າຄົນນຶ່ງ ຍ່າງຜ່ານບ່ອນວາງແກ້ວນ້ຳປລາສຕິກ ທີ່ຫວ່າງເປົ່າ ຢູ່ເມືອງ Hollywood ລັດຟລໍຣິດາ (5 ຕຸລາ 2016)
ລູກຄ້າຄົນນຶ່ງ ຍ່າງຜ່ານບ່ອນວາງແກ້ວນ້ຳປລາສຕິກ ທີ່ຫວ່າງເປົ່າ ຢູ່ເມືອງ Hollywood ລັດຟລໍຣິດາ (5 ຕຸລາ 2016)

ເສັ້ນທາງ​ຂອງເຮີຣິເຄນ Matthew ​ແມ່ນ​ພັດ​ໂດຍ​ກົງ​ຂຶ້ນ​ໄປ​ຕາມ​ເຂດ​ແຄມ​ຝັ່ງ​ທະ​ເລກ້ຳ​ຕາ​ເວັນ​ອອກ​ຂອງ​ລັດ​ຟລໍຣິກາ​ໃນ​ວັນ​ສຸກ​ມື້ອື່ນ​ຫລັງ​ຈາກ​ໄດ້​ຮັບ​ຄວາມ​ແຮງ​ເພີ້ມຂຶ້ນຈາກ​ລົມພາຍຸ​ປະ​ເພດ 3 ຂຶ້ນ​ເປັນ​ປະ​ເພດ 4.

ຜູ້​ປົກຄອງ​ລັດ​ຟລໍຣິດາ ທ່ານ Rick Scott ເຕືອນ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ເລາະຕາມ​ແຄມ​ຝັ່ງ​ທະ​ເລ​ຂອງ​ລັດ ​ໃນ​ລະຫວ່າງ​ກອງ​ປະຊຸມ​ຖະ​ແຫລງຂ່າວ​ ໃນ​ວັນ​ພຸດວານ​ນີ້ວ່າ “ຈົ່ງ​ພາກັນ​ອອກ​ຈາກ​ບໍລິ​ເວນ​ດັ່ງກ່າວ​ດຽວນີ້ ມັນ​ອາດ​ຈະ​ເປັນ​ການຕັດສິນ​ໃຈກ່ຽວກັບ​ຕາຍຫຼືຍັງ.”

ພວກເດັກນ້ອຍຕົກຄ້າງ ຫຼັງຈາກເຮີຮິເຄນ Matthew ຜ່ານໄປ ທີ່ເມືອງ Cite-Soleil ໃນເມືອງ Port-au-Prince ປະເທດເຮຕີ. (5 ຕຸລາ 2016)
ພວກເດັກນ້ອຍຕົກຄ້າງ ຫຼັງຈາກເຮີຮິເຄນ Matthew ຜ່ານໄປ ທີ່ເມືອງ Cite-Soleil ໃນເມືອງ Port-au-Prince ປະເທດເຮຕີ. (5 ຕຸລາ 2016)

ມີ​ປະຊາຊົນ​ເກືອບ 2 ລ້ານ​ຄົນ​ອາ​ໄສ​ຢູ່ໃນ​ເຂດ​ຕ່າງໆ​ຂອງ​ລັດ​ຟລໍຣິດາທີ່​ຕ້ອງໄດ້​ຍົກຍ້າຍ​ອອກ​ດ້ວຍ​ຄວາມ​ສະໝັກ​ໃຈ​ແລະ​ຖືກ​ຍົກຍ້າຍ​ດ້ວຍ​ຄຳ​ສັ່ງ​ບັງຄັບ.

ທ່ານ Scott ​ເຕືອນ​ວ່າ ປະຊາຊົນ​ທີ່​ວາງ​ແຜນ​ທີ່​ຈະ​ຍົກຍ້າຍ​ ກໍ​ຄວນ​ຈະ​ຍົກຍ້າຍ​ໃນ​ທັນທີ​ໂລດ ​ໃນ​ຂະນະ​ທີ່​ຄາດກັນ​ວ່າ​ ທາງ​ຫຼວງສາຍ​ຕ່າງໆຈະ​ແອ​ອັດ​ໄປ​ດ້ວຍ​ການ​ສັນຈອນ​ໃນ​ຂະນະ​ທີ່​ລົມພາຍຸ​ເຄື່ອນ​ເຂົ້າມາ​ໃກ້ໆ.

ມີ​ລາຍ​ງານ​ວ່າ ເຮີຣິເຄນ Matthew ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ ບໍ່​ຕ່ຳ​ກວ່າ 26 ຄົນທີ່​ປະ​ເທດ​ເຮ​ຕີ​ແລະ​ສາທາລະນະ​ລັດ​ໂອ​ມີ​ນິກັນຫລັງ​ຈາກ​ໄດ້​ພັດ​ເຂົ້າຖະຫຼົ່ມປະ​ເທດ​ເກາະ​ດັ່ງກ່າວ ດ້ວຍ​ລົມພາຍຸ​ ທີ່​ມີ​ຄວາມ​ແຮງ​ປະ​ເພດ 4 ໃນ​ວັນອັງຄານ​ຜ່ານ​ມາ​ ​ແລະ​ເປັນ​ລົມ ພາຍຸ​ທີ່​ແຮງ​ທີ່​ສຸດທີ່​ໄດ້​ພັດ​ຂຶ້ນຝັ່ງ​ຢູ່​ປະ​ເທດ​ເຮ​ຕີ ​ໃນ​ຮອບ 52 ປີ.

ພວກຜູ້ຊາຍພວມຊ່ອຍກັນ ຍູ້ລົດຈັກຄັນນຶ່ງ ທີ່ທາງຖືກນ້ຳຖ້ວມ ຍ້ອນຝົນຕົກໜັກ ທີ່ເມືອງ Leogane ປະເທດເຮຕີ
ພວກຜູ້ຊາຍພວມຊ່ອຍກັນ ຍູ້ລົດຈັກຄັນນຶ່ງ ທີ່ທາງຖືກນ້ຳຖ້ວມ ຍ້ອນຝົນຕົກໜັກ ທີ່ເມືອງ Leogane ປະເທດເຮຕີ

ພົນ​ເຮືອ​ເອກ Kurt Tidd ຜູ້​ບັນຊາ​ການ​ກອງທັບ​ເຮືອ​ສະຫະລັດ​ໃນ​ເຂດ​ທະ​ເລຄາຣິບບຽນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ພຸດ​ວານ​ນີ້ວ່າ ສະຫະລັດ​ ໄດ້​ສົ່ງ​ເຮຣີຄອບ​ເຕີ້ທະຫານ 9 ລຳ ​ໄປ​ຊ່ອຍ​ຕາມ​ການ​ຮ້ອງ​ຂໍ​ຂອງ​ລັດຖະບານ​ເຮ​ຕີ.

Obama FEMA On The Ground in Fla, Ga, SC and NC
please wait

No media source currently available

0:00 0:01:38 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

In Photos: Hurricane Matthew Eyes Florida After Devastating Haiti, Cuba
please wait

No media source currently available

0:00 0:00:52 0:00

XS
SM
MD
LG