ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ Matthew ມຸ່ງໜ້າສູ່ ບາຮາມັສ ຫຼັງຈາກ ສ້າງຄວາມເສຍຫາຍ ຢູ່ເຮຕີ


ທ້າວ Jahvez Roberts ຂົນຖົງຊາຍໃສ່ລົດລູກຄ້າ ທີ່ບໍລິສັດ
Roberts Trucking ທາງພາກຕາເວັນອອກ ຂອງເມືອງ Nassauໃນໝູ່ເກາະບາຮາມັສ. (4 ຕຸລາ 2016)
ທ້າວ Jahvez Roberts ຂົນຖົງຊາຍໃສ່ລົດລູກຄ້າ ທີ່ບໍລິສັດ Roberts Trucking ທາງພາກຕາເວັນອອກ ຂອງເມືອງ Nassauໃນໝູ່ເກາະບາຮາມັສ. (4 ຕຸລາ 2016)

ເຮີຣິເຄນ Matthew​ ໄດ້​ປະ​ເສັ້ນທາງ​ຂອງ​ການ​ເສຍ​ຊີວິດ​ແລະບ້ານ​ເຮືອນທີ່​ຖືກ​ທຳລາຍ​ໃນ​ຂະນະລົມພາຍຸ​ຫົວນີ້ ພັດ​ຜ່ານ​ປະ​ເທດ​ເຮ​ຕີ​ແລະ​ຄິວ​ບາແລະ​ກຳລັງ​ມຸ່ງ​ໜ້າ​ສູ່​ໝູ່​ເກາະ​ບາ​ຮາ​ມາສ​ໃນຕອນ​ເຊົ້າ​ວັນ​ພຸດ​ມື້ນີ້.

ສູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ ຂອງສະຫະລັດ ທີ່​ນະຄອນ​ໄມ​ອາ​ມີ ​ເອີ້ນລົມພາຍຸ Matthew ​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ ແລະ​ທຳນາຍ​ວ່າ ຍັງ​ຈະ​ສືບ​ຕໍ່​ເປັນ​ລົມພາຍຸ​ຂະໜາດ​ແຮງ ​ຢູ່ຕໍ່​ໄປຢ່າງ​ໜ້ອຍ​ຈົນ​ຮອດ​ວັນ​ພະຫັດ​ມື້ອື່ນ.

ລົມພາຍຸ​ຫົວນີ້ ​ໄດ້​ອ່ອນ​ກຳລັງ​ລົງ​ເລັກ​ນ້ອຍ ຫລັງ​ຈາກ​ພັດ​ຂຶ້ນຝັ່ງ​ ທີ່​ປະ​ເທດ​ເຮ​ຕີ ຊຶ່ງ​ໄດ້​ຫລຸດ​ລະດັບ​ລົງ​ເປັນ​ລົມພາຍຸ​ທີ່​ມີ​ຄວາມ​ແຮງ​ປະ​ເພດ​ສາມຄື​ມີ​ລົມ​ແຮງ​ເຖິງ 125 ​ໄມ​ຕໍ່​ຊົ່ວ​ໂມງ ​ແຕ່​ກໍ​ຄາດ​ວ່າ ຈະ​ມີ​ຄວາມ​ແຮງ​ຕື່ມ​ຂຶ້ນອີກ​ເວລາ​ລົມພາຍຸ​ຫົວນີ້ມຸ່ງ​ໜ້າ​ສູ່​ແຄມ​ຝັ່ງ​ທະ​ເລ​ຂອງ​ລັດ​ຟລໍຣິດາ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ລົດຄັນນຶ່ງຈອດຢູ່ໃກ້ເຮືອນ ທີ່ຖືກນ້ຳຖ້ວມ ຍ້ອນເຮີຣິເຄນ Matthew ທີ່ເມືອງ Leogane ປະເທດເຮຕີ
ລົດຄັນນຶ່ງຈອດຢູ່ໃກ້ເຮືອນ ທີ່ຖືກນ້ຳຖ້ວມ ຍ້ອນເຮີຣິເຄນ Matthew ທີ່ເມືອງ Leogane ປະເທດເຮຕີ

ມີ​ຜູ້​ເສຍ​ຊີວິດ​ແລ້ວ​ບໍ່​ຕ່ຳ​ກວ່າ 9 ຄົນທີ່​ປະ​ເທດ​ເຮ​ຕີ​ແລະ​ສາທາລະນະ​ລັດ​ໂດ​ມີ​ນິກັນ. ລົມ ພາຍຸ​ຫົວນີ້ ​ເປັນ​ພາຍຸ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ເຂດ​ທະ​ເລ​ຄາ​ຣິບບຽນ​ໃນຮອບ​ ເກືອບນຶ່ງ​ທົດ​ສະ​ວັດ​ແລະ​ກໍ​ຄາດ​ວ່າຈະ​ພັດ​ເຂົ້າຖະຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ຂອງ​ສະຫະ ລັດພາຍ​ໃນ​ທ້າຍ​ອາທິດ​ນີ້.

​ເຮີຣິ​ເຄນ Matthew ​ເປັນ​ລົມພາຍຸ​ທີ່​ມີ​ຄວາມ​ແຮງ​ປະ​ເພດ 4 ​ເວລາ​ພັດ​ເຂົ້າຖະຫຼົ່ມ​ເຮ​ຕີ​ໃນ​ວັນ​ອັງຄານ​ວານ​ນີ້​ໂດຍ​ລົມ​ທີ່​ມີ​ຄວາມ​ແຮງ​ເຖິງ 230 ກິ​ໂລແມັດ​ຕໍ່​ຊົ່ວ​ໂມງ ​ພ້ອມ​ທັງຝົນຕົກ ​ໜັກ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ຮອບ 52 ປີທີ່​ລົມພາຍຸ​ມີ​ຄວາມ​ແຮງ​ປະ​ເພດ​ 4 ພັດເຂົ້າຖະຫຼົ່ມ ປະເທດ​ເຮ​ຕີ.

ຜູ້ປົກຄອງລັດ Nikki Haley ປະກາດວ່າ ທ່ານນາງມີແຜນການ ທີ່ຈະສັ່ງໃຫ້ ຍົກຍ້າຍປະຊາຊົນ ປະມານ 1 ລ້ານຄົນ ຈາກເຂດແຄມຝັ່ງ ລັດ South Carolina
ຜູ້ປົກຄອງລັດ Nikki Haley ປະກາດວ່າ ທ່ານນາງມີແຜນການ ທີ່ຈະສັ່ງໃຫ້ ຍົກຍ້າຍປະຊາຊົນ ປະມານ 1 ລ້ານຄົນ ຈາກເຂດແຄມຝັ່ງ ລັດ South Carolina

ພາກ​ໃຕ້​ຂອງ​ປ​ະ​ເທດ​ເຮ​ຕີ ​ເປັນ​ເຂດ​ທີ່​ປະສົບ​ໄພພິບັດ​ທີ່ໂດດດ່ຽວ ຫລັງ​ຈາກ​ລົມພາຍຸ​ໄດ້​ ທຳລາຍ​ສາຍ​ໄຟ​ແລະ​ສາຍ​ໂທລະສັບ ​ແລະ​ໄດ້​ຊຸ​ເ​ອົາຂົວ ທີ່​ມີ​ຢູ່​ພຽງແຫ່ງດຽວ ​ເພື່ອ​ເຊື່ອມ​ຕໍ່​ແຫຼມດັ່ງກ່າວ​ກັບ​ສ່ວນ​ທີ່​ເຫລືອ​ຂອງ​ປະ​ເທດ​ໄປ.

ການ​ສື່ສານລະຫວ່າງ​ນະຄອນຫລວງ​ແລະ​ສາມ​ແຂວງແມ່ນ​ໄດ້​ຖືກ​ຕັດຂາດ ​ເຮັດໃຫ້​ເປັນ​ການ​ຫຍຸ້ງຍາກທີ່​ພວກ​ເຈົ້າໜ້າ​ທີ່​ແລະ​ພະນັກງານ​ໃຫ້ການ​ຊ່ອຍ​ເຫລືອ​ສຸກ​ເສີນ​ທີ່​ຈະ​ຮູ້ຈັກ​ຈຳນວນ​ຜູ້​ບາດ​ເຈັບ​ລົ້ມຕາຍ ​ແລະ​ລາຍ​ລະອຽດ​ຂອງ​ຄວາມ​ເສຍຫາຍ​ທີ່​ໄດ້​ຮັບ.

​ແຕ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ ພາສາ ​Creole ທ່ານ Jean-Hernst Eliscar ກ່າວວ່າ ມີ​ເຮືອນ​ຈຳ ນວນ​ນຶ່ງທີ່​ເມືອງ Les Cayes ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໄດ້​ຖືກນ້ຳ​ຖ້ວມ​ແລະ​ຫລັງຄາ​ຖືກ​ລົມ​ພັດ​ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hurrican Matthew
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG