ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ ມາເຣຍ ຈະຂົ່ມຂູ່ ຕໍ່ເກາະ ກາຣີບຽນ ຕື່ມອີກ ຫຼັງຈາກ ຖືກພາຍຸເອີມາ ພັດຖະຫລົ່ມ


ກຳປັ່ນສອງລຳ ທີ່ຈົມນ້ຳ ໃນລະຫວ່າງ ເຮີຣິເຄນ ເອີມາ ທີ່ພັດຖະຫລົ່ມ ໃນອ່າວຂອງເກາະ Saint John 12 ມື້ ຫຼັງຈາກທີ່ໄດ້ຮັບຄວາມເສຍຫາຍ ສາມາດແນມເຫັນໄດ້ ເມື່ອວັນທີ 16 ກັນຍາ 2017.
ກຳປັ່ນສອງລຳ ທີ່ຈົມນ້ຳ ໃນລະຫວ່າງ ເຮີຣິເຄນ ເອີມາ ທີ່ພັດຖະຫລົ່ມ ໃນອ່າວຂອງເກາະ Saint John 12 ມື້ ຫຼັງຈາກທີ່ໄດ້ຮັບຄວາມເສຍຫາຍ ສາມາດແນມເຫັນໄດ້ ເມື່ອວັນທີ 16 ກັນຍາ 2017.

ຈຸດສູນກາງຂອງພາຍຸເຮີຣິເຄນ Maria ແມ່ນຄາດກັນວ່າ ຈະເຄື່ອນຍ້າຍ ຜ່ານ ເກາະ
Martinique ແລະ Dominica ໃນຕອນເດິກວັນຈັນມື້ນີ້ ໃນຂະນະທີ່ພາຍຸຫົວນີ້ ຈະ
ເຄື່ອນຍ້າຍໄປໃນທິດທາງ ບໍລິເວນຕ່າງໆ ທີ່ພາຍຸເຮີຣິເຄນ ເອີມາ ໄດ້ພັດຖະຫລົ່ມໄປ.

ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ພາຍຸ Maria ມີລົມພັດແຮງສູງສຸດ
ປະມານ 150 ກິໂລແມັດຕໍ່ຊົ່ວໂມງ ໃນຂະນະທີ່ມັນເຄື່ອນຍ້າຍເຂົ້າໄປຫາ ພວກເກາະ
Leeward ແຕ່ບັນດານັກພະຍາກອນອາກາດ ໄດ້ຄາດໝາຍວ່າ ມັນຈະເພີ່ມກຳລັງ
ສູງຂຶ້ນຢ່າງວ່ອງໄວ ໃນວັນຈັນມື້ນີ້.

ພາຍໃນວັນອັງຄານ ມື້ອື່ນ ຄາດກັນວ່າ ຈະມີສະພາບການເຮີຣິເຄນ ຢູ່ໃນເກາະຕ່າງໆ
ເຊັ່ນເກາະ St. Kitts ເກາະ Nevis ແລະ Montserrat ໃນຂະນະດຽວກັນ ສະຫະລັດ
ແລະ ເກາະ British Virgin ກໍໄດ້ແຈ້ງເຕືອນ ໃຫ້ຕິດຕາມເບິ່ງ ເຮີຣິເຄນນີ້ ພ້ອມດຽວ
ກັນກັບ ເກາະ Anguilla ແລະ St. Martin.

ທ່ານ Dennis Feltgen ທີ່ ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ໃນເມືອງ
Miami ໄດ້ບອກວີໂອເອ ວ່າ “ໂຊກບໍ່ເຂົ້າຂ້າງ ມັນຈະກະທົບໃສ່ ຫຼາຍໆເກາະ ທີ່ໄດ້
ຮັບຄວາມເສຍຫາຍຢ່າງໜັກ ຍ້ອນພາຍຸເຮີຣິເຄນ ເອີມາ ບໍ່ດົນເມື່ອສັບປະດາແລ້ວ
ນີ້ ຮອດ 10 ວັນຜ່ານມາ.”
ທ່ານກ່າວຕື່ມວ່າ “ມັນ ບໍ່ເຄື່ອນຍ້າຍໃນເສັ້ນທາງດຽວ
ກັນເລີຍ ແຕ່ວ່າ ມັນຍັງຈະຢູ່ໃນບໍລິເວນດຽວກັນນັ້ນ ສະນັ້ນ ອັນນີ້ ມັນຈະບໍ່ຊ່ອຍ
ໃຫ້ສະຖານະການດີຂຶ້ນເລີຍ ຢູ່ນະແຫ່ງນັ້ນ.”

ຄາດກັນວ່າ ເກາະ Antigua ແລະ Barbuda ແມ່ນຈະປະສົບກັບ ສະພາບລົມແຮງ
ຂອງພາຍຸເຂດຮ້ອນ Maria ຫຼັງຈາກທີ່ໄດ້ຮັບຜົນກະທົບໂດຍກົງ ຈາກພາຍຸ ເອີມາ
ທີ່ມີລົມແຮງຫຼາຍ ເຊິ່ງໄດ້ທຳລາຍອາຄານຕ່າງໆ ເກືອບທັງໝົດ ຢູ່ໃນເກາະ Barbuda
ແລະ ໄດ້ກົດດັນໃຫ້ລັດຖະບານ ຕ້ອງຍົກຍ້າຍພົນລະເມືອງ ອອກໄປຈາກເກາະນີ້.

ພາຍຸເອີມາ ໄດ້ສັງຫານຢ່າງນ້ອຍ 60 ຄົນ ໃນເກາະ Caribbean ແລະ ຢ່າງນ້ອຍ
ອີກ 9 ຄົນ ໃນເວລາ ມັນພັດຖະຫລົ່ມ ລັດ Florida ຂອງສະຫະລັດ.

ພາຍຸອີກຫົວນຶ່ງ ຊື່ວ່າ Lee ຄືພາຍຸເຂດຮ້ອນ ໄດ້ກໍ່ໂຕຂຶ້ນຢູ່ທາງພາກຕາເວັນອອກ ຂອງພາຍຸເຮີຣິເຄນ Maria ແຕ່ໃນເວລານີ້ ບັນດານັກພະຍາກອນອາກາດ ບໍ່ຄາດວ່າ
ພາຍຸ Lee ຈະເຄື່ອນໄປໃນທິດທາງຂອງເກາະ Caribbean.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG