ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາຍຸເຮີຣິເຄນ ມາເຣຍ ໄດ້ເຮັດໃຫ້ ໄຟຟ້າມອດ ແລະ ນ້ຳຖ້ວມ ທົ່ວເກາະ Puerto Rico


After Puerto Rico, Dominican Republic Braces for Hurricane Maria
please wait

No media source currently available

0:00 0:02:06 0:00

ພາຍຸໃນຮອບສັດຕະວັດ ໄດ້ພັດຖະຫລົ່ມ Puerto Rico ໃນວັນພຸດວານນີ້ ດ້ວຍລົມແຮງ ແລະ ຝົນຕົກໜັກ ເຮັດໃຫ້ໄຟຟ້າມອດ ແລະ ກໍ່ໃຫ້ເກີດນ້ຳຖ້ວມ ທົ່ວເກາະ.

ພາຍຸເຮຣິເຄນ ມາເຣຍ ໄດ້ພາ​ໃຫ້​ເກີດ ຝົນຕົກໜັກ ຢູ່ Puerto Rico ໃນວັນພະຫັດມື້ນີ້
ຫຼັງຈາກທີ່ໄດ້ເຮັດໃຫ້ ໄຟຟ້າມອດໃນທົ່ວເກາະ ນ້ຳຖ້ວມຫຼາຍໆພື້ນທີ່ ແລະ ​ເຮັດ​ໃຫ້​ມີ
ຜູ້​ເສຍ​ຊີວິດຢ່າງນ້ອຍຄົນນຶ່ງ.

ພາຍຸຫົວນີ້ ໄດ້ເປັນເຮີຣິເຄນ ທີ່ມີຄວາມແຮງທີ່ສຸດ ທີ່ພັດ​ເຂົ້າຖະຫຼົ່ມດິນແດນຂອງສະຫະ
ລັດ​ແຫ່ງ​ນີ້ ໃນຮອບເກືອບ 90 ປີ.

ຊາຍຄົນນຶ່ງ ຂີ່ລົດຖີບ ຜ່ານເສັ້ນທາງສາຍນຶ່ງ ທີ່ຖືກນ້ຳຖ້ວມ ຫຼັງຈາກ ພື້ນທີ່ແຫ່ງນີ້ ໄດ້ຖືກລົມພາຍຸ ເຮີຣິເຄນ ມາເຣຍ ພັດຖະຫລົ່ມ ໃນເມືອງ Guayama ຂອງ Puerto Rico, ວັນທີ 20 ກັນຍາ 2017.
ຊາຍຄົນນຶ່ງ ຂີ່ລົດຖີບ ຜ່ານເສັ້ນທາງສາຍນຶ່ງ ທີ່ຖືກນ້ຳຖ້ວມ ຫຼັງຈາກ ພື້ນທີ່ແຫ່ງນີ້ ໄດ້ຖືກລົມພາຍຸ ເຮີຣິເຄນ ມາເຣຍ ພັດຖະຫລົ່ມ ໃນເມືອງ Guayama ຂອງ Puerto Rico, ວັນທີ 20 ກັນຍາ 2017.

ທ່ານ Abner Gomez ຫົວໜ້າ ອົງການຄຸ້ມຄອງ ​ເຫດການສຸກເສີນ ຂອງ Puerto
Rico ໄດ້ກ່າວວ່າ “ໃນເວລາທີ່ ພວກເຮົາສາມາດອອກໄປນອກໄດ້ ພວກເຮົາຈະພົບ
ເຫັນ ເກາະຂອງເຮົາ ໄດ້ຖືກທຳລາຍ.”

ປະຊາຊົນ ຫຼາຍກວ່າ 11,000 ຄົນ ໄດ້ໄປຫລົບລີ້ ຢູ່ໃນສະຖານທີ່ພັກເຊົາຊົ່ວຄາວ
ຫຼາຍຮ້ອຍແຫ່ງທີ່ໄດ້ຖືກຕັ້ງຂຶ້ນມາທົ່ວ Puerto Rico ໃນຂະນະທີ່ ພວກຄົນອື່ນໆ
ພາກັນຫລົບຢູ່ ໃນເຮືອນຂອງພວກເຂົາເຈົ້າ. ພາຍຸເຮີຣິເຄນ ມາເຣຍ ​ເຮັດ​ໃຫ້​ຝົນຕົກ
​ຫຼາຍ​ເຖິງ 50 ຊັງຕີແມັດໃສ່ໃນບໍລິເວນບາງແຫ່ງ ໃນຂະນະທີ່ ກຳລັງລົມພັດແຮງ ຂອງ
ມັນນັ້ນ ໄດ້ພັດເສົາໄຟຟ້າ ແລະ ຫລັກເສົາສໂທລະສັບມືຖື ລົ້ມລະເນລະນາດ ແລະ
ພັດຫລັງຄາເຮືອນ​ເປີດ.

ຄວາມເສຍຫາຍຕໍ່ອຸປະກອນໄຟຟ້າ ແມ່ນເຫັນໄດ້ ຫຼັງຈາກ ເຮຣິເຄນ ມາເຣຍ ໄດ້ພັດຖະຫລົ່ມ ເມືອງ Guayama ຂອງເກາະ Puerto Rico, ວັນທີ 20 ກັນຍາ 2017.
ຄວາມເສຍຫາຍຕໍ່ອຸປະກອນໄຟຟ້າ ແມ່ນເຫັນໄດ້ ຫຼັງຈາກ ເຮຣິເຄນ ມາເຣຍ ໄດ້ພັດຖະຫລົ່ມ ເມືອງ Guayama ຂອງເກາະ Puerto Rico, ວັນທີ 20 ກັນຍາ 2017.

ຫ້ອງການພະຍາກອນ​ອາກາດແຫ່ງຊາດ ໃນເມືອງ San Juan ໄດ້ກ່າວວ່າ “ໄພພິບັດ ຈາກນ້ຳຖ້ວມ” ຍັງສືບຕໍ່ໃນວັນພະຫັດມື້ນີ້. ສູນກາງເຮີຣິເຄນແຫ່ງຊາດ ຂອງສະຫະລັດ
ໄດ້ຄາດໝາຍວ່າ ລະດັບນ້ຳ ແລະ ລົມແຮງ ຈະຄ່ອຍຫລຸດ ຜ່ອນລົງ ໃນລະຫວ່າງ ຕອນ
ກາງເວັນ ​ໃນຂະນະທີ່ພາຍຸ ເຄື່ີອນຍ້າຍອອກໄປ.

ຈຸດສູນກາງຂອງລົມພາຍຸ ມາເຣຍ ແມ່ນຜ່ານໄປ ນອກຝັ່ງທາງກ້ຳເໜືອ ຂອງສາທາ
ລະນະລັດ Dominican ໃນວັນພະຫັດມື້ນີ້ ແລະ ຈະມຸ້ງໜ້າໄປໃນທິດທາງຂອງເກາະ
Turks ແລະ Caicos ແລະ ໄປທາງທິດຕາເວັນອອກສຽງໃຕ້ ຂອງເກາະ Bahamas
ພາຍໃນຕອນເຊົ້າວັນສຸກມື້ອື່ນ. ການເຕືອນຄັ້ງຫຼ້າສຸດ ໄດ້ກ່າວວ່າ ພາຍຸຫົວນີ້ ​ແມ່ນ​
ມີລົມແຮງສູງສຸດ ປະມານ 185 ກິໂລແມັດຕໍ່ຊົ່ວ ໂມງ ແລະ ບັນດານັກພະຍາກອນ
ອາກາດ ໄດ້ກ່າວວ່າ ພາຍຸມາເຣຍ ອາດຈະມີກຳລັງແຮງຂຶ້ນຕື່ມ.

ຜູ້ປົກຄອງ ເກາະ Puerto Rico ທ່ານ Ricardo Rossello ໄດ້ປະກາດໃຊ້ມາດຕະ
ການໃຫ້ຢູ່ໃນເຮືອນ ​ແຕ່ເວລາ 6 ໂມງແລງ ຫາ 6 ໂມງເຊົ້າຈົນຮອດວັນເສົາ ເພື່ອ
ອະນຸຍາດ ໃຫ້ພວກພະນັກງານກູ້ໄພ ແລະ ບັນດາເຈົ້າໜ້າທີ່ ຮັບມືກັບຜົນກະທົບຂອງ
ເຮີຣິເຄນ.

ທ່ານຍັງໄດ້ຂອບອົກຂອບໃຈ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສຳລັບ ການສະໜັບສະໜູນຂອງທ່ານນັ້ນ.

ທ່ານ Rossello ໄດ້ຂໍໃຫ້ ທ່ານທຣຳ ປະກາດ​ໃຫ້ເກາະ Puerto Rico ເປັນເຂດປະສົບ
ໄພພິບັດ ເຊິ່ງຈະອະນຸຍາດໃຫ້ລັດຖະບານກາງສະໜອງທຶນສຳລັບ ທີ່ພັກ​ພາອາໄສ
ຊົ່ວຄາວ ການຊ້ອມແປງເຮືອນຊານ ແລະກູ້ຢືມ​ເງິນ​ອັດຕາ​ດອກ ​ເບ້ຍຕ່ຳ ສຳລັບເຮືອນ
ຊານ ທີ່ໄດ້ຮັບຄວາມເສຍຫາຍ ທີ່ປະກັນໄພບໍ່ຮັບຜິດຊອບ.

ທຳນຽບຂາວ​ໄດ້​ປະກາດ​ໃນ​ຕອນ​ແລງ​ວັນ​ພຸດວ່າ ທ່ານ​ທຣຳໄດ້​ໃຫ້ການ​ອະນຸມັດ ຕໍ່ ​
ການ​ປະກາດ​ໃຫ້​ໝູ່​ເກາະ Virgin ຂອງ​ສະຫະລັດ ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ຈາກ
​ເຮີຣິ​ເຄນ​ມາ​ເຣຍ ຊຶ່ງ​ກຳລັງ​ມຸ່ງ​ໜ້າ​ໄປ​ຍັງ Puerto Rico ນັ້ນ​ເປັນ​ເຂດ​ປະ ສົບ​ໄພພິບັດ.

Hurricane Maria
please wait
Embed

No media source currently available

0:00 0:01:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG