ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຮີຣິເຄນ ມາເຣຍ ພັດຖະຫລົ່ມ ເກາະ Puerto Rico ຂອງສະຫະລັດ

ພາຍຸເຮີຣິເຄນ ມາເຣຍ ເຊິ່ງສຸມລົງໃສ່ຢ່າງຮ້າຍແຮງ ຕໍ່ເກາະ Virgin ແລະ Puerto Rico ໃນວັນອັງຄານ ຫຼັງຈາກ ທີ່ໄດ້ຖະຫລົ່ມ ປະເທດເກາະນ້ອຍ Dominica ແລະ ພາຍຸເຮີຣິເຄນ Jose (ຢູ່ເທີງ) ພາຍຸທັງສອງເຫັນໄດ້ໃນມະຫາສະໝຸດ Atlantic ຢູ່ໃນ ພາບດາວທຽມ GOES ກ້ຳຕາເວັນອອກ ຂອງ ອົງການມະຫາສະໝຸດ ແລະ ບັນຍາກາດ ຫຼື NOAA. ພາບຖ່າຍສະໜອງໂດຍ NASA/NOAA GOES Project/Handout via REUTERS

ພາຍຸເຮີຣິເຄນ ມາເຣຍ ໄດ້ພັດຂຶ້ນຝັ່ງ ໃນວັນພຸດມື້ນີ້ ທີ່ເກາະ Puerto Rico ໃນຂະນະ
ທີ່ມີລົມແຮງ ໃນລະດັບ 4 ທີ່ບັນດານັກພະຍາກອນອາກາດອະທິບາຍວ່າ “ອາດເປັນ
ໄພພິບັດ​ໄດ້.”

ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ໄດ້ກ່າວວ່າ ພາຍຸມາເຣຍ ມີລົມແຮງສູງສຸດ
ປະມານ 250 ກິໂລແມັດຕໍ່ຊົ່ວໂມງ ໃນຕອນເຊົ້າວັນພຸດມື້ນີ້ ແລະວ່າ ຈະມີຝົນຕົກໜັກ
ທີ່ຈະກໍ່ໃຫ້ເກີດນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ ທີ່ເປັນໄພອັນຕະລາຍຕໍ່ຊີວິດ.

ແມ່ຍິງຄົນນຶ່ງ ນອນພັກຜ່ອນ ຢູ່ໃນໂຮງຮຽນແຫ່ງນຶ່ງ ທີ່ໄດ້ຖືກນຳໃຊ້ເປັນທີ່ພັກເຊົາຊົ່ວຄາວ ກ່ອນໜ້າ ເຮີຣິເຄນ ມາເຣຍ ຈະມາຮອດເມືອງ Guayama ຂອງເກາະ Puerto Rico, ວັນທີ 19 ກັນຍາ 2017.
ແມ່ຍິງຄົນນຶ່ງ ນອນພັກຜ່ອນ ຢູ່ໃນໂຮງຮຽນແຫ່ງນຶ່ງ ທີ່ໄດ້ຖືກນຳໃຊ້ເປັນທີ່ພັກເຊົາຊົ່ວຄາວ ກ່ອນໜ້າ ເຮີຣິເຄນ ມາເຣຍ ຈະມາຮອດເມືອງ Guayama ຂອງເກາະ Puerto Rico, ວັນທີ 19 ກັນຍາ 2017.

ໄພຂົ່ມຂູ່ຕ່າງໆເຫຼົ່ານັ້ນ ຍັງມີ​ຢູ່​ຕໍ່​ມາທີ່ເກາະ Virgin ຂອງສະຫະລັດ ໃນຂະນະທີ່ເບື້ອງ
ຫລັງຂອງພາຍຸດັ່ງກ່າວ ເຄື່ອນຍ້າຍຢ່າງຊ້າໆຜ່ານໄປ ຫຼັງຈາກທີ່ຂອບນອກຂອງໃຈກາງ
ພາຍຸ ພັດຖະຫລົ່ມ ຕົວເມືອງ St. Croix ຂອງເກາະດັ່ງກ່າວ ມື້ຄືນນີ້.

ຈຸດສູນກາງຂອງພາຍຸເຮີຣິເຄນ ແມ່ນຄາດກັນວ່າ ຈະພັດຜ່ານ ເກາະ Puerto Rico
ແລະ ກັບຄືນເຂົ້າໄປຫານ້ຳທະເລ ໃນຕອນເດິກວັນພຸດມື້ນີ້ ໂດຍທີ່ພາຍຸ ຈະນຳເອົາ
ສະພາບລົມເຮີຣິເຄນ ໄປຍັງ ສາທາລະນະລັດ Dominican ພາຍໃນຕອນເຊົ້າວັນ
ພະຫັດມື້ອື່ນ.

ບັນດາສະມາຊິກ ຂອງຄະນະກຳມະການ ປະຕິບັດການ ສຸກເສີນ ຫຼື Emergency Operations Committee (COE) ກຳລັງຕິດຕາມເບິ່ງ ທິດທາງ ຂອງພາຍຸເຮີຣິເຄນ ມາເຣຍ ໃນນະຄອນ Santo Domingo ຂອງສາທາລະນະລັດ Dominican, ວັນທີ 19 ກັນຍາ 2017.

ຜູ້ປົກຄອງ Puerto Rico ທ່ານ Ricardo Rossello ໄດ້ກ່າວວ່າ “ຄວາມ​ເສຍຫາຍ
ໃຫຍ່ ແມ່ນຫລີກລ່ຽງບໍ່ໄດ້”
ຢູ່ໃນດິນ​ແດນຂອງສະຫະລັດ ແລະ ວ່າ ບັນດາເຈົ້າໜ້າທີ່
ໄດ້ຈັດຕັ້ງສະຖານທີ່ພັກເຊົາຊົ່ວຄາວ 500 ແຫ່ງ ໂດຍມີຫຼາຍກວ່າ 10,000 ຄົນ ໄປພັກ
ພາອາໄສຢູ່ທາງໃນ.

ທ່ານໄດ້ກ່າວອີກວ່າ “ພວກເຮົາຮູ້ດີວ່າ ນີ້ຈະເປັນການຍາກລຳບາກ ແຕ່ ຂ້າພະເຈົ້າ
ເຊື່ອໝັ້ນໃນຄວາມບາກບັ່ນ ແລະ ຄວາມສາມາດ ທີ່ຈະບູລະນະ​ສ້າງສາຄືນໃໝ່
ຂອງພວກເຮົາ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດພາວະສຸກເສີນສຳລັບ ເກາະ
Puerto Rico ແລະ ເກາະ Virgin ຂອງສະຫະລັດ ແລະ ໄດ້ອະນຸມັດໃຫ້ ກະຊວງ
ຮັກສາຄວາມປອດໄພພາຍໃນ ແລະ ອົງການຄຸ້ມຄອງເຫດການສຸກເສີນ ຂອງລັດຖະ
ບານກາງ ຫຼື FEMA ປະສານງານກັນ ເພື່ອພະຍາຍາມ ໃຫ້ການບັນເທົາທຸກ.

ກ່ອນພາຍຸ ຈະໄປຮອດ ດິນ​ແດນຕ່າງໆຂອງສະຫະລັດ ພາຍຸເຮີຣິເຄນມາເຣຍ ໄດ້ພັດ
ຜ່ານ ເກາະ Dominica ໂດຍກົງ ໃນຂະນະດຽວກັນ ຍັງ​ເກືອບພັດຂຶ້ນຝັ່ງ ທີ່ເກາະ
Guadaloupe.

ນາຍົກລັດຖະມົນຕີ Dominica ທ່ານ Roosevelt Skerrit ໄດ້ຂຽນລົງເຟສ ບຸກວ່າ ໃນເບື້ອງຕົ້ນ ລາຍງານໄດ້ສະ​ແດງ​ໃຫ້​ເຫັນວ່າ “ມີຄວາມເສຍຫາຍໜັກ ຢ່າງກວ້າງ
ຂວາງ.”

Hurricane Maria
please wait
Embed

No media source currently available

0:00 0:01:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG