ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບພັນຄົນ ຖືກສັ່ງ ໃຫ້ຍົກຍ້າຍ ຂະນະທີ່ ເຂື່ອນຢູ່ Puerto Rico ກຳລັງຈະແຕກ


ນາງ Yamary Morales ກຳລັງກວດເບິ່ງເຮືອນຊານ ເພື່ອນບ້ານໃກ້ຄຽງ ທ່ີ່ຖືກທຳລາຍ ໂດຍເຮຣິເຄນມາເຣຍ.
ນາງ Yamary Morales ກຳລັງກວດເບິ່ງເຮືອນຊານ ເພື່ອນບ້ານໃກ້ຄຽງ ທ່ີ່ຖືກທຳລາຍ ໂດຍເຮຣິເຄນມາເຣຍ.

ພວກ​ເຈົ້າ​ໜ້າ​ທີ່ຢູ່​ໃນ Puerto Rico ​ໄດ້​ພາກັນວິ່ງ​ເຕັ້ນໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ຍົກ ຍ້າຍ
​ຫລາຍ​ສິບ​ພັນ​ຄົນ​ອອກ​ຈາກແມ່​ນໍ້າ​ຢູ່ໃນ​ເຂດ​ຮ່ອມ​ພູລຸ່ມ​ເຂື່ອນ ຢູ່​ໃນພາກ​ຕາ​ເວັນ​ຕົກ
​ສຽງ​ເໜືອຂອງ​ເກາະ​ດັ່ງກ່າວ​ ທີ່​ກຳລັງ​ຈະແຕກ​ແລະ​ພັງ​ລົງ​ມາ ຍ້ອນ​ນໍ້າ ໜັກ​ຂອງ​ໄພ
ນໍ້າ​ຖ້​ວມ ຫລັງ​ຈາກ​ພາຍຸ​ເຮີຣິ​ເຄນມາ​ເຣຍພັດ​ເຂົ້າຖະຫຼົ່ມ.

ພວກ​ປະຕິບັດງານ​ຢູ່ທີ່​ເຂື່ອນ Guajataca ຊຶ່ງ​ມີ​ອາຍຸ​ເກືອບ 90 ປິ ທາງ​ພາກ​ຕາ​ເວັນ​
ຕົກ​ສຽງ​ເໜືອຂອງ Puerto Rico ​ໄດ້ລາຍ​ງານ​ວ່າ ​ເຂື່ອນ​ໄດ້​ເລີ້ມມີ​ບັນຫາ ໃນຕອນ
ບ່າຍ​ວັນ​ສຸກ​ວານ​ນີ້ ​ແລະ​ກ່າວ​ວ່າ ໄດ້​ພາ​ໃຫ້​ເກີດ​ນໍ້າ​ຖ້ວມຢ່າງ​ວ່ອງ​ໄວ​ຢູ່​ທາງ​ຫຼັງ​ເຂື່ອນ.

ຫ້ອງການ​ພະຍາກອນ​ອາກາດ​ແຫ່ງ​ຊາດ​ ໃນ​ນະຄອນ San Juan ​ໄດ້​ຂຽນລົງທາງ
Twitter ວ່າ “ນີ້​ເປັນ​ສະພາບ​ການທີ່​ເປັນ​ອັນຕະລາຍຮ້າຍ​ແຮງ​ສຸດ.” ​ແລະກ່າວ​ຕື່ມ​ວ່າ
“ບໍລິ​ເວນ​ທັງ​ໝົດ ​ທີ່ຢູ່​ອອ້ມ​ແອ້ມ​ແມ່​ນໍ້າ Guajataca ຕ້ອງ​ພາກັນ​ຍົກຍ້າຍ​ໜ ໃນທັນທີ.
ຊີວິດ​ຂອງ​ເຂົາ​ເຈົ້າຕົກ​ຢູ່​ໃນ​ອັນ​ຕະລາຍ.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 50,000 ຫາ 70,000 ຄົນ ​ອາດຈຳ​ເປັນ​ຈະຕ້ອງ​ໄດ້​ຖືກ
ຍົກຍ້າຍ.

ຜູ້ປົກຄອງ​ເກາະ Puerto Rico ທ່ານ Ricado Rosello ກ່າວ​ໃນ​ຕອນ​ເຊົ້າ​ວັນ​ສຸກ​
ວານ​ນີ້​ວ່າ ຢ່າງໜ້ອຍ 13 ຄົນ​ໄດ້​ເສຍ​ຊີວິດ​ໃນ​ຂະນະ​ທີ່​ເກາະ​ດັ່ງກ່າວ ກຳລັງ​ຮັບ​ມືກັບ
ອັນຕະລາຍຈາກ​ໄພ​ນໍ້າ​ຖ້ວມ ຫລັງ​ຈາກໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງ​ໜັກ​ຈາກ​ພາຍຸ
ເຮີຣິ​ເຄນ​ມາ​ເຣຍ​ແລ້ວ.

ລົດໂຮງໝໍຄັນນຶ່ງກຳລັງຂັບຜ່ານນໍ້າຖ້ວມ ຫລັງຈາກພາຍຸເຮີຣິເຄນມາເຣຍ ທີ່ນະຄອນ San Juan, Puerto Rico.
ລົດໂຮງໝໍຄັນນຶ່ງກຳລັງຂັບຜ່ານນໍ້າຖ້ວມ ຫລັງຈາກພາຍຸເຮີຣິເຄນມາເຣຍ ທີ່ນະຄອນ San Juan, Puerto Rico.

ໃນ​ການ​ຖະ​ແຫລງ ​ຕໍ່​ໂທລະພາບ CNN ​ໃນ​ຕອນ​ເຊົ້າ ​ວັນ​ສຸກ​ວານ​ນີ້ ທ່ານ Rossello
ກ່າວ​ວ່າ​ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຊ່ວຍ​ເຫລືອ​ເກືອບ 700 ຄົນຈາກ​ໄພນໍ້າ​ຖ້ວມ. ທ່ານ​ຮ້ອງ
​ເຮີຣິ​ເຄນມາ​ເຣຍວ່າເປັນ​ພະຍຸ​ທີ່​ສ້າງ​ຄວາມ​ເສຍ​ຫາຍຮ້າຍແຮງທີ່​ສຸດ​ຢູ່ໃນ​ສັດຕະ​ວັດ.

ເຮືອນຫລັງນຶ້ງເພພັງທັງໝົດຢູ່ໃນ ປະຊາຄົມ El Negro ຫລັງຈາກພາຍຸເຮີຣິເຄນ ມາເຣຍ ຖະຫລົ່ມ.
ເຮືອນຫລັງນຶ້ງເພພັງທັງໝົດຢູ່ໃນ ປະຊາຄົມ El Negro ຫລັງຈາກພາຍຸເຮີຣິເຄນ ມາເຣຍ ຖະຫລົ່ມ.

ທ່ານ​ກ່າວ​ວ່າ “ສ່ວນ​ນຶ່ງຂອງ​ເກາະແມ່ນ​ບໍ່​ມີ​ການ​ສື່ສານ​ເລີຍ ​ເພາະສະ​ນັ້ນ​ສິ່ງ​ທີ່​ເຮົາໄດ້​
ເຮັດກໍ​ຄື ​ການ​ຊັ່ງ​ຊາ​ໃນ​ຂັ້ນ​ຕົ້ນຈຳນວນ​ນຶ່ງ​ຊຶ່ງ​ມີ​ຜູ້​ເສຍ​ຊີວິດ​ປະມານ 13 ຄົນໃນ​ເວລານີ້.
ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຢູ່ຊ່ວງ​ຫຼັງ​ຈາກ 24 ຊົ່ວ​ໂມງ​ຂອງການ ​ເຕືອນກ່ຽວ​ກັບ​ພາ​ຍຸ​ເຮີຣິ
​ເຄນ ​ແລະ​ປັດຈຸບັນ​ນີ້ ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ ກໍ​ຄື​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ເຮັດ
​ໃຫ້​ທຸກ​ຄົນ​ປອດ​ໄພ ທີ່​ພວກ​ເຮົາ​ສາມາດ ຊ່ວຍ​ກູ້​ໄພຜູ້​ຄົນ​ໄວ້​ໄດ້.”

ກົກເສົາໄຟຟ້າລົ້ມຫລັງຈາກພາຍຸເຮີຣິເຄນ ມາເຣຍ ພັດທຳລາຍທີ່ ເມືອງ Guayama, Puerto Rico.
ກົກເສົາໄຟຟ້າລົ້ມຫລັງຈາກພາຍຸເຮີຣິເຄນ ມາເຣຍ ພັດທຳລາຍທີ່ ເມືອງ Guayama, Puerto Rico.

ນອກ​ຈາກ​ເກາະ Puerto Rico ​ແລ້ວ ພາຍຸຫົວນີ້​ຍັງ​ໄດ້​ຖະຫຼົ່ມ​ບັນດາ​ໝູ່​ເກາະໃນ​ທະ​ເລCarribean. ສິບ​ສີ່​ຄົນ​ ມີ​ລາຍ​ງານວ່າໄດ້​ເສຍ​ຊີວິດຢູ່ທີ່​ປະ​ເທດ​ເກາະ Dominica
ຊຶ່ງ​ມີ​ປະຊາຊົນ​ປະມານ 71,000 ຄົນ. ສາມ​ຄົນມີລາຍ​ງານ​ວ່າເສຍ​ຊີວິດຢູ່​ທີ່ Haiti
ສອງ​ຄົນເສຍ​ຊີວິດ​ຢູ່ທີ່​ເກາະ Quadeloupe ຊຶ່ງ​ເປັນດິນ​ແດນ​ຂອງ​ຝຣັ່ງ ແລະ​ອີກ​ນຶ່ງ
​ຄົນ​ຢູ່ສາທາລະນະ​ລັດ Dominican.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hurricane Maria
please wait
Embed

No media source currently available

0:00 0:02:15 0:00

XS
SM
MD
LG