ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ ມາເຣຍ ມຸ່ງໜ້າສູ່ ໝູ່ເກາະ Turks ແລະ Caicos


ພາບຂອງຄວາມເສຍຫາຍທີ່ເກີດຈາກພາຍຸເຮີຣິເຄນ ມາເຣຍ ຢູ່ເກາະ Roseau, Dominica, ວັນທີ 20 ກນຍາ, 2017.
ພາບຂອງຄວາມເສຍຫາຍທີ່ເກີດຈາກພາຍຸເຮີຣິເຄນ ມາເຣຍ ຢູ່ເກາະ Roseau, Dominica, ວັນທີ 20 ກນຍາ, 2017.

ຈຸດ​ສູນ​ກາງ ຂ​ອງພາຍຸ​ເຮີຣິ​ເຄນ ມາ​ເຣຍ ແມ່ນ​ຢູ່​ໃກ້ໆ​ໝູ່​ເກາະ​ Turk ​ແລະ Caicos
​ໃນຕອນ​ເຊົ້າ​ວັນ​ສຸກມື້​ນີ້ ໂດຍ​ມີລົມ​ເຖິງ 205 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ໝູ່ເກາະ Bahamas ກໍ​ກຽມພ້ອມ​ທີ່ຈະຮັບມື​ກັບ​ລົມ
ພາຍຸມາ​ເຣຍ ທີ່​ໄດ້​ເຮັດ​ໃຫ້​ມີ​ຝົນຕົກ​ໜັກ ​ຢູ່ທີ່ Puerto Rico ​ແລະ​ສາທາລະນະ​ລັດ Dominican.

ພາຍຸ​ມາ​ເຣຍ ປັດ​ຈຸ​ບັນ​ນີ້ ມີ​ຄວາມ​ແຮງ​ໃນ​ລະດັບ 3 ຊຶ່ງ​ກ່ອນ​ໜ້ານີ້ ​ມີ​ຄວາມ​ແຮງ​ໃນ
ລະດັບ 4 ​ເວ​ລາພັດ​ເຂົ້າຖະຫຼົ່ມ ​ເຮັດ​ໃຫ້​ໄຟຟ້າ​ມອດ ​ຢູ່​ທົ່ວ Puerto Rico ​ໃນ​ວັນ​ພຸດ​
ທີ່​ຜ່ານ​ມາ ​ແລະ​ເຮັດ​ໃຫ້​ເກີດ​ນໍ້າ​ຖ້ວມ​ຢູ່​ໃນ​ຫລາຍ​ເຂດ ​ໃນ​ຂະ ນະ​ທີ່ມີ​ຄວາມແຮງຫຼຸດ
ລົງ ​ແຕ່​ຍັງເປັນ​ການ​ຖະຫລົ່ມ​ທີ່​ສຳຄັນ​ຕໍ່ສາທາລະນະ​ລັດ Dominican.

ພາຍຸ​ດັ່ງກ່າວ ເປັນ​ເຮີຣິ​ເຄນ​ທີ່​ແຮງ​ສຸດ ຖະຫລົ່ມ Puerto Rico ດິນ​ແດນຂອງ​ສະຫະ
ລັດ ໃນ​ຮອບເກືອບ 90 ປີ. ຜູ້ປົກຄອງເກາະ Puerto Rico ທ່ານ Ricardo Rossello ໄດ້ປະກາດພາວະສຸກ​ເສີນ​ຢູ່​ໃນ Puerto Rico. “ນີ້​ເປັນ​ເຫດການ​ທີ່​ບໍ່ເຄີ​ຍມີ​ມາ​ກ່ອນ.”

ຄວາ​ມ​ເສຍ​ຫາຍ​ທັງ​ໝົດ​ຍັງ​ບໍ່​ທັນ​ໄດ້​ຖືກ​ພິຈາລະນາ ​ໃນຂະນະ​ທີ່​ບັນດາ​ປະ​ຊາ​ຄົມ​ຍັງ​ຢູ່​
ໂດ​ດ່ຽວ ​ແລະ​ບໍ່​ສາມາດ​ຕິດ​ຕໍ່ຫາ​ກັນ​ໄດ້ ​ແຕ່​ມີ​ລາຍ​ງານ​ວ່າ​ຫລາຍ​ເມືອງ​ກຳ ລັງ​ຖືກ​ນໍ້າ
​ຖ້ວມ​ສຸ ​ແລະ​ດິນ​ເຈື່ອນ.

ຫລາຍ​ກວ່າ 11,000 ຄົນ​ໄດ້​ພາກັນຫລົບ​ລີ້ ​ຢູ່​ສະຖານ​ທີ່​ພັກ​ເຊົາຫຼາຍ​ຮ້ອຍ​ແຫ່ງຢູ່​ທົ່ວ
Puerto Rico ​ໃນ​ຂະນະ​ທີ່​ຄົນ​ອື່ນໆ​ໄດ້ຫລົບ​ພາຍຸ​ຢູ່​ຕາມ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.
ລົມແຮງ​ຈາກ​ພາ​ຍຸມາ​ເຣຍ ​ໄດ້​ພັດ​ເອົາ​ສາຍ​ໄຟຟ້າ ເສົາ​ໂທລະສັບ​ມື​ຖື ​ແລະເຮັດ​ໃຫ້​
ຫລັງຄາ​ເຮືອນ​ເປີດ.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່ ກອງ​ປະ​ຊຸມສະມັດຊາ​ໃຫຍ່​
ສະຫະ​ປະຊາ​ຊາດ ​ໃນ​ນະຄອນ New York ​ໃນ​ວັນ​ພະຫັດ​ວານ​ນິ້ວ່າ ພາຍຸມາເຣຍ ​
ໄດ້​ທຳລາຍ​ Puerto Rico ຢ່າງ​ຮ້າຍ​ແຮງ ​ແລະ​ກ່າວ​ວ່າ ພວກ​ກູ້​ໄພ​ໄດ້​ເລີ້ມ​ໃຫ້ການ​
ຊ່ວ​ຍເຫລືອ​ ​ໃຫ້​ເຂດ​ດັ່ງກ່າວ​ຟື້ນ​ໂຕ​ຄືນ. ປະທານາທິບໍດີ​ທຣໍາ ​ໄດ້​ປະກາດໃຫ້ Puerto
Rico ​ເປັນ​ເຂດ​ປະສົບ​ໄພພິບັດ ​ໃນ​ວັນ​ພະຫັດ​ວານ​ນີ້ແລະ​ກ່າວ​ວ່າ ທ່ານ​ຈະ​ໄປ​ຢ້ຽມ
ຢາມ​ເກາະ​ດັ່ງກ່າວ ແຕ​ທ່ານ​ບໍ່​ໄດ້ໃຫ້​ຊາບ ວ່າ ທ່ານ​ຈະ​ໄປ​ໃນ​ເວລາ​ໃດ.

ກົກເສົາໄຟຟ້າລົ້ມ ຫລັງຈາກພາຍຸເຮີ້ຣິເຄນ ມາເຣຍ ໄດ້ ຖະຫລົ່ມເກາະ Puerto Rico ວັນທີ 20 ກັນຍາ 2017.
ກົກເສົາໄຟຟ້າລົ້ມ ຫລັງຈາກພາຍຸເຮີ້ຣິເຄນ ມາເຣຍ ໄດ້ ຖະຫລົ່ມເກາະ Puerto Rico ວັນທີ 20 ກັນຍາ 2017.

ທ່ານ Block Long ຫົວໜ້າ​ອົງການ​ຄຸ້ມ​ຄອງ​ ເຫດການ​ສຸກ​ເສີນ​ຂອງລັດຖະ ບານ​ກາງ
ກ່າວ​ວ່າ ລັດ​ຖະບານ​ກາງ​ຈະ​ພະຍາຍາມ​ຟື້ນຟູລະບົບໄຟຟ້າຢູ່ເກາະ Puerto Rico ​
ແລະ​ເກາະ Virgin ​ຂອງ​ສະຫະລັດ ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ແລະ​ໃນ​ວິທີ​ທີ່​ຈະ​ເຮັດ​ໃຫ້
ຕາ​ຂ່າຍ​ໄຟຟ້າມີ​ຄວາມ​ສ່ຽງໜ້ອຍລົງ​ຕໍ່​ການ​ຖືກລົບ​ກວນ ​ໃນ​ອະນາ​ຄົດ​ຂ້າງ​ໜ້າ.

ຕະຫລາດ supermarket ຖືກທຳລາຍຈາກພາຍຸເຮີຣິເຄນ ມາເຣຍ ທີ່ເມືອງ Guayama, Puerto.
ຕະຫລາດ supermarket ຖືກທຳລາຍຈາກພາຍຸເຮີຣິເຄນ ມາເຣຍ ທີ່ເມືອງ Guayama, Puerto.

ຜູ້ປົກຄອງເກາະ Puerto Rico ທ່ານ Ricardo Rossello ໄດ້ປະກາດຫ້າມອອກ​
ນອກເຮືອນ ​ແຕ່ເວລາ 6 ໂມງແລງຫາ 6 ໂມງເຊົ້າ ​ໄປຈົນຮອດວັນເສົາມື້ອື່ນ ເພື່ອ
ອະນຸຍາດ ໃຫ້ພວກກູ້ໄພ ແລະບັນດາເຈົ້າໜ້າທີ່ ຮັບມືກັບຜົນກະທົບ ຂອງເຮີຣິເຄນມາ​
ເລຍ. ນອກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຂອບໃຈ​ປະທານາທິບໍດີທີ່​ໄດ້​ໃຫ້ການສະໜັບສະ​ໜູນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hurricane Maria
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG