ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, 13 ມິຖຸນາ 2026

ພາຍຸເອີມາ ອ່ອນກຳລັງລົງ ມາເປັນລະດັບ 4 ແຕ່ກໍຍັງ ເປັນອັນຕະລາຍຢູ່

ຄົນເດີນທາງຜູ້ນຶ່ງ ກຳລັງຕື່ມນໍ້າມັນໃສ່ຖັງ ເພື່ອກະກຽມຮັບມື
ໃນການມາເຖິງຂອງ ພາຍຸເຮີຣິເຄນເອີມາ .
ຄົນເດີນທາງຜູ້ນຶ່ງ ກຳລັງຕື່ມນໍ້າມັນໃສ່ຖັງ ເພື່ອກະກຽມຮັບມື ໃນການມາເຖິງຂອງ ພາຍຸເຮີຣິເຄນເອີມາ .

ສູນ​ກາງ​ພາຍຸ​ເຮີ​ຮິ​ເຄນ​ແຫ່ງ​ຊາດ​ຂອງ​ສະຫະລັດກ່າວ​ວ່າ ລົມພາຍຸ​ Irma “ກຳ ລັງ​ພັດ
ຜ່ານ ​ພາກຕາ​ເວັນ​ອອກສຽງ​ໃຕ້​ ຂອງ​ໝູ່ເກາະ Bahamas ​ໃນ​ຖານະ​ທີ່ເປັນເຮີຣິ​ເຄນ
ທີ່​ມີ​ຄວາມ​ແຮງລະດັບ 4.”

ລົມພາຍຸ​ Irma ​ໄດ້​ອ່ອນກຳລັງລົງ​ຈາກ​ເຮີຣິ​ເຄນລະດັບ 5 ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້.
​ພວກ​ພະຍາກອນ​ອາກາ​ດກ່າວ​ວ່າ ລະດັບຄວາມ​ແຮງ ທີ່​ຂຶ້ນໆ​ລົງໆ ມີ​ທ່າ​ທາງວ່າ ຈະ
ປ່ຽນ​ໄປມາ ​ໃນ​ໄລຍະ​ນຶ່ງ​ຫຼືສອງ​ມື້ຂ້າງ​ໜ້ານີ້ ​ແຕ່​ແນວ​ໃດ​ກໍ​ຕາມ​ຍັງມີ​ການ​ຄາດ​ຄະ​ເນ
​ວ່າ ລົມພາຍຸ​ຫົວນີ້ ຈະ​ສືບ​ຕໍ່ມີ​ຄວາມ​ແຮງ​ເປັນ​ເຮີ​ຣິ​ເຄນລະດັບ 4 ຢູ່ ໃນ​ສອງມື້​ຂ້າງ​
ໜ້າ​ນີ້.”

ພາຍຸ Irma ມີລົມແຮງເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ສູນ​ກາງເຮຣິ​ເຄນແຫ່ງ​ຊາດກ່າວ​ວ່າ ເຮີຣິ​ເຄນຫົວນີ້​ຄາດ​ວ່າ ຈະຢູ່ທາງ​ພາກ​ຕາ​ເວັນ​ຕົກ​
ສຽງ​ເໜືອ​ຂອງໝູ່​ເກາະ Bahamas ​ໃນ​ຕອນແລງ​ວັນ​ສຸກມື້​ນີ້ ​ແລະ​ວັນ​ເສົາມື້​ອື່ນ ​ແລະ
ຈະ​ກວມ​ເອົາ​ບາງ​ສ່ວນ ​ຂອງ​ພາກ​ໃຕ້ລັດ Florida ​ແລະ​ເຂດ Florida Keys ​ໃນ​ຕອນ
​ແລງ​ວັນ​ເສົາ ຫລື​ຕອນ​ເຊົ້າ​ວັນ​ອາທິດ.

Officials Urge Evacuations Before Hurricane Hits Southeastern US States
please wait

No media source currently available

0:00 0:02:37 0:00

ສູນ​ກາງເ​ຮີຣິ​ເຄນ​ແຫ່ງ​ຊາດຂອງ​ສະຫະລັດ ​ໄດ້​ອອກຄຳ​ເຕືອນໃຫ້​ລະວັງ​ໄພ​ລົມ ພາ​ຍຸເຮີ
​ຣິ​ເຄນ ​ໃນ​ເຂດພາກ​ໃຕ້ລັດ Florida ​ແລະ​ເຂດ Florida Key.

​ໃນ​ວັນ​ພະຫັດ​ວານ​ນີ້ ຫລາຍ​ກວ່າ​ເຄິ່ງລ້ານ​ຄົນ ​ຖືກ​ສັ່ງ​ໃຫ້​ອອກ​ໄປ​ຈາກ​ພາກ​ໃຕ້​ຂອງ​ລັດ Florida ​ໃນ​ຂະນະ​ທີ່​ພາຍຸ​ເອີ​ມາ​ກຳລັງ​ຈະມາ​ເຖິງ.

ຮູບພາບຖ່າຍຈາກດາວທຽມ ໃນວັນທີ 7 ກັນຍາ ຂອງພາຍຸເຮີຣິເຄນເອີມາ.
ຮູບພາບຖ່າຍຈາກດາວທຽມ ໃນວັນທີ 7 ກັນຍາ ຂອງພາຍຸເຮີຣິເຄນເອີມາ.

ຜູ້​ປົກຄອງ​ລັດ Florida ທ່ານ Rick Scott ກ່າວ​ວ່າ ຄວາມ​ເປັນ​ຫ່ວງ​ທີ່​ໃຫຍ່​ສຸດໃນປັດ​
ຈຸບ​ບັນ​ນີ້ກໍ​ຄືການ​ຂາດ​ແຄນ​ນໍ້າ​ມັນ. ຕຳຫລວດ​ຈະ​ອາລັກຂາ​ລົດ​ບັນ ທຸກ​ນໍ້າມັນ ​ຢູ່​ໃນ
​ລັດ Florida ​ໃນ​ຂະນະ​ທີ່​ເຂົາ​ເຈົ້າໄປສົ່ງ​ນ້ຳມັນຕາມ​ປໍ້າຕ່າງໆ​ທີ່ໝົດໄປ​ນັ້ນ.

ທ່ານ Scott ກ່າວ​ວ່າ ກອງກຳລັງ​ຮັກສາ​ດິນ​ແດນລັດ Florida 7,000 ຄົນ ພວມຖືກ​ສົ່ງ​ໄປປະຈຳການ​ໃນ​ວັນ​ສຸກ​ມື້​ນີ້ ​ແລະ​ພວກ​ນາຍຊ່າງ​ໄຟຟ້າຫລາຍ​ພັນ​ຄົນຈະ​ພາກັນລໍຖ້າ
ຟັງ​ຄຳ​ສັ່ງ ​ແລະ​ພ້ອມ​ແລ້ວ​ຈະໄປເຮັດ​ວຽກ.

ຜູ້ຊາຍຄົນນຶ່ງກຳລັງກວດເບິ່ງຄວາມເສຍຫາຍຂອງບ້ານເຮືອນ ທີ່ຜ່ານເກາະ St. John's, Antigua ແລະ Barbuda.
ຜູ້ຊາຍຄົນນຶ່ງກຳລັງກວດເບິ່ງຄວາມເສຍຫາຍຂອງບ້ານເຮືອນ ທີ່ຜ່ານເກາະ St. John's, Antigua ແລະ Barbuda.

​ທ່ານ Scott ກ່າວ​ວ່າ ພາ​ຍຸ​ເອີ​ມາ “ມີ​ຄວາມກວ້າງກວ່າ​ລັດ​ຂອງ​ພວກ​ເຮົາ​ທັງ​ໝົດ ​ແລະ​
ອາດເປັນ​ໄພ​ຂົ່ມຂູ່​ຕໍ່​ຊີວິດ​ຢ່າງ​ຮ້າຍ​ແຮງ ​ຈາກ​ຝັ່ງ​ທະ​ເລ​ນຶ່ງ​ໄປ​ຫາ​ຝັ່ງ​ອີກ​ຝັ່ງ​ນຶ່ງ ບໍ່​ວ່າ​ຝັ່ງ
​ໃດ​ທີ່​ທ່ານ​ອາ​ໄສ​ຢູ່ ຈົ່ງ​ຕຽມ​ຍົກຍ້າຍອອກ​ໄດ້.”

ຄວາມເສຍຫາຍທີ່ເກີດຈາກພາຍຸເຮີຣິເຄນເອີີມາ ທີ່ເກາະ St. Martin.
ຄວາມເສຍຫາຍທີ່ເກີດຈາກພາຍຸເຮີຣິເຄນເອີີມາ ທີ່ເກາະ St. Martin.

ນາຍ​ທະຫານ​ກອງໜຸນຮັບຜິດຊອບ​ເລື່ອງດິນ​ຟ້າ​ອາກາດ​ຂອງ​ສະຫະລັດ ພັນ​ຕີ Jeremy DeHart ​ໄດ້​ບິນ​ຜ່ານ​ຈຸດ​ໃຈກາງ​ຂອງ​ພາຍຸ​ Irma ​ໃນ​ຕົ້ນ​ອາທິດ​ນີ້. ທ່ານ​ກ່າວ​ວ່າ ຄວາມ​
ແຮງ​ຂອງ​ພາຍຸຫົວນີ້ ​ແມ່ນ​ຕ່າງ​ຈາກ​ພາຍຸ​ອື່ນໆ. ພັນ​ຕີ DeHart ກ່າວ​ວ່າ “ພວກຮູບ​ພາບ
ບໍ່​ເປັນ​ທີ່​ຕັດສິນ​ໄດ້. ຮູບ​ພາບ​ຈາກ​ດາວ​ທຽມ ບໍ່​ສາມາດ​ຕັດສິນ​ໄດ້.”

Hurricane Irma Lashes Haiti with Fierce Winds, Heavy Rain

A home collapsed in Fort-Liberte, in northeast Haiti, because of Hurricane Irma's winds and rainfall, Sept. 7, 2017. One person is seen inside the home but no one was injured.
1/5 A home collapsed in Fort-Liberte, in northeast Haiti, because of Hurricane Irma's winds and rainfall, Sept. 7, 2017. One person is seen inside the home but no one was injured.
Cloudy skies begin to darken as Hurricane Irma starts to unleash its winds and rains in Fort-Liberte, Haiti, Sept. 7, 2017.
2/5 Cloudy skies begin to darken as Hurricane Irma starts to unleash its winds and rains in Fort-Liberte, Haiti, Sept. 7, 2017.
Two men walk away from a flooded area in Fort-Liberté, Haiti, where a tree collapsed in the main street. Hurricane Irma continues to approach the north coast of Haiti with heavy rain and strong winds, Sept. 7, 2017.
3/5 Two men walk away from a flooded area in Fort-Liberté, Haiti, where a tree collapsed in the main street. Hurricane Irma continues to approach the north coast of Haiti with heavy rain and strong winds, Sept. 7, 2017.
Food is unloaded at the Civil Protection warehouse in Fort-Liberté, Haiti, as Hurricane Irma moves closer to Haiti's north coast, Sept. 7, 2017.
4/5 Food is unloaded at the Civil Protection warehouse in Fort-Liberté, Haiti, as Hurricane Irma moves closer to Haiti's north coast, Sept. 7, 2017.
Rain continues to fall and street flooding is evident at a police station in Fort-Liberté, Haiti, in the wake of Hurricane Irma, Sept. 7, 2017.
5/5 Rain continues to fall and street flooding is evident at a police station in Fort-Liberté, Haiti, in the wake of Hurricane Irma, Sept. 7, 2017.
Previous slide
Next slide

ລົມພາຍຸ​ Irma ເປັນ​ພາຍຸ​ທີ່​ຖືກບັນທຶກ​ໄວ້ຢູ່ໃນປື້​ມປະ​ຫວັດ​ສາດ​ແລ້ວ. ບັນດາ​ຜູ່້ຊ່ຽວ
ຊານ​ພາກັນ​ຮ້ອງ​ວ່າ ​ເປັນ​ພາຍຸມະຫາ​ສະໝຸດ Atlantic ທີ່​ຮ້າຍ​ແຮງສຸດ​ເທົ່າ​ທີ່ເຄີຍ​ມີມາ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hurricane Irma
please wait

No media source currently available

0:00 0:01:59 0:00

This item is part of
XS
SM
MD
LG