ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ ເອີມາ ທີ່ 'ເປັນອັນຕະລາຍ ທີ່ສຸດ' ພັດຖະຫຼົ່ມ ໝູ່ເກາະ ກາຣີບຽນ


ຄະນະປະຕິບັດງານສຸກເສີນ ຫຼື Emergency Operations Committee (COE) ຕິດຕາມເບິ່ງ ເສັ້ນທາງຂອງເຮີຣິເຄນ Irma ໃນນະຄອນ Santo Domingo ຂອງ ສາທາລະນະລັດ Dominican, ວັນທີ 5 ກັນຍາ 2017.
ຄະນະປະຕິບັດງານສຸກເສີນ ຫຼື Emergency Operations Committee (COE) ຕິດຕາມເບິ່ງ ເສັ້ນທາງຂອງເຮີຣິເຄນ Irma ໃນນະຄອນ Santo Domingo ຂອງ ສາທາລະນະລັດ Dominican, ວັນທີ 5 ກັນຍາ 2017.

ພາຍຸ ເຮີຣິເຄນ Irma ໄດ້ພັດຜ່ານພາກເໜືອ ຂອງໝູ່ເກາະ Leeward ​ໃນຕອນເຊົ້າ
ວັນພຸດມື້ນີ້ ໂດຍນຳເອົາລົມແຮງລະດັບ 5 ມານຳດ້ວຍ ​ໂດຍເຮັດໃຫ້ນ້ຳທະເລສູງຂຶ້ນ​
ເຖິງຂັ້ນອັນຕະລາຍ ແລະຝົນຕົກໜັກໃສ່ ທົ່ວເກາະ Barbuda ໂດຍກົງ ທີ່ກໍ່ໃຫ້ເກີດ
ນ້ຳຖ້ວມໄດ້.

ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ໄດ້ກ່າວວ່າ ບັນດານັກພະຍາກອນອາກາດ
ຄາດໝາຍວ່າ “ໃຈກາງຂອງພາຍຸທີ່​ເປັນອັນຕະລາຍທີ່ສຸດ” ຈະພັດ ຜ່ານ ຫຼື ຢູ່ໃກ້ກັບ
ເກາະ Anguilla ແລະ ໝູ່ເກາະ Virgin Islands ຂອງ​ອັງ ກິດ ໃນລະຫວ່າງຕອນກາງ
ເວັນ ຂອງວັນພຸດມື້ນີ້ ກ່ອນທີ່ມັນຈະເຄື່ອນຍ້າຍໄປຫາ ເກາະ Puerto Rico ໃນຕອນ
ແລງວັນພຸດມື້ນີ້.

ການຄາດຄະເນ ​ເສັ້ນທາງຂອງເຮີຣິເຄນ ດັ່ງກ່າວ ໃນສັບປະດານີ້ ແມ່ນຍາກຫຼາຍ ແຕ່
ການເຕືອນ​ໄພ ກ່ຽວກັບ ເຮີຣິເຄນ ໄດ້ຖືກປະກາດ ຢູ່​ສາທາລະນະ​ລັດ Dominican,
ພາກຕາເວັນອອກສຽງໃຕ້ ຂອງເກາະ Bahamas ແລະ ເກາະ Turks ແລະ Caicos
ໃນຂະນະດຽວກັນ ໄດ້ມີການປະກາດ ໃຫ້ຕິດຕາມສິ້ງຊອມເບິ່ງ ສຳລັບ ປະ​ເທດ Haiti
ແລະ Cuba. ສູນກາງ​ເຮີ​ຮິ​ເ​ຄນ ໄດ້ກ່າວວ່າ ພາຍຸ Irma ແມ່ນຄາດວ່າ ຈະຍັງຄົງເປັນ
ພາຍຸເຮີຣິເຄນ ທີ່ມີຄວາມແຮງ ລະດັບ 4 ຫຼື ລະດັບ 5 ໃນລະຫວ່າງ ສອງສາມມື້
ຂ້າງໜ້ານີ້.

ໂຄສົກ ຂອງສູນກາງເຮີຣິເຄນແຫ່ງຊາດ ທ່ານ Dennis Feltgen ໄດ້ກ່າວຕໍ່ວີໂອເອວ່າ
“ໝູ່​ເກາະ Leeward ແລະ Puerto Rico ແມ່ນຢູ່ໃນເສັ້ນທາງຂອງມັນ ແລະ ຕໍ່ຈາກ
ນັ້ນ ກໍຈະເຂົ້າໄປໃນສາທາລະນະ​ລັດ Dominican ແລະ Haiti. ຕໍ່ໄປ ພວກເຮົາກໍ
ຈະເບິ່ງຢູ່ Bahamas, ຝັ່ງພາກເໜືອຂອງ Cuba ແລະ ໃນທີ່ສຸດ ພາກສ່ວນຕ່າງໆ
ຂອງເຂດພາກໃຕ້ຂອງລັດ Florida. ມັນຍັງມີພື້ນທີ່ຢ່າງຫຼວງຫຼາຍ ຢູ່ຕໍ່ໜ້າພາຍຸ
Irma.”

ເມື່ອຕອນເຊົ້າວັນພຸດມື້ນີ້ ພາຍຸ Irma ໄດ້ມີລົມພັດແຮງເຖິງ 295 ກິໂລແມັດຕໍ່ຊົ່ວໂມງ
ໂດຍເຮັດໃຫ້ມັນ ເປັນເຮີຣິເຄນ ມະຫາສະໝຸດ Atlantic ຫົວນຶ່ງ ທີ່ແຮງທີ່ສຸດ ເປັນ
ປະຫວັດການ.

ທ່ານ Feltgen ໄດ້ກ່າວຕື່ມວ່າ ບໍ່ມີຫຍັງຫຼາຍ ທີ່ຈະທົນທານ ຕໍ່ລົມທີ່ມີຄວາມແຮງ
ຂະໜາດນັ້ນ ​ໄດ້ ໝາຍຄວາມວ່າ ພາຍຸ Irma ມີ​ຄວາມເປັນໄປໄດ້ສູງ ທີ່ຈະກໍ່ໃຫ້ເກີດ
“ຄວາມເສຍຫາຍຂະໜາດໃຫຍ່.”

ບັນດານັກພະຍາກອນອາກາດ ໄດ້ກ່າວວ່າ ເຮີຣິເຄນນີ້ ຍັງອາດຈະເຮັດໃຫ້ນ້ຳທະເລ
ສູງຂຶ້ນ ສອງ ຫາ ຫົກແມັດ ຢູ່ຕາມເກາະຕ່າງໆ ທີ່ຢູ່ໃນ​ເສັ້ນທາງຂອງມັນ ພ້ອມກັບ
ນ້ຳຝົນ 20 ຫາ 30 ຊັງຕີແມັດ ແລະ ຢູ່ໃນບາງພື້ນທີ່ ກໍຈະໄດ້ຮັບ ຫຼາຍເຖິງ 50
ຊັງຕີແມັດ. ຜົນກະທົບ ອາດເປັນໄພຂົ່ມຂູ່ຕໍ່ຊີວິດ ໂດຍຈະມີນ້ຳຖ້ວມ ແລະ ດິນເຈື່ອນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ຢູ່ Puerto
Rico ໝູ່​ເກາະ Virgin ຂອງ​ສະ​ຫະລັດ ​ແລະ​ລັດ​ຟລໍຣິດາ ​ແລະ ​ໄດ້ສັ່ງ​ໃຫ້​ອົງການ
FEMA ຊຶ່ງ​ເປັນອົງການ​ຄຸ້ມ​ຄອງ​ເຫດການ​ສຸກ​ເສີນ​ຂອງ​ລັດຖະບານ​ກາງ ​ເລີ້ມປະຕິ
ບັດ​ການບັນ​ເທົາ​ທຸກ​ໄພພິບັດ​ໄດ້.

ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້ ປະທານາທິບໍດີ​ທຣຳ ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ Twitter ວ່າ
ລັດຖະບານ​ກາງ​ ພ້ອມ​ແລ້ວ ​ທີ່​ຈະ​ໃຫ້ການ​ກູ້​ໄພ ​ແລະ​ສະໜອງ​ການບັນ​ເທົາທຸກ ​ເພື່ອ
​ຮັບ​ມື​ກັບ​ລົມພາຍຸ Irma.

US Hurricane Irma
please wait
Embed

No media source currently available

0:00 0:01:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG