ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີຣິເຄນ Irene ອ່ອນກຳລັງລົງ ແຕ່ກໍຍັງເປັນອັນຕະລາຍ (ເບິ່ງຮູບສະລາຍດ໌)


ຝົນຕົກໜັກຈາກລົມເຮີຣິເຄນ Irene ເຮັດໃຫ້ການຈະລາຈອນທີ່ເມືອງ Myrtle Beach ໃນລັດ South Carolina ມີການຊັກຊ້າ (27 ສິງຫາ 2011)
ຝົນຕົກໜັກຈາກລົມເຮີຣິເຄນ Irene ເຮັດໃຫ້ການຈະລາຈອນທີ່ເມືອງ Myrtle Beach ໃນລັດ South Carolina ມີການຊັກຊ້າ (27 ສິງຫາ 2011)

ລົມແຮງແລະຝົນຕົກໜັກຈາກເຮີຣິເຄນ Irene ຊຶ່ງພັດເຂົ້າຖະຫຼົ່ມເຂດແຄມຝັ່ງທະເລກໍ້າຕາ
ເວັນອອກຂອງສະຫະລັດໃນຕອນເຊົ້າຂອງວັນເສົາມື້ນີ້ ໄດ້ສູນເສຍກຳລັງບາງສ່ວນແຕ່ກໍຍັງ
ຢູ່ໃນເປົ້າໝາຍ ທີ່ຈະສ້າງຜົນກະທົບຕໍ່ປະຊາຊົນຈຳນວນຫຼາຍສິບລ້ານຄົນດ້ວຍໄພນໍ້າຖ້ວມ
ແລະໄຟຟ້າມອດ.

ພວກນັກພະຍາກອນອາກາດ ທີ່ສູນກາງລົມພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດໄດ້ຫຼຸດ
ລະດັບຂອງ Irene ລົງມາເປັນເຮີຣິເຄນປະເພດຕໍ່າສຸດ ຄືມີລົມແຮງ 150 ຫຼັກກິໂລແມັດ
ຕໍ່ຊົ່ວໂມງໃນຕອນເຊົ້າຂອງວັນເສົາມື້ນີ້. ແຕ່ພວກເຂົາເຈົ້າກໍເຕືອນວ່າ ພາຍຸຫົວນີ້ຍັງຈະສືບ ຕໍ່ຮັກສາລະດັບຄວາມແຮງເປັນລົມເຮີຣິເຄນຢູ່ຂະນະທີ່ພັດເຄື່ອນເຂົ້າໄປສູ່ເຂດທີ່ມີປະຊາຊົນ
ອາໄສຢູ່ຢ່າງໜາແໜ້ນອ້ອມແອ້ມນະຄອນຫຼວງວໍຊິງຕັນ.

ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ເຮຣິເຄນ Irene ພັດຂຶ້ນບົກທີ່ລັດ North Carolina ໃນຕອນ
ເຊົ້າຂອງວັນເສົາມື້ນີ້ ເຈົ້າໜ້າທີ່ຂອງລັດດັ່ງກ່າວກໍລາຍງານວ່າ ໄດ້ເກີດໄພນໍ້າຖ້ວມ ໄຟຟ້າ
ມອດ ແລະມີການເຕືອນກ່ຽວກັບລົມຫົວກຸດ Tornado.

ໄດ້ມີການປະກາດເຕືອນ ກ່ຽວກັບລົມພາຍຸເຮີຣິເຄນ Irene ທີ່ນະຄອນນິວຢອກແລະບໍລິ
ເວນສ່ວນໃຫຍ່ຂອງເຂດຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ໃນອັນທີ່ປະທານາທິບໍ
ດີບາຣັກໂອບາມາເອີ້ນວ່າລົມພາຍຸທີ່ເປັນໄພອັນຕະລາຍຮ້າຍແຮງສຸດແລະສ້າງຄວາມເສຍ
ຫາຍຢ່າງໜັກນັ້ນ.

ທີ່ນະຄອນນິວຢອກ ເຈົ້າຄອງນະຄອນທ່ານ Michael Bloomberg ໄດ້ສັ່ງໃຫ້ມີການ
ຍົກຍ້າຍປະຊາຊົນແບບບັງຄັບ ເປັນເທື່ອທຳອິດໃນນະຄອນດັ່ງກ່າວ. ໄດ້ມີຄຳສັ່ງໃຫ້ປະ
ຊາຊົນປະມານ 250,000 ຄົນ ອອກໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ໃນເຂດທີ່ມີດິນຕໍ່າຂອງນະຄອນນິວຢອກຮວມທັງເຂດຕະຫຼາດຄ້າຮຸ້ນນຳດ້ວຍແລະຈະມີ
ການຢຸດເຊົາການໃຫ້ບໍລິການ ເປັນເທື່ອທຳອິດ ລະບົບການຂົນສົ່ງໂດຍສານ ຂອງນະ
ຄອນນິວຢອກທັງໝົດຮວມທັງລົດໄຟໃຕ້ດິນແລະລົດເມນຳດ້ວຍໃນວັນເສົາມື້ນີ້. ສະໜາມ
ບິນທັງ 3 ແຫ່ງຂອງນະຄອນນິວຢອກ ຈະອັດກິດຈະການລົງເລີ່ມໃນຕອນທ່ຽງຂອງມື້ນີ້
ຫຼືໃນເວລາ 16 ໂມງຕາມເວລາມາດຕະຖານສາກົນ.

ສາຍການບິນຕ່າງໆໄດ້ຍົກເລີກຖ້ຽວບິນຈຳນວນຫຼາຍຮ້ອຍຖ້ຽວ ໄປຍັງເຂດແຄມຝັ່ງທະ ເລກໍ້າຕາເວັນອອກຂອງສະຫະລັດ ແລະການບໍລິການທາງລົດໄຟສ່ວນນຶ່ງ ກໍຈະມີການ
ໂຈະເປັນການຊົ່ວຄາວ.

XS
SM
MD
LG