ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາກຕາເວັນອອກສະຫະລັດ ກຽມຮັບມືກັບ ເຮີຣິເຄນ Irene


ຮູບພາບລົມພາຍຸເຮີຣິເຄນ Irene ຈາກດາວທຽມ ຂອງອົງການຄຸ້ມຄອງ ມະຫາສະມຸດແລະບັນຍາກາດຂອງ ສະຫະລັດ (NOAA) (26 ສິງຫາ 2011)
ຮູບພາບລົມພາຍຸເຮີຣິເຄນ Irene ຈາກດາວທຽມ ຂອງອົງການຄຸ້ມຄອງ ມະຫາສະມຸດແລະບັນຍາກາດຂອງ ສະຫະລັດ (NOAA) (26 ສິງຫາ 2011)

ພາກຕາເວັນອອກຂອງສະຫະລັດພວມຫ້າງຫາກະກຽມ ໃນການຮັບມືກັບການພັດເຂົ້າຖະຫຼົ່ມ
ທີ່ອາດມີຂຶ້ນຂອງລົມພາຍຸເຮີຣິເຄນຂະໜາດແຮງຫົວນຶ່ງ ທີ່ພວມມຸ່ງໜ້າໄປຕາມເຂດແຄມຝັ່ງ
ທະເລຂອງສະຫະລັດນັ້ນ.

ຜູ້ປົກຄອງລັດ North Carolina, Virginia, Maryland, Delaware, New Jersey
ແລະ New York ໄດ້ປະກາດພາວະສຸກເສີນ ເພື່ອກະກຽມຊັບພະຍາກອນຕ່າງໆກ່ອນໜ້າ
ການມາເຖິງຂອງລົມເຮີຣິເຄນ Irene ຊຶ່ງຄາດວ່າ ຈະພັດຂຶ້ນຝັ່ງທີ່ລັດ North Carolina
ໃນວັນເສົາມື້ອື່ນນີ້. ປະທານາທິບໍດີບາຣັກໂອບາມາ ກໍໄດ້ປະກາດພາວະສຸກເສີນສຳລັບລັດ
North Carolina.

ສູນກາງລົມພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ເຮີຣິເຄນ Irene ພວມຢູ່ໃນ
ເສັ້ນທາງມຸ່ງໜ້າສູ່ລັດ North Carolina ໂດຍມີລົມແຮງເຖິງ 185 ຫຼັກກິໂລແມັດຕໍ່ຊົ່ວ
ໂມງຊຶ່ງເຮັດໃຫ້ເຮີຣິເຄນຫົວນີ້ ຖືກຈັດເປັນລົມພາຍຸປະເພດ 3 ຕາມລະດັບການວັດແທກ
ຄວາມແຮງແລະຄວາມສາມາດໃນທຳລາຍທີ່ມີທັງໝົດ 5 ຂັ້ນ. ພາຍຸຫົວນີ້ເຮັດໃຫ້ມີຜູ້ເສຍ
ຊີວິດແລ້ວຢ່າງນ້ອຍນຶ່ງຄົນທີ່ Puerto Rico ແລະ 2 ຄົນທີ່ສາທາລະນະລັດໂດມີນິກັນ.

ໄດ້ມີການອອກຄຳເຕືອນ ກ່ຽວກັບລົມເຮີຣິເຄນ Irene ສຳລັບເຂດແຄມຝັ່ງທະເລສ່ວນໃຫຍ່
ທາງກໍ້າຕາເວັນອອກຂອງສະຫະລັດ ແລະເຈົ້າໜ້າທີ່ ທີ່ຢູ່ໃນເຂດທີ່ຈະປະສົບຜົນກະທົບບາງ
ແຫ່ງເລີ່ມຍົກຍ້າຍປະຊາຊົນແລະພວກນັກທ່ອງທ່ຽວທີ່ໄປທ່ຽວຊົມຫາດຊາຍແຄມທະເລອອກ
ໜີ. ເຈົ້າຄອງນະຄອນນິວຢອກ ທ່ານ Michael Bloomberg ໄດ້ສັ່ງໃຫ້ໂຮງໝໍແລະບ້ານ
ພັກຂອງພວກຄົນຊະລາ ທີ່ຢູ່ໃນເຂດດິນຕໍ່າ ຍົກຍ້າຍອອກໜີ.

ການຂົ່ມຂູ່ຂອງລົມເຮີຣິເຄນ Irene ເຮັດໃຫ້ພວກຈັດງານເພື່ອອຸທິດທີ່ອະນຸສາວະລີຜູ້ນຳໃນ ການຕໍ່ສູ້ເພື່ອສິດທິພົນລະເມືອງ ທ່ານ Martin Luther King, Jr. ທີ່ກຳນົດຈະມີຂຶ້ນໃນ
ວັນອາທິດຈະມານີ້ ຕ້ອງໄດ້ເລື່ອນເວລາອອກໄປ.

XS
SM
MD
LG