ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກຕາເວັນອອກ ຂອງສະຫະລັດ ຍັງສືບຕໍ່ປະເຊີນກັບ ໄພນໍ້າຖ້ວມ


ພວກຊ່ອຍກູ້ໄພຊ່ອຍເຫລືອພວກປະຊາຊົນຕົກຄ້າງຈາກໄພນໍ້າຖ້ວມທີ່
ເມືອງ Montpelier, ລັດ Vermont ໃນພາກເໜືອຂອງສະຫະລັດ.
ວັນທີ 28 ສິງຫາ 2011
ພວກຊ່ອຍກູ້ໄພຊ່ອຍເຫລືອພວກປະຊາຊົນຕົກຄ້າງຈາກໄພນໍ້າຖ້ວມທີ່ ເມືອງ Montpelier, ລັດ Vermont ໃນພາກເໜືອຂອງສະຫະລັດ. ວັນທີ 28 ສິງຫາ 2011

ພວກ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃນ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ສືບ​ຕໍ່​ຮັບ​ມື​ກັບ​ໄພ​ນໍ້າ​ຖ້ວມ​ຄັ້ງ​ປະວັດ​ສາດ ​ແລະ​ການ​ຂາດ​ໄຟຟ້າໃຊ້​ຢ່າງ​ກວ້າງຂວາງ​ສືບ​ເນື່ອງ​ມາ​ຈາກ​ລົມພາຍຸ​ເຮີຣີ​ເຄນ​ໄອຣີນທີ່​ອັນຕະລາຍ​ຮ້າຍແຮງນັ້ນ.

ລົມພາຍຸ​ຫົວ​ນີ້ ຊຶ່ງ​ໄດ້​ພັດຂຶ້ນຝັ່ງ​ ທີ່​ລັດ Carolina ​ເໜືອ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ​ໃນ​ວັນ​ສຸກ​ຜ່ານ​ມາ​ນັ້ນ ​ໄດ້​ເອົາຊີວິດຜູ້​ຄົນ​ໄປ​ຢ່າງ​ໜ້ອຍ 41 ຄົນ​ໃນ​ສະຫະລັດ​ແລະ​ກາ​ນາ​ດາ.

ພວກ​ບໍລິ​ສັດ​ສາທາລະ​ນູປະ​ໂພ​ກກ່າວ​ວ່າ ອາດຈະ​ໃຊ້​ເວລາ​ເກີນ​ນຶ່ງ​ສັບປະດາ​ກ່ອນ​ຈະ​ມີ​ການ​ຕິດ​ຕັ້ງ​ໄຟຟ້າ​ໄດ້​ຄືນ​ສໍາລັບ​ພວກ​ບ້ານ​ເຮືອນ​ແລະ​ຮ້ານ​ຄ້າ​ຮ້າ​ນຂາຍ​ຈໍານວນ​ຫລາຍ​ເຖິງ 5 ລ້ານ​ຫລັງ​ທີ່ຍັງ​ບໍ່ມີ​ໄຟຟ້າ​ໃຊ້​ ຍ້ອນລົມພາຍຸ​ຫົວ​ນີ້.

ລົມພາຍຸ​ເຮີຣິ​ເຄນ​ໄອຣີນ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ຫລັງ​ຈາກ​ມັນ​ພັດ​ຜ່ານ​ເຂົ້າ​ໄປ​ໃນ​ປະ​ເທດ​ກາ​ນາ​ດາ​ໃນ​ຕອນ​ແລງ​ວັນ​ອາທິດ​ຜ່ານ​ມາ. ​ໃນ​ລັດ Vermont ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ ໃນ​ພາກ​ເໜືອ​ຂອງ​ສະຫະລັດນັ້ນ ພວກ​ປະຊາຊົນໄດ້ຮັບ​ມື​ກັບ​ໄພ​ນໍ້າ​ຖ້ວມຄັ້ງ​ຮ້າຍ​ແຮງ​ທີ່​ສຸດໃນ​ຮອບ​ນຶ່ງ​ສັດຕະ​ວັດ​ຜ່ານ​ມາ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ໄດ້​ສັ່ງ​ໃຫ້​ອົງການຄຸ້ມຄອງພາວະ​ສຸກ​ເສີນ​ຂອງລັດຖະບານ​ກາງ​ແລະ​ພວກ​ອົງການ​ຕ່າງໆ​ຂອງ​ລັດຖະບານ​ໃຫ້​ດໍາ​ເນີນ​ງານ​ທຸກ​ສິ່ງ​ທຸກ​ຢ່າງຈົດສຸດ​ຄວາມ​ສາມາດ​ ເພື່ອ​ຊ່ອຍ​ປະຊາຊົນ​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ລົມພາຍຸ​ຫົວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ລັດຖະບານ​ຈະ​ເດີນທາງ​ໄປ​ຍັງ​ພວກລັດ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ວັນ​ອັງຄານ​ມື້​ນີ້​ເພື່ອ​ທໍາ​ການ​ສໍາ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ.

XS
SM
MD
LG