ສ່ວນຢູ່ທີ່ສະຫະລັດນີ້ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດພາວະສຸກເສິນສໍາລັບ
ຫລາຍໆລັດ ທີ່ຖືກປະທະໂດຍພາຍຸເຮີຣີເຄນໄອຣີນ ຮວມທັງລັດ North Carolina, Vir
ginia ແລະລັດ New York ເພື່ອອໍານວຍໃຫ້ບັນດາລັດເຫລົ່ານັ້ນໄດ້ຮັບການຊ່ອຍເຫລືອ
ຈາກລັດຖະບານກາງ ໃນຄວາມພະຍາຍາມເພື່ອຮັບມືກັບໄພທໍາມະຊາດດັ່ງກ່າວ.
ພາຍຸໄອຣີນ ຊຶ່ງເວລານີ້ບໍ່ຢູ່ໃນລະດັບເປັນລົມພາຍຸເຮີຣີເຄນອີກແລ້ວ ແຕ່ກໍຍັງມີລົມພັດ
ແຮງໃນຄວາມໄວ 55 ຫລັກກິໂລແມັດຕໍ່ຊົ່ວໂມງຢູ່ນັ້ນ ໄດ້ເຄື່ອນເຂົ້າໄປໃນການາດາໃນ
ເຊົ້າວັນຈັນມື້ນີ້ ບ່ອນທີ່ອາດມີຝົນຕົກຫລາຍເຖິງ 20 ຊັງຕິແມັດໄດ້ໃນທົ່ວຂົງເຂດ Nova
Scotia ແລະ New Brunswick.
ທ່ານໂອບາມາໄດ້ຕັກເຕືອນປະຊາຊົນອະເມຣິກັນໃຫ້ລະມັດລະວັງ ແລະວ່າ ລົມພາຍຸລູກ
ນີ້ຍັງບໍ່ທັນໝົດເທື່ອ. ຄາດກັນວ່າໄພນໍ້າຖ້ວມທີ່ຮ້າຍແຮງສາມາດເກີດຂຶ້ນໄດ້ໃນທົ່ວຂົງເຂດ
ພາກຕາເວັນອອກສຽງເໜືອຂອງສະຫະລັດນັ້ນ.
ລູກພາຍຸລູກນີ້ໄດ້ເອົາຊີວິດຜູ້ຄົນໄປຢ່າງນ້ອຍ 21 ຄົນແລະເຮັດໃຫ້ການສັນຈອນໄປມາທາງ
ບົກແລະທາງອາກາດຕົກຢູ່ໃນສະພາບເປ້ຍລ່ອຍໄປໃນຝັ່ງທະເລພາກຕາເວັນອອກຂອງສະ
ຫະລັດນັ້ນ. ສູນກາງລົມພາຍຸເຮີຣີເຄນແຫ່ງຊາດ ກ່າວວ່າ ເຂດນຶ່ງທີ່ຝົນຕົກໜັກທີ່ສຸດແມ່ນ
ຢູ່ໃນເມືອງ New Bern ລັດ North Carolina ຊຶ່ງປະລິມານນໍ້າຝົນແມ່ນສູງເກືອບ 40
ຊັງຕິແມັດ.
ຄາດວ່າພວກສະໜາມບິນໃຫຍ່ແຫ່ງຕ່າງໆ ທີ່ໃຫ້ການບໍລິການໃນນະຄອນນີວຢອກຈະໄຂ
ຄືນໃນເຊົ້າວັນຈັນມື້ນີ້ ແລະລະບົບລົດໄຟໃຕ້ດິນສ່ວນໃຫຍ່ກໍຈະໄຂບໍລິການໃຫ້ພວກຜູ້ຄົນ
ທີ່ກັບຄືນໄປລ້າໄປການໃຊ້ໃນວັນຈັນມື້ນີ້ຄືກັນ. ເຈົ້າໜ້າທີ່ລະບົບຂົນສົ່ງຂອງນະຄອນ
Boston ກ່າວວ່າ ການບໍລິການດ້ານຂົນສົ່ງມວນຊົນເກືອບທັງໝົດຈະໄຂບໍລິການຄືນໃນ
ວັນຈັນມື້ນີ້.
ພວກບ້ານເຮືອນແລະຮ້ານຄ້າຮ້ານຂາຍຈໍານວນຫລາຍກວ່າ 4 ລ້ານ ຫລັງເລາະຕາມແຄມ
ຝັ່ງທະເລພາກຕາເວັນອອກ ບໍ່ມີໄຟຟ້າໃຊ້. ບໍລິສັດໄຟຟ້າໃນຂົງເຂດນະຄອນຫລວງກຸງວໍ
ຊິງຕັນໄດ້ສົ່ງພະນັກງານຈໍານວນ 2400 ຄົນອອກໄປຊ່ອຍສ້ອມແປງໃນຂົງເຂດ.