ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍຸໄອຣີນ ກໍາລັງເຄື່ອນ ໄປຍັງພາກຕາເວັນອອກ ສຽງເໜືອ ຂອງສະຫະລັດ


ລົດແທັກຊີ້ ຕົກຄ້າງຢູ່ຖ້າມກາງນໍ້າຖ້ວມ ທີ່ນະຄອນນິວຢອກ ວັນທີ 28 ສິງຫາ 2011.
ລົດແທັກຊີ້ ຕົກຄ້າງຢູ່ຖ້າມກາງນໍ້າຖ້ວມ ທີ່ນະຄອນນິວຢອກ ວັນທີ 28 ສິງຫາ 2011.

ລົມພາຍຸ ​ເຮີຣີ​ເຄນ​ໄອຣີນ ສືບ​ຕໍ່​ກະ​ໜໍ່າລົງ​ໃນເຂດ​ເລາະ​ຝັ່ງ​ທະ​ເລພາກ​ຕາ​ເວັນອອກ​ຂອງ​ສະຫະລັດ ​ດ້ວຍ​ຝົນຕົກ​ໜັກ​ແລະ​ລົມ​ພົດ​ແຮງ ໃນ​ວັນ​ອາທິດ​ມື້​ນີ້ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຢ່າງ​ນ້ອຍ 8 ຄົນ​ ​ແລະ​ເຮັດ​ໃຫ້ການ​ຈັນ​ຈອນ​ໄປມາ​ທາງບົກ​ແລະທາງ​ອາກາດ​ເປັນ​ເປ້ຍ​ລ່ອຍ​ໄປ.

ສູນ​ກາງ​ລົມພາຍຸ ​ເຮີຣີ​ເຄນ ​ແຫ່ງ​ຊາດ ກ່າວ​ວ່າ​ ຂະນະ​ນີ້ ລົມພາຍຸ ​ໄອຣີນກໍາລັງ​ເຄື່ອນ​ເຂົ້າ​ສູ່​ນະຄອນ​ນີວຢອກ​ດ້ວຍ​ລົມ​ພັດ​ແຮງ​ເຖິງ 120 ຫລັກກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ພວກ​ທໍານາຍ​ອາກາດ​ກ່າວ​ຕື່ມ​ວ່າ ລົມພາຍຸ ​ໄອຣີນຈະ​ເຄື່ອນ​ໄປສູ່ພາກ​ໃຕ້​ຂອງ​ພວກ​ລັດ​ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ​ໃນ​ຕອນ​ບ່າຍ​ມື້​ນີ້ ກ່ອນ​ຈະ​ເຄື່ອນ​ໄປ​ຮອດປະ​ເທດ​ກາ​ນາ​ດາ ​ໃນ​ແລງ​ວັນ​ອາທິດ​ມື້​ນີ້.

ຜົນ​ກະທົບ​ຈາກລົມ​ພາຍຸລູກ​ນີ້​ໄດ້​ເຮັດ​ໃຫ້​ໂຮງ​ໄຟຟ້ານີວ​ເຄລຍ 2 ​ແຫ່ງຕ້ອງ​ຢຸດ​ແລ່ນ ຊຶ່ງ​ໂຮງ​ໄຟຟ້າ​ແຫ່ງ​ນຶ່ງ​ແມ່ນ​ຕັ້ງ​ຢູ່​ໃນ​ລັດ Maryland ​ແລະ​ອີກ​ແຫ່ງ​ນຶ່ງ​ຕັ້ງ​ຢູ່​ໃນ​ລັດ New jersey. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໂຮງໄຟຟ້າ​ເຫລົ່າ​ນີ້ປອດ​ໄພ ​ແລະ​ຍັງ​ບໍ່​ມີ​ຜູ້​ຄົນໃດ​ໄດ້​ຮັບ​ອັນຕະລາຍໃດໆ.

ລົມພາຍຸ Irene ​ໄດ້​ເລີ້ມ​ພັດ​ເຂົ້າ​ຝັ່ງ​ລັດ North Carolina ​ໃນເຊົ້າວັນ​ເສົາ​ວານ​ນີ້ ​ໂດຍ​ໄດ້​ເຮັດ​ໃຫ້​ນໍ້າ​ຖ້ວມ​ຖະໜົນ​ຫົນທາງ ​ແລະ​ເຮັດ​ໃຫ້​ຕົ້ນ​ໄມ້ຫັກລົງ​ດ້ວຍ​ລົມ​ແຮງ 140 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ຕໍ່​ມາ​ລົມ​ລູກ​ນີ້​ໄດ້​ເຄື່ອນ​ຂຶ້ນ​ມາສູ່ເຂດ​ອ້ອມ​ແອ້ມ​ນະຄອນຫລວງວໍ​ຊິງ​ຕັນ ທີ່​ຖືກລົມ​ແຮງ ​ແລະຝົນຕົກ​ໜັກພັດ​ກະ​ໜໍ່າ ເຮັດ​ໃຫ້ບາງ​ບ່ອນ​ຖືກ​ນໍ້າ​ຖ້ວມ​ແລະ​ຕົ້ນ​ໄມ້​ລົ້ມ​ລົງ.

ພວກ​ບ້ານ​ເຮືອນ​ແລະ​ຮ້ານ​ຄ້າ​ຮ້ານ​ຂາຍ​ປະມານ 2 ລ້ານ​ແຫ່ງ ​ບໍ່​ມີ​ໄຟຟ້າ​ໃຊ້​ໃນ​ພາກຕາ​ເວັນອອກ​ຂອງ​ສະຫະລັດ ​ແລະ​ຢ່າງ​ນ້ອຍ​ມີ​ປະຊາ ຊົນ​ເສຍ​ຊີວິດ​ໄປ​ແລ້ວ 8 ຄົນ. ຫລາຍ​ສິບ​ລ້ານ​ຄົນ​ແມ່ນ​ດໍາລົງ​ຊີວິດ​ຢູ່​ຕາມ​ເສ້ນທາງ​ຂອງພາຍຸລູກ​ນີ້ ຊຶ່ງ​ກໍາລັງ​ພັດ​ຜ່ານ​ຂົງ​ເຂດ​ທີ່ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ທີ່ສຸດເຂດ​ນຶ່ງຂອງ​ປະ​ເທດ. ນອກ​ນັ້ນ​ແລ້ວ ​ເຮີຣີ​ເຄນ​ໄອຣີນ ຍັງ​ກໍ່​ໃຫ້​ເກີດລົມພາຍຸຫົວກຸດ​ຫລື tornado ທີ່ໄດ້ທໍາລາຍບ້ານເຮືອນ​ຫລາຍ​ຫລັງ​ໃນ​ລັດ Delaware ​ແລະ Virginia. ​ເວລາ​ນີ້ ມີ​ການ​ຕັກ​ເຕືອນ​ປະຊາຊົນ​ກ່ຽວ​ກັບ​ລົມ tornado ​ໃນ​ລັດ​ນີວຢອກ​ແລະ​ໃນ​ເຂດ​ອື່ນໆ​ອີກ.

XS
SM
MD
LG