ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາຍຸເຮີຣິເຄນ ໄອດາ ອ່ອນກຳລັງລົງ ແຕ່ຍັງຄົງເປັນໄພອັນຕະລາຍຢູ່


ແມ່ຍິງຄົນນຶ່ງບັງໜ້າລາວຈາກລົມພັດແລະຝົນ ທີ່ເກີດມາຈາກພາຍຸເຮີຣິເຄນ ໄອດາ , ໃນວັນອາທິດ ທີ 29 ສິງຫາ 2021, ຢູ່ໃນນະຄອນນິວອໍລີນສ໌ ຂອງລັດຫລຸຍເຊຍນາ. (AP Photo/Eric Gay)
ແມ່ຍິງຄົນນຶ່ງບັງໜ້າລາວຈາກລົມພັດແລະຝົນ ທີ່ເກີດມາຈາກພາຍຸເຮີຣິເຄນ ໄອດາ , ໃນວັນອາທິດ ທີ 29 ສິງຫາ 2021, ຢູ່ໃນນະຄອນນິວອໍລີນສ໌ ຂອງລັດຫລຸຍເຊຍນາ. (AP Photo/Eric Gay)

ພາຍຸເຮີຣິເຄນໄອດາ ຊຶ່ງເປັນພາຍຸລະດັບ 4 ທີ່ເປັນອັນຕະລາຍຮ້າຍແຮງ ໄດ້ພັດຂຶ້ນຝັ່ງທີ່ລັດຫລຸຍເຊຍນາ ໃນເຂດອ່າວທະເລຂອງສະຫະລັດແລະໄດ້ອ່ອນກຳລັງລົງເປັນພາຍຸລະດັບ 2 ພາຍໃນຕອນແລງ ວັນອາທິດວານນີ້.

ເຖິງຢ່າງໃດກໍຕາມພາຍຸຫົວດັ່ງກ່າວຍັງຄົງມີກຳລັງແຮງຢູ່ ແລະສູນກາງພາຍຸເຮີຣິເຄນແຫ່ງຊາດ ໄດ້ກ່າວເມື່ອຕອນເດິກ ວັນອາທິດວານນີ້ ວ່າ ພາຍຸໄອດາ ໄດ້ເປັນສາເຫດເຮັດໃຫ້ເກີດ “ຄື້ນຟອງທີ່ເປັນໄພພິບັດ ລົມແຮງ ແລະນ້ຳຖ້ວມກະ ທັນຫັນ….ຢູ່ໃນພື້ນທີ່ບາງສ່ວນ ຂອງລັດຫລຸຍເຊຍນາ ທາງພາກຕາເວັນອອກ ສຽງໃຕ້ຂອງສະຫະລັດ.”

ພາຍຸໄອດາ ຍັງໄດ້ເຮັດໃຫ້ໄຟຟ້າມອດ ຢູ່ໃນພື້ນທີ່ຫຼາຍແຫ່ງຂອງລັດຫລຸຍເຊຍນາ ແລະມິສຊິສສິບປີ ແລະເຮັດໃຫ້ປະຊາຊົນ ຫຼາຍກວ່ານຶ່ງລ້ານຄົນ ຕົກຢູ່ໃນຄວາມມືດ ຮວມທັງນະຄອນນິວອໍລີນສ໌ ທັງໝົດອີກດ້ວຍ.

ມີລາຍງານການເສຍຊີວິດຜູ້ທຳອິດຈາກພາຍຸໄອດາ ຊຶ່ງເປັນຜົນມາຈາກຕົ້ນໄມ້ລົ້ມທັບນັ້ນ. ພາຍຸຫົວນີ້ ໄດ້ມີລົມພັດແຮງສຸດເຖິງ 165 ກິໂລແມັດຕໍ່ຊົ່ວໂມງໃນຕອນແລງວັນອາທິດວານນີ້.

ສູນກາງເຮີຣິເຄນໄດ້ກ່າວວ່າ ພົນລະເມືອງຄວນຄາດວ່າ ຈະມີຜົນຕົກໜັກຢູ່ຕາມແຄມຝັ່ງກ້ຳຕາເວັນອອກສຽງໃຕ້ຂອງລັດຫລຸຍເຊຍນາ ແລະແຜ່ຂະຫຍາຍອອກໄປທາງກ້ຳຕາເວັນອອກສຽງເໜືອເຂົ້າໄປຫາເຂດຕອນລຸ່ມຮ່ອມພູຂອງລັດມິສຊິສສິບປີ. ຝົນທີ່ຕົກລົງມາທັງໝົດອາດເປັນໄປໄດ້ວ່າ ຈະມີເຖິງ 25 ຫາ 45 ຊັງຕີແມັດ ຢູ່ໃນທົ່ວເຂດພາກຕາເວັນອອກສຽງໃຕ້ ຂອງລັດຫລຸຍເຊຍນາ ເຂົ້າໄປໄກຈົນເຖິງພາກໃຕ້ສຸດຂອງລັດມິສຊິສສິບປີໂດຍອາດຈະມີປະລິມານນ້ຳຝົນຕົກຫຼາຍ ທີ່ສຸດ ໃນແຫ່ງໃດແຫ່ງດຽວ ເຖິງ 61 ຊັງຕີແມັດ ກໍເປັນໄດ້.

ບັນດານັກພະຍາກອນອາກາດ ໄດ້ກ່າວວ່າ “ອັນນີ້ເປັນໄປໄດ້ສູງທີ່ຈະສົ່ງຜົນກໍ່ໃຫ້ເກີດໄພນ້ຳຖ້ວມກະທັນຫັນ ແລະນ້ຳຖ້ວມໃນເຂດຊົນນະບົດ ແລະຜົນກະທົບຈາກນ້ຳຖ້ວມໃນແມ່ນ້ຳນຳດ້ວຍ.”

ການເຕືອນໄພຈາກພາຍຸເຮີຣິເຄນ ມີຜົນບັງຄັບໃຊ້ ສຳລັບເມືອງມອຣແກັນຂອງລັດຫລຸຍເຊຍນາ ຈົນຮອດປາກຂອງແມ່ນ້ຳເພີຣ ທະເລສາບ ປອນຊາຣເທຣນ (Pontchartrain) ທະເລສາບ ໂມເຣປາສ (Maurepas) ແລະເຂດຕົວເມືອງຂອງນະຄອນນິວອໍລີນສ໌.

ເມື່ອ 16 ປີກ່ອນ ໃນວັນທີ 29 ສິງຫາ 2005 ພາຍຸເຮີຣິເຄນ ຄາທຣີນາ ຊຶ່ງມີຄວາມແຮງລະດັບ 3 ໄດ້ພັດຂຶ້ນຝັ່ງ ໃນລັດຫລຸຍເຊຍນາ. ພາຍຸຄາທຣີນາ ໄດ້ເຮັດໃຫ້ມີການເສຍຊີວິດ 1,800 ຄົນ, ຄູກັ້ນຖືກທຳລາຍ ແລະເກີດໄພນ້ຳຖ້ວມຮ້າຍແຮງໃນນະຄອນນິວອໍລີນສ໌. ລະບົບຄູກັ້ນຂອງລັດຖະບານກາງໃນເມືອງດັ່ງກ່າວ ໄດ້ຖືກປັບປຸງໃໝ່ຕັ້ງແຕ່ນັ້ນມາ ແລະຜູ້ປົກຄອງລັດຫລຸຍເຊຍນາ ທ່ານຈອນ ແບລ ແອດວອດສ໌ ໄດ້ຄາດຄະເນວ່າ ຄູກັ້ນທັງຫຼາຍຈະກັນນ້ຳໄດ້.

ທ່ານໄດ້ກ່າວວ່າ “ມັນຈະໄດ້ຖືກທົດສອບບໍ່? ແມ່ນແລ້ວ. ແຕ່ມັນໄດ້ຖືກສ້າງຂຶ້ນສຳລັບເຫດການນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG