ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລົມພາຍຸ ເຮີຣິເຄນ Ingrid ມຸ້ງໜ້າ ໄປຍັງ ແມັກຊິໂກ (ວີດີໂອ)


ຮູບດາວທຽມ ພາຍຸ Ingrid
ຮູບດາວທຽມ ພາຍຸ Ingrid
ບັນດາ​ເຈົ້າໜ້າ​ທີ່​ໃນ​ແມັກ​ຊິ​ໂກ​ ​ໄດ້​ຊ່ວຍ​ຍົກຍ້າຍ​ປະຊາຊົນຫຼາຍ ພັນ​ຄົນ​ໃນ ລັດ Veracruz ຢູ່​ຕາມ​ຝັ່ງ​ຂອງອ່າວແມັກ​ຊິ​ໂກ ລ່ວງ​ໜ້າ​ລົມພາຍຸ​ເຮີຣິ​ເຄນ Ingrid ທີ່​ຄາດ​ວ່າຈະ​ພັດ​ເຂົ້າຝັ່ງ​ ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

​ເມື່ອ​ຕອນ​ແລງ​ວັນ​ເສົາວານ​ນີ້ ພາຍຸ Ingrid ມີ​ຄວາມ​ແຮງ​ສູງ​ເຖິງ 140 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ທີ່ພວກ​ພະຍາກອນອາກາດ​ເວົ້າ​ວ່າພາ​ຍຸອາດ​ຈະ​ເພີ່ມ ​ຄວາມ​ແຮງຂຶ້ນ​ຕື່ມ​ ກ່ອນ​ຈະ​ພັດເຂົ້າຝັ່ງ​ນັ້ນ.
ພວກ​ນັກພະຍາກອນ​ອາກາດ​ສະຫະລັດ​ເວົ້າ​ວ່າ ພາຍຸ Ingrid ຊຶ່ງ​ເປັນ​ພາ ຍຸ​ເຮີຣິ​ເຄນ ຫົວ​ທີ​ສອງ​ຂອງ​ປີ 2013 ​ໃນຂະນະ​ນີ້​ກໍາລັງ​ເຮັດ​ໃຫ້​ເກີດ​ຝົນຕົກ​ໜັກຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.

ບັນດານັກ​ພະຍາກອນ​ອາກາດ​ເວົ້າ​ວ່າ ​ເບິ່ງ​ຄື​ວ່າ​ພາ​ຍຸ​ດັ່ງກ່າວ​ ຈະ​ເຮັດ​ໃຫ້ ​ເກີດ​ຝົນຕົກ​ໜັກ​ໃນ​ລະດັບ​ໂດຍ​ສະເລ່ຍ 25 ຫາ 40 ​ຊັງ​ຕິ​ແມັດ ​ໃນເຂດ ສ່ວນ​ໃຫຍ່​ຂອງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ແມັກ​ຊິ​ໂກ ພ້ອມ​ກັບ​ເຂດ​ພູດອຍຫຼາຍ​ແຫ່ງ​ອາດ​ມີ​ຝົນຕົກ​ໜັກ ໃນລະດັບສູງ​ເຖິງ 65 ​ຊັງ​ຕີ​ແມັດ ​ເວລາ​ພາຍຸ​ດັ່ງກ່າວພັດ​ຜ່ານ​ຂົງ​ເຂດ​ນັ້ນ.

ການເຕືອນ​ໄພ​ພາຍຸ​ເຮີຣິ​ເຄນ ​ທີ່​ເລີ່ມມີ​ຜົນ​ບັງຄັບ​ໃຊ້​ແລ້ວນັ້ນ ​ຢູ່​ຕາມ​ບໍລິ​ເວນ​ແຄມອ່າວ ແມັກ​ຊິ​ໂກ ນັບ​ແຕ່​ເມືອງ Cabo Rojo ​ໄປ​ຈົນ​ເຖິງ​ເມືອງ La Pesca.

​ໃ​ນຂະນະ​ນີ້ ຕາມ​ເຂດແຄມຝັ່ງ​ມະຫາ​ສະມຸດແປ​ຊິ​ຟິກຂອງ​ແມັກ​ຊິ​ໂກ​ນັ້ນ ສູນ​ກາງພາ​ຍຸແຫ່ງ​ຊາດສະຫະລັດ ​ເວົ້າ​ວ່າ ຝົນ​ທີ່​ເກີດ​ຈາກ​ພາຍຸ​ເຂດ​ຮ້ອນ Manuel ອາດ​ຈະ​ເຮັດ​ໃຫ້​ເກີດ​ຝົນຕົກ​ໜັກ ຈົນ​ເກີດ​ນໍ້າ​ຖ້ວມສຸ​ ຢູ່ໃນ​ຫຼາຍໆ ​ເຂດ​ຂອງ​ລັດ Oaxaca ​ແລະ ລັດ Guerrero.

ເບິ່ງວີດີໂອ:

Hurricane
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG