ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີຣີເຄນຮາວີ ອ່ອນກຳລັງລົງໜ້ອຍນຶ່ງ ຫລັງຈາກຜັດເຂົ້າຫາ ຊາຍຝັ່ງທະເລ ລັດເທັກຊັສ


ທ້າວ Stewart Adams ຂອງ San Marcos ລັດ Texas, ຢືນຢູ່ທ່າມກາງລົມທີ່ຜັດເກີດຈາກ ເຮີຣິເຄນຮາວີ ຢູ່ເມືອງ Corpus Christi ລັດ Texas ທີ 25 ສິງຫາ, 2017.
ທ້າວ Stewart Adams ຂອງ San Marcos ລັດ Texas, ຢືນຢູ່ທ່າມກາງລົມທີ່ຜັດເກີດຈາກ ເຮີຣິເຄນຮາວີ ຢູ່ເມືອງ Corpus Christi ລັດ Texas ທີ 25 ສິງຫາ, 2017.

ພາຍຸເຮຣິເຄນຮາວີ ທີ່​ພັດ​ເຂົ້າເຖິງ​ໜ້າດິນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ລັດ Texas
​ໃນ​ຕອນ​ເຊົ້າໆຂອງ​ວັນ​ເສົາ​ມື້​ນີ້ ໄດ້ຖະຫລົ່​ມເຂດແຄມຝັ່ງທະເລຂອງອ່າວ​ຂອງ​ລັດ​ດ້ວຍ​
ລົມ​ແຮງ ​ແລະຝົນຕົກ​ໜັກ​ຢູ່​ຕາມຊາຍ​ຝັ່ງທະເລທີ່ຍາວຫລາຍ​ຮ້ອຍ​ໄມ​ລ ຢູ່​ເມືອງ​ນ້ອຍ Rockport ​ໃກ້​ກັບ​ເມືອງ Corpus Christi ຂອງລັດນັ້ນ.

ພາຍຸ Harvey ເປັນເຮີຣິເຄນທີ່ຮ້າຍແຮງທີ່ສຸດທີ່ໄດ້ຖະຫລົ່ມສະຫະລັດ ໃນນຶ່ງທົດສະວັດ ທີ່ຜ່ານມາດ້ວຍລົມແຮງເຖິງ 290 ກິໂລແມັດຕໍ່ຊົ່ວໂມງ ໃນເວລາທີ່ມັນຜັດເຂົ້າສູ່ໜ້າດິນ.

ພາຍຸດັ່ງກ່າວໄດ້ຄ່ອຍໆອ່ອນກຳລັງລົງ ແຕ່ເຖິງຢ່າງໃດຕາມ ໃນຕອນເຊົ້າໆຂອງວັນເສົາ
ມື້ນີ້ ສູນກາງພາຍຸເຮຣິເຄນແຫ່ງຊາດສະຫະລັດກ່າວວ່າ ເຮີຣິເຄນຮາວີມີປີກທີ່ມີຄວາມ
ແຮງ 185 ກິໂລແມັດຕໍ່ຊົ່ວໂມງ ຍັງສືບຕໍ່ຮັກສາຄວາມແຮງໄວ້ຢູ່.

ໃນຂະນະທີ່ພາຍຸເຮີຣິເຄນ Harvey ມາເຖິງ ຊາວເມືອງຂອງລັດ Texas ຫລາຍສິບພັນ
ຄົນໄດ້ພາກັນຫລົບໜີເຂົ້າໄປຢູ່ທາງໃນໆ ຂອງແຜ່ນດິນ ເພື່ອຫລີກລ່ຽງພາຍຸທີ່ເປັນໄພ ຂົ່ມຂູ່ນັ້ນ.

ລົດບັນທຸກຄັນນຶ່ງຕິດຄ້າງ ຢູ່ບ່ອນນໍ້າຖ້ວມຢູ່ແຄມຝັ່ງເມືອງ Corpus Christi ລັດ Texas.
ລົດບັນທຸກຄັນນຶ່ງຕິດຄ້າງ ຢູ່ບ່ອນນໍ້າຖ້ວມຢູ່ແຄມຝັ່ງເມືອງ Corpus Christi ລັດ Texas.

ຍັງບໍ່ມີລາຍງານການເສຍຊີວິດ ແລະໄດ້ຮັບບາດເຈັບທີ່ຖືກຢືນຢັນໃນທັນທີທັນໃດເທື່ອ
ແຕ່ພວກເຈົ້າໜ້າທີ່ໄດ້ໃຫ້ຂໍ້ສັງເກດວ່າ ພວກກູ້ໄພບໍ່ສາມາດໜີອອກຈາກຫລາຍບ່ອນ
ເນື່ອງຈາກມີລົມຜັດແຮງ.

ໃນຂະນະທີ່ລົມພາຍຸເຮີຣິເຄນຮາວີໄດ້ເລີ້ມຜັດເຂົ້າຫາແຄມຝັ່ງທະເລຂອງລັດ Texas
ໃນ ຕອນແລງວັນສຸກວານນີ້ ປະທານາທິບໍດີທຣຳກ່່າວວ່າ ທ່ານໄດ້ເຊັນ ອະນຸມັດໃຫ້
ປະກາດ ວ່າລັດ Texas ປະສົບກັບໄພຫາຍຍະນະຂອງລັດຖະບານ.

ສູນກາງພາຍຸ Hurricane ແຫ່ງຊາດເອີ້ນພາຍຸເຮີຣິເຄນຮາວີວ່າ “ເປັນລົມພາຍຸທີ່ມີໄພ ຂົ່ມຂູ່ຕໍ່ຊີວິດ.”

ຜູ້ຕິດຕາມຫາພາຍຸ ຖ່າຍຮູບຕົນເອງດ້ວຍ ໂທລະສັບມືຖື ໃນຂະນະທີ່ພາຍຸ ເຮຣິເຄນ Harvey ຜັດເຂົ້າມາເຖິງ ທີເມືອງ Corpus Christi ລັດ Texas.
ຜູ້ຕິດຕາມຫາພາຍຸ ຖ່າຍຮູບຕົນເອງດ້ວຍ ໂທລະສັບມືຖື ໃນຂະນະທີ່ພາຍຸ ເຮຣິເຄນ Harvey ຜັດເຂົ້າມາເຖິງ ທີເມືອງ Corpus Christi ລັດ Texas.

ຜູ້ປົກຄອງລັດ Texas ທ່ານ Greg Abbott ກ່າວວ່າ ພາຍຸເຮີຣິເຄນ “ຈະສ້າງໄພຫາຍ
ຍະນະທີ່ຮ້າຍແຮງ” ແລະໄດ້ເຕືອນບັນດາຊາວບ້ານທຸກໆຄົນ ຈົ່ງພາກັນກະກຽມປ້ອງ
ກັນໄພນໍ້າຖ້ວມ ທີ່ເປັນຄັ້ງປະຫວັດສາດ.

ໄດ້ມີການຄາດກັນວ່າ ພາຍຸດັ່ງກ່າວພັດຜ່ານເຂດຊາຍຝັ່ງທະເລຂອງລັດ Texas ໃນ ຄວາມກວ້າງ 600 ກິໄລແມັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

Hurricane Harvey
please wait
Embed

No media source currently available

0:00 0:01:52 0:00

l

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG