ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດແຄມທະເລຂອງລັດ ເທັກຊັສ ທີ່ຖືກໂຄວິດ-19 ກະທົບໜັກຢູ່ແລ້ວ ຍັງຖືກເຮີຣິເຄນຮານນາປະທະໃສ່ອີກ


ທ້າວ ເຈັມສ໌ ໂຣວສ໌ ກວດກາເບິ່ງຄວາມເສຍຫາຍ ພາຍຫລັງທີ່ບ່ອນຈອດເຮືອທີ່ເຮືອລາວຢູ່ນັ້ນຖືກທໍາລາຍຍ້ອນເຮຣິເຄນ Hanna ຜັດເຂົ້າມາຫາເຂດແຜ່ນດິນໃຫຍ່ໃນວັນທີ 25 ກໍລະກົດ, 2020, ຢູ່ເມືອງ Corpus Christi, ລັດເທັກຊັສ (ພາບຖ່າຍໂດຍ AP Photo/Eric Gay)
ທ້າວ ເຈັມສ໌ ໂຣວສ໌ ກວດກາເບິ່ງຄວາມເສຍຫາຍ ພາຍຫລັງທີ່ບ່ອນຈອດເຮືອທີ່ເຮືອລາວຢູ່ນັ້ນຖືກທໍາລາຍຍ້ອນເຮຣິເຄນ Hanna ຜັດເຂົ້າມາຫາເຂດແຜ່ນດິນໃຫຍ່ໃນວັນທີ 25 ກໍລະກົດ, 2020, ຢູ່ເມືອງ Corpus Christi, ລັດເທັກຊັສ (ພາບຖ່າຍໂດຍ AP Photo/Eric Gay)

ໃນຂະນະທີ່ມັນພັດຜ່ານເກາະອົວຮູ (Oahu), ຄາວາຍ (Kauai) ແລະ ນີຮາວ (Niihau) ຢູ່ໃນລັດຮາວາຍຂອງສະຫະລັດ, ໃນຂະນະທີ່ປີດປາຍຂອງສິ່ງ ທີ່ເຮີຣິເຄນ ແຮນນາ ໄດ້ເອົານໍ້າຝົນມາຖອກໃສ່ທາງພາກເໜືອຂອງ ເມັກຊິໂກ ແລະພາກໃຕ້ຂອງລັດ ເທັກຊັສ ກໍຍັງມີຢູ່ນັ້ນ.

ສູນກາງເຮີຣິເຄນແຫ່ງຊາດເວົ້າວ່າ ຫລາຍພາກສ່ວນຂອງລັດຮາວາຍ ຊຶ່ງລວມມີເກາະ ອົວຮູ (Oahu) ຊຶ່ງເປັນທີ່ຕັ້ງຂອງເມືອງຫລວງໂຮໂນລູລູຂອງລັດດັ່ງກ່າວ ຄວນຄາດການໄວ້ວ່າ ຈະມີຝົນຕົກໃນລະດັບຄວາມແຮງ 15 ຊັງຕີແມັດໃນກາງ ຄືນວັນອາທິດຕໍ່ໃສ່ວັນຈັນມື້ນີ້, ຊຶ່ງຈະນໍາເອົາໄພຂົ່ມຂູ່ຂອງນໍ້າຖ້ວມແບບກະທັນ ຫັນ ແລະດິນເຈື່ອນມາ.

ເຮີຣິເຄນດັກກລາສ ມີລົມທີ່ມີຄວາມແຮງສະໝໍ່າສະເໝີປະມານ 140 ກິໂລແມັດ ຕໍ່ຊົ່ວໂມງໃນຕອນເຊົ້າໆ ຂອງວັນຈັນມື້ນີ້.

ຄວາມກົດອາກາດຕໍ່າຂອງພາຍຸລະດູຮ້ອນຂອງເຮີຣິເຄນຮານນາ ຄາດວ່າຈະ ອ່ອນຕົວລົງພຽງພໍທີ່ຈະເຮັດໃຫ້ມັນສູນເສຍລັກສະນະພາຍຸລະດູຮ້ອນໄປໃນ ວັນຈັນມື້ນີ້ ແຕ່ວ່າ ກໍຍັງສືບຕໍ່ເປັນໄພຂົ່ມຂູ່ໃນລັກສະນະທີ່ມີຝົນຕົກໜັກ ແລະມີ ຄວາມເປັນໄປໄດ້ສູງທີ່ຈະເກີດນໍ້າຖ້ວມ.

ພວກພະຍາກອນອາກາດເວົ້າວ່າໄພຂົ່ມຂູ່ສູງທີ່ສຸດ ແມ່ນມີຢູ່ໃນບັນດາລັດ ໂຄຮີລາ (Coahuila), ເນີໂວ ເລອອນ (Nuevo Leon), ແລະ ທາມເມົາລີພັສ (Tamaulipas) ຂອງເມັກຊິໂກ ບ່ອນທີ່ຝົນຕົກຕະຫລອດມາຮອດວັນຈັນມື້ນີ້ ສາມາດມີຄວາມແຮງສູງຂຶ້ນຮອດ 15 ຫາ 30 ຊັງຕີແມັດ.

ໂດຍເປັນເຮີຣິເຄນທີ່ມີຄວາມແຮງປະເພດ 1 ເຮີຣິເຄນຮານນາໄດ້ປະທະໃສ່ຊາຍຝັ່ງຂອງອ່າວຢູ່ລັດເທັກຊັສໃນວັນເສົາຜ່ານມາ ດ້ວຍຝົນຕົກໜັກ ແລະລົມທີ່ແຮງທີ່ສຸດ ຊຶ່ງເປັນສິ່ງທ້າທາຍຕໍ່ລັດທີ່ໄດ້ຮັບຄວາມລໍາບາກຍ້ອນການລະບາດ ຂອງໄວຣັສໂຄໂຣນາຢູ່ແລ້ວນັ້ນ.

ພວກເຈົ້າໜ້າທີ່ໄດ້ຍົກຍ້າຍພວກຄົນປ່ວຍເປັນພະຍາດໂຄວິດ-19 ຈໍານວນນຶ່ງ ຢູ່ໃນເຂດແຜ່ນດິນໄປຢູ່ໂຮງໝໍແຫ່ງອື່ນ ເພື່ອໃຫ້ມີບ່ອນຫວ່າງໄວ້ສໍາລັບກໍລະນີສຸກເສີນ ທີ່ກ່ຽວຂ້ອງກັບພະຍຸນີ້.

ເຮີຣິເຄນຮານນາ ໄດ້ເຮັດໃຫ້ໄຟຟ້າຂອງຫລາຍພາກໃນເຂດໃຕ້ຂອງລັດເທັກຊັສ ຊຶ່ງໄດ້ທໍາລາຍເຮືອ, ນໍ້າຖ້ວມຖະໜົ້ນຫົນທາງໃນລັດເທັກຊັສ ຫລືເມັກຊິໂກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG