ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ ຟລໍເຣັນສ໌ ຫຼຸດຄວາມແຮງລົງ ແຕ່ຍັງ ເປັນອັນຕະລາຍຢູ່


ຟອງຈາກເຮີຣິເຄນຟລໍເຣັນສ໌ ທີ່ເກາະອີເມີຣາລ ໃນລັດ ຄາໂຣໄລນາເໜືອ (ວັນທີ 13 ກັນຍາ 2018)
ຟອງຈາກເຮີຣິເຄນຟລໍເຣັນສ໌ ທີ່ເກາະອີເມີຣາລ ໃນລັດ ຄາໂຣໄລນາເໜືອ (ວັນທີ 13 ກັນຍາ 2018)

ເຮີຣິເຄນຟລໍເຣັນສ໌ ໄດ້ມາເຖິງແຄມຝັ່ງທະເລ ຂອງລັດຄາໂຣໄລນາເໜືອແລ້ວ.

ອົງການຄຸ້ມຄອງມະຫາສະໝຸດແລະບັນຍາກາດ ຂອງສະຫະລັດ ທີ່ເອີ້ນຫຍໍ້ວ່າເປັນ
ພາສາອັງກິດວ່າ NOAA ນັ້ນ ກ່າວໃນຕອນເຊົ້າ ວັນສຸກມື້ນີ້ວ່າ ພາຍຸຫົວນີ້ ຍັງມີລົມ
ແຮງຢູ່ 109 ກິໂລແມັດຕໍ່ຊົ່ວໂມງ.

ເຮີຣິເຄນຟລໍເຣັນສ໌ ໄດ້ຫລຸດລະດັບລົງມາ ເປັນລົມພາຍຸປະເພດທີນຶ່ງ ແຕ່ພວກນັກ
ພະຍາກອນອາກາດ ເວົ້າວ່າ ມັນຍັງມີຄວາມສາມາດ ທີ່ຈະສ້າງຄວາມເສຍຫາຍໄດ້
ຢ່າງໃຫຍ່ຫຼວງ.

ທ່ານຣອຍ ຄູເປີ້ ຜູ້ປົກຄອງລັດ ຄາໂຣໄລນາເໜືອ ກ່າວວ່າ “ພາຍຸຫົວນີ້ຈະນຳເອົາ
ຄວາມເສຍຫາຍຮ້າຍແຮງມາສູ່ລັດຂອງທ່ານ ຜົນກະທົບທີ່ເປັນໄພພິບັດຈະເປັນທີ່
ຮູ້ສຶກກັນ.”

ວົງແຫວນຊັ້ນນອກ ຂອງເຮີຣິເຄນຟລໍເຣັນສ໌ ເລີ້ມພັດເຂົ້າຖະຫຼົ່ມ ແຄມຝັ່ງທະເລ
ຂອງລັດຄາໂຣໄລນາເໜືອ ແລະລັດຄາໂຣໄລນາໃຕ້ ໃນວັນພະຫັດວານນີ້ ດ້ວຍ
ລົມແຮງ ແລະຝົນຕົກໜັກ.

ສູນກາງເຮີຣິເຄນແຫ່ງຊາດ ຂອງສະຫະລັດ ກ່າວໃນຕອນແລງ ວັນພະຫັດວານນີ້ວ່າ ເຮີຣິເຄນຟລໍເຣັນສ໌ໄດ້ນຳເອົາຄື້ນຟອງທີ່ເປັນໄພອັນຕະລາຍຕໍ່ຊີວິດແລະລົມແຮງມາ
ສູ່ເຂດແຄມຝັ່ງທະເລຂອງລັດຄາໂຣໄລນາເໜືອ.

ສູນກາງດັ່ງກ່າວຍັງເວົ້າວ່າ ໄພອັນຕະລາຍທີ່ແມ່ນ້ຳສາຍຕ່າງໆຈະລົ້ນຝັ່ງຂຶ້ນຖ້ວມນັ້ນ ຈະມີເພີ້ມຂຶ້ນໃນໄລຍະຫຼາຍໆວັນຂ້າງໜ້ານີ້.

ຍ້ອນການເຄື່ອນຕົວແບບຊ້າໆຂອງລົມພາຍຸ ບໍ່ແມ່ນຍ້ອນຄວາມແຮງຂອງມັນທີ່ພວກ
ນັກພະຍາກອນອາກາດ ແລະພວກນັກຊ່ຽວຊານມີຄວາມເປັນຫ່ວງ.

ເຮີຣິເຄນຟລໍເຣັນສ໌ໄດ້ພັດຂຶ້ນຝັ່ງແລະບໍລິເວນທີ່ເລິກເຂົ້າໄປ ດ້ວຍຄວາມໄວ 9 ກິໂລ
ແມັດຕໍ່ຊົ່ວໂມງ ຊຶ່ງຈະອຳນວຍໃຫ້ລົມພາຍຸຫົວນີ້ມີເວລາໃນການປັ່ນ ດູດເອົານໍ້າ ພັດ
ທຳລາຍແຄມຝັ່ງຊ້ຳແລ້ວຊ້ຳອີກ ແລະພາໃຫ້ເກີດຝົນຕົກໜັກໃນເຂດທີ່ຢູ່ເລິກເຂົ້າໄປ.

ພວກນັກພະຍາກອນອາກາດທຳນາຍວ່າ ຈະມີີຝົນຕົກຫຼາຍເຖິງ 101 ຊັງຕີແມັດຢູ່ໃນ
ບາງເຂດຂອງລັດຄາໂຣໄລນາເໜືອ ແລະຄື້ນຟອງໃນບາງແຫ່ງຈະສູງເຖິງ 4 ແມັດຊຶ່ງ
ຈະສູງກວ່າເຮືອນຈຳນວນຫຼາຍໆຫລັງ.

ແມ່ຍິງ 2 ຄົນ ທີ່ບໍ່ຍອມຍົກຍ້າຍ ອອກໄປຂ້າງນອກ ສຳພັດກັບລົມພາຍຸ ໃນເຂດໃຈກາງເມືອງ ວິລມິງຕັນ ລັດຄາໂລໄລນາເໜືອ.
ແມ່ຍິງ 2 ຄົນ ທີ່ບໍ່ຍອມຍົກຍ້າຍ ອອກໄປຂ້າງນອກ ສຳພັດກັບລົມພາຍຸ ໃນເຂດໃຈກາງເມືອງ ວິລມິງຕັນ ລັດຄາໂລໄລນາເໜືອ.

​ສູນກາງເຮີຣິເຄນແຫ່ງຊາດກ່າວວ່າ ຝົນຕົກໜັກ ຈະພາໃຫ້ເກີດໄພພິບັດຈາກນ້ຳຖ້ວມຊຸ ແລະແກ່ຍາວໄພນ້ຳຖ້ວມທີ່ເກີດຈາກແມ່ນ້ຳຕ່າງໆລົ້ນຝັ່ງ.

ລົມພາຍຸທໍເນໂດ ກໍມີຄວາມເປັນໄປໄດ້ ທີ່ອາດຈະເກີດຂຶ້ນ.

ທຳນຽບຫ້າແຈ ໄດ້ສົ່ງກຳປັ່ນ 2 ລຳ ແລະທະຫານມາຣີນຈຸນຶ່ງ ໄປຍັງເຂດດັ່ງກ່າວເພື່ອ
ສະໜອງການຊ່ວຍເຫຼືອຖ້າຫາກມີຄວາມຈຳເປັນ. ນອກນັ້ນແລ້ວຍັງໄດ້ສັ່ງໃຫ້ຍົກຍ້າຍ ສ່ວນໃຫຍ່ ຂອງກຳປັ່ນລົບ ເຮືອດຳນ້ ແລະເຮືອບິນອອກຈາກຖານທັບແຮມຕັນໂຣດສ໌
ໃນລັດເວຈີເນຍ ໄປຍັງຖານທັບແຫ່ງອື່ນໆເພື່ອຄວາມປອດໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Officials Urge Evacuation Before Unpredictable Hurricane
please wait

No media source currently available

0:00 0:02:08 0:00
XS
SM
MD
LG