ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮຣິເຄນ ຟລໍເຣັນສ໌ ເຄື່ອນເຂົ້າມາໃກ້ ແຄມຝັ່ງ ທະເລ ທາງພາກຕາເວັນອອກ ຂອງ ສຫລ


ປະຊາຊົນຢູ່ໃນເມືອງຫາດຊາຍເວີຈີເນຍ ຂອງລັດເວີຈີເນຍ ພາກັນຮ່າຍຂີ້ຊາຍໃສ່ຖົງ ເພື່ອເອົາໄປກັ້ນນໍ້າເຂົ້າເຮືອນ ໃນຂະນະທີ່ ພາຍຸເຮຣິເຄນຟລໍເຣັນສ໌ ເຄື່ອນເຂົ້າມາໃກ້ ແຄມຝັ່ງທະເລ ທາງພາກຕາເວັນອອກ ຂອງປະເທດ ໃນວັນທີ 12 ກັນຍາ, 2018
ປະຊາຊົນຢູ່ໃນເມືອງຫາດຊາຍເວີຈີເນຍ ຂອງລັດເວີຈີເນຍ ພາກັນຮ່າຍຂີ້ຊາຍໃສ່ຖົງ ເພື່ອເອົາໄປກັ້ນນໍ້າເຂົ້າເຮືອນ ໃນຂະນະທີ່ ພາຍຸເຮຣິເຄນຟລໍເຣັນສ໌ ເຄື່ອນເຂົ້າມາໃກ້ ແຄມຝັ່ງທະເລ ທາງພາກຕາເວັນອອກ ຂອງປະເທດ ໃນວັນທີ 12 ກັນຍາ, 2018

ເຮຣິເຄນຟລໍເຣັນສ໌ ອ່ອນກໍາລັງແຮງລົງ ໃນຂະນະທີ່ລົມພາຍຸດັ່ງກ່າວ ກຽມເຂົ້າ
ຖະຫລົ່ມເຂດແຄມຝັ່ງທະເລທາງຕາເວັນອອກຂອງສະຫະລັດ ແຕ່ວ່າ ພວກນັກ
ພະຍາກອນອາກາດກໍຍັງເຕືອນວ່າ ຂະໜາດໂດຍລວມຂອງພາຍຸດັ່ງກ່າວ ແລະ
ຄວາມສາມາດຂອງມັນ ຈະພາໃຫ້ມີຄື້ນຟອງສູງພຸ້ງເຂົ້າມາຫາຝັ່ງທະເລໃນຂະນະ
ທີ່ລົມພາຍຸຫົວນີ້ ຈະເຮັດໃຫ້ຝົນໃນປະລິມານສູງຕົກລົງມາ ໃສ່ເຂດດັ່ງກ່າວ ຊຶ່ງຈະ
ເປັນໄພຂົ່ມຂູ່ຕໍ່ຊີວິດຂອງພວກທີ່ອາໄສຢູ່ໃນບ່ອນທີ່ມັນພັດຜ່ານໄປນັ້ນ.

ປະຊາຊົນຢູ່ໃນລັດຄາໂຣໄລນາເໜືອ ແລະຄາໂຣໄລນາໃຕ້ ມີເວລາບໍ່ພໍເທົ່າໃດຊົ່ວ
ໂມງ ໃນຕອນກາງເວັນ ຂອງວັນພະຫັດມື້ນີ້ ເພື່ອເຮັດໃຫ້ການກະກຽມທີ່ຈະ ຍົກຍ້າຍ
ອອກຈາກບ້ານເຮືອນ ຫລືໄປຫາບ່ອນຫລົບພາຍຸນັ້ນ ສໍາເລັດລົງ.

ສູນກາງພາຍຸເຮຣິເຄນແຫ່ງຊາດຄາດວ່າ ລົມທີ່ມີພະລັງຂອງພາຍຸເຮຣິເຄນຈະເຂົ້າ
ມາເຖິງແຄມເຂດຝັ່ງທະເລຢູ່ໃກ້ຊາຍແດນຂອງທັງສອງລັດດັ່ງກ່າວໃນຕອນບ່າຍໆ
ຂອງວັນພະຫັດມື້ນີ້ ຫລືຕອນເຊົ້າຂອງວັນສຸກມື້ອື່ນ. ຕາມການຕິດຕາມດ້ານພະຍາ
ກອນອາກາດແລ້ວ ແມ່ນເຫັນວ່າ ພາຍຸດັ່ງກ່າວຈະຢຸດຢູ່ເຂດຊາຍຝັ່ງທະເລໝົດມື້
ວັນສຸກ ມື້ອື່ນ ແລະເລີຍໄປເຖິງວັນເສົາ ມື້ຮືນີ້.

Trump: 'We Are Totally Prepared, We Are Ready' for Hurricane Florence
please wait

No media source currently available

0:00 0:02:29 0:00

ການເຄື່ອນຕົວແບບຊ້າໆ ຈະເຮັດໃຫ້ພາຍຸເຮຣິເຄນຟລໍເຣັນສ໌ ມີເວລາທີ່ຈະປະທະ
ໃສ່ທັງສອງລັດຄາໂຣໄລນາ ໂດຍຈະມີຝົນໜັກເປັນງວດໆຢູ່ໃນເຂດດັ່ງກ່າວ ຊຶ່ງຈະ
ພາໃຫ້ມີ “ນໍ້າຖ້ວມຢ່າງກະທັນຫັນທີ່ເປັນໄພຫາຍະນະ ແລະເຮັດໃຫ້ມີນໍ້າລົ້ນຫລັ່ງ
ອອກຈາກແມ່ນໍ້າຕ່າງໆ ຂຶ້ນມາຖ້ວມຢ່າງໜັກໜ່ວງ.”

ກ່ອນພາຍຸຫົວນີ້ ຈະຍ້າຍອອກຈາກຂົງເຂດດັ່ງກ່າວໄປ ພວກນັກພະຍາກອນອາກາດ
ຄາດວ່າ ມັນກໍໄດ້ນໍາເອົານໍ້າຝົນໃນປະລິມານລະຫວ່າງ 50 ຫາ 75 ຊັງຕີແມັດມາເທໃສ່
ເຂດແຄມຝັ່ງທະເລແລ້ວ. ສ່ວນຢູ່ໃນເຂດທີ່ເລິກເຂົ້າໄປໄກຝັ່ງທະ ເລນັ້ນ ປະລິມານລວມ
ຂອງນໍ້າຝົນສາມາດສູງເຖິງ 25 ຊັງຕີແມັດຢູ່ໃນທັງສອງລັດຄາໂຣໄລນາ ແລະ 15 ຊັງ
ຕີແມັດ ຢູ່ໃນບັນດາລັດອ້ອມຂ້າງ.

ໄພຂົ່ມຂູ່ອັນອື່ນສໍາລັບພວກທີ່ອາໄສຢູ່ຕາມແຄມຝັ່ງທະເລ ກໍຄືຄື້ນຟອງສູງ ຊຶ່ງເອີ້ນກັນ
ວ່າ storm surge ຈາກພາຍຸເຮຣິເຄນ ທີ່ຈະຖືກພັກດັນໃຫ້ໄຫຼເຂົ້າໄປຖ້ວມບໍລິເວນ
ແຄມຝັ່ງ. ສະພາບການດັ່ງກ່າວ ອາດເຮັດໃຫ້ເຂດທີ່ຕາມປົກກະຕິແລ້ວແຫ້ງແລ້ງນັ້ນ
ຖືກນໍ້າຖ້ວມສູງເຖິງ 4 ແມັດ.

ປະຊາຊົນພາກັນຂັບລົດອອກຈາກເຂດແຄມຝັ່ງທະເລໃນເມືອງ Wrightsville ລັດຄາໂຣໄລນາເໜືອ ເພື່ອໄປຫລົບພາຍຸ ໃນວັນທີ 11 ກັນຍາ 2018.
ປະຊາຊົນພາກັນຂັບລົດອອກຈາກເຂດແຄມຝັ່ງທະເລໃນເມືອງ Wrightsville ລັດຄາໂຣໄລນາເໜືອ ເພື່ອໄປຫລົບພາຍຸ ໃນວັນທີ 11 ກັນຍາ 2018.

ສູນກາງພາຍຸເຮຣິເຄນແຫ່ງຊາດເວົ້າວ່າ ພາຍຸເຮຣິເຄນຟລໍເຣັນສ໌ ມີລົມແຮງຢູ່ປະມານ
175 ກິໂລແມັດຕໍ່ຊົ່ງໂມງ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ແລະເວົ້າອີກວ່າ ມັນຈະຮັກສາ
ລະດັບຄວາມແຮງປະມານນັ້ນໄວ້ ຈົນກວ່າວ່າຈຸດສູນກາງ ຂອງຫົວພາຍຸຈະພັດຂຶ້ນຝັ່ງ.

ແຕ່ວ່າ ຍ້ອນກໍາລັງແຮງຂອງລົມພາຍຸເຮຣິເຄນ ຂະຫຍາຍອອກໄປ 130 ກິໂລ ແມັດຈາກ
ໃຈກາງຂອງມັນ ປະຊາຊົນທີ່ອາໄສ ເລິກເຂົ້າໄປຈາກເຂດແຄມຝັ່ງກໍ ຈະປະເຊີນກັບ
ສະພາບທີ່ຮ້າຍແຮງຂຶ້ນໄປເລື້ອຍໆ ກ່ອນຈຸດສູນກາງ ຂອງພາຍຸ ເຄື່ອນເຂົ້າມາເຖິງເຂດ
ແຄມຝັ່ງທະເລ.

ມີປະຊາຊົນປະມານ 10 ລ້ານຄົນທີ່ອາໄສຢູ່ໃນເຂດທີ່ຖືກພາຍຸເຮຣິເຄນພັດເຂົ້າຖະຫຼົ່ມ
ຫລືບໍ່ກໍແມ່ນມີການເຕືອນໄພຂອງພາຍຸລະດູຮ້ອນ ແລະໃຫ້ເຝົ້າລະວັງ ໃນວັນພະຫັດມື້ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG