ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພາຍຸຟລໍເຣັນສ໌ ຈະເພີ້ມຄວາມແຮງຂຶ້ນ ກາຍເປັນພາຍຸເຮີຣິເຄນທີ່ໃຫຍ່ ຖະຫລົ່ມ ພາກຕາເວັນອອກ ຂອງ ສຫລ


ພາບຖ່າຍທາງດາວທຽມສະແດງໃຫ້ເຫັນພາບພາຍຸລະດູຮ້ອນ
ຟລໍເຣັນສ໌ ຢູ່ກາງມະຫາສະໝຸດແອັດລັງຕິກ ໃນຕອນບ່າຍໆ ຂອງວັນທີ 8 ກັນຍາ 2018.
ພາບຖ່າຍທາງດາວທຽມສະແດງໃຫ້ເຫັນພາບພາຍຸລະດູຮ້ອນ ຟລໍເຣັນສ໌ ຢູ່ກາງມະຫາສະໝຸດແອັດລັງຕິກ ໃນຕອນບ່າຍໆ ຂອງວັນທີ 8 ກັນຍາ 2018.

ພວກພະຍາກອນອາກາດເວົ້າວ່າ ພາຍຸເຮີຣິເຄນຟລໍເຣັນສ໌ ໄດ້ມີຄວາມແຮງຂຶ້ນຢ່າງ
ໄວວາ ໃນຂະນະທີ່ມັນເປັນພາຍຸຫົວໃຫຍ່ພັດຜ່ານທາງຕາເວັນຕົກຂອງມະຫາສະ
ໝຸດແອັດລັງຕິກ ຊຶ່ງມີທ່າທາງວ່າຈະພັດເຂົ້າຝັ່ງຂອງແຜ່ນດິນໃຫຍ່ຫລາຍຂຶ້ນເລື້ອຍໆ ຢູ່ລຽບທະເລທາງຕາເວັນອອກຂອງສະຫະລັດ ໃນອາທິດນີ້.

ສູນກາງເຮີຣິເຄນແຫ່ງຊາດຄາດວ່າ ພາຍຸເຮີຣິເຄນຟລໍເຣັນສ໌ຈະພັດຜ່ານໄປລະຫວ່າງ
ກາງຂອງເກາະເບີມູດາ ແລະບາຮາມັສ ໃນວັນອັງຄານມື້ອື່ນ ແລະວັນພຸດມື້ຮືນີ້ ແລ້ວກໍ
ຈະໄປເຖິງລັດຄາໂຣລາຍນາເໜືອ ແລະຄາໂຣລາຍນາໃຕ້ຂອງສະຫະລັດໃນຕອນບ່າຍ
ຂອງວັນພະຫັດຈົນໄປເຖິງວັນສຸກຈະມາຮອດນີ້.

ເມື່ອມັນມາເຖິງແຜ່ນດິນໃຫຍ່ຂອງສະຫະລັດ, ສູນກາງ NHC ເວົ້າວ່າ ພາຍຸຟລໍເຣັນສ໌
ຈະເພີ້ມຄວາມແຮງຂຶ້ນໄປ "ກາຍເປັນພາຍຸເຮີຣິເຄນທີ່ໃຫຍ່ ແລະອັນ ຕະລາຍ."

ພວກພະຍາກອນອາກາດເວົ້າໃນວັນຈັນມື້ນີ້ອີກວ່າ ພວກເຂົາເຈົ້າຄາດວ່າ ພາຍຸຟລໍ
ເຣັນສ໌ ຈະກາຍເປັນພາຍຸເຮີຣິເຄນທີ່ໃຫຍ່ "ໃນໄວໆນີ້," ໝາຍຄວາມວ່າ ມັນຈະຖືກ
ບັນທຶກວ່າ ເປັນລົມພາຍຸປະເພດ 3 ຢູ່ໃນລະບົບວັດແທກຊັບເຟີ ຊິມຊັນ (Saffir-
Simpson) ທີ່ໃຊ້ວັດຄວາມແຮງຂອງພາຍຸເຮີຣິເຄນ.

ຕົກມາຮອດຕອນເຊົ້າຂອງວັນຈັນມື້ນີ້ ພາຍຸດັ່ງກ່າວໄດ້ຮັກສາຄວາມແຮງຂອງລົມໄວ້
ໃນລະດັບ 165 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຖືກບັນທຶກວ່າ ເປັນພາຍຸປະເພດ 2.

ລັດເວີຈີເນຍ, ລັດຄາໂຣລາຍນາເໜືອ ແລະໃຕ້ ໄດ້ປະກາດພາວະສຸກເສີນແລ້ວ ຢູ່ລັດ
ດັ່ງກ່າວ ແລະພວກເຈົ້າໜ້າທີ່ຢູ່ໃນລັດທາງເໜືອຂຶ້ນໄປຈົນເຖິງລັດນິວເຈີຊີ ກໍາລັງເຕືອນ
ປະຊາຊົນທີ່ອາໄສຢູ່ລຽບຕາມຝັ່ງທະເລ ໃຫ້ລະວັງໄພ ລວມທັງການທີ່ອາດຈະມີນໍ້າຖ້ວມ ຍ້ອນຝົນຕົກໜັກເຂົ້າໄປໃນເນື້ອທີ່ທາງໃນແຜ່ນດິນໃຫຍ່ອີກກໍເປັນໄດ້.

ໃນຂະນະທີ່ພາຍຸເຮີຣິເຄນຟລໍເຣັນສ໌ ຄາດວ່າ ຈະເຂົ້າຖະຫລົ່ມແຜ່ນດິນໃຫຍ່ ກໍຍັງມີພາຍຸ
ໄອເຊັກສ໌ອີກ ທີ່ຄາດວ່າຈະພັດຜ່ານເຂດ ແລສເຊ ອັງຕີເຢີ (Lesser Antilles) ແລະໄປ
ສູ່ພາກຕາເວັນອອກຂອງທະເລຄາຣິບຽນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG