ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປົກຄອງລັດ ຄາໂຣໄລນາເໜືອ ເຕືອນປະຊາຊົນ ໃຫ້ຕື່ນຕົວ ລະວັງນໍ້າຖ້ວມ ກະທັນຫັນ


Afghanistan Civil Society Representative Heda Khamoush holds up photos of women's rights activists recently detained in Afghanistan, during a meeting with Afghan Taliban members at the Soria Moria hotel in Oslo, Norway.
Afghanistan Civil Society Representative Heda Khamoush holds up photos of women's rights activists recently detained in Afghanistan, during a meeting with Afghan Taliban members at the Soria Moria hotel in Oslo, Norway.

ຜູ້ປົກຄອງລັດ ຄາໂຣໄລນາເໜືອ ທ່ານ ຣອຍ ຄູເປີ ກ່າວວ່າ ຄວາມສ່ຽງຕໍ່ຊີວິດ ແມ່ນ
“ກຳລັງເພີ່ມຂຶ້ນຍ້ອນນໍ້າທີ່ໄຫຼແຮງ” ຈາກນໍ້າຝົນ ທີ່ຕົກລົງມາ ຂອງພາຍຸເຮີຣິເຄນ ຟລໍ
ເຣັນສ໌ ໃນທົ່ວລັດດັ່ງກ່າວ.

ທ່ານ ຄູເປີ ໄດ້ເຕືອນປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ໃນລະຫວ່າງກອງປະຊຸມຖະ
ແຫຼງຂ່າວໃນວັນອາທິດວານນີ້ວ່າ “ບໍ່ວ່າພວກທ່ານຈະອາໄສຢູ່ບ່ອນໃດກໍຕາມໃນລັດ
ຄາໂຣໄລນາເໜືອ, ພວກທ່ານຕ້ອງມີສະຕິລະວັງຕົວຕໍ່ນໍ້າຖ້ວມກະທັນ ຫັນ. ຕ້ອງເອົາ
ໃຈໃສ່ຕໍ່ການເຕືອນກ່ຽວກັບສະພາບອາກາດ ແລະ ກຽມພ້ອມທີ່ຈະໄປຫາບ່ອນທີ່ປອດ
ໄພ ຖ້າທ່ານຖືກບອກໃຫ້ອົບພະຍົບ.”

ພາຍຸເຮີຣິເຄນ ຟລໍເຣັນສ໌ ຕອນນີ້ ໄດ້ກາຍມາເປັນພາຍຸຄວາມກົດອາກາດຕໍ່າແລ້ວ,
ແຕ່ຍັງສືບຕໍ່ເທຝົນລົງມາ ໃນຫຼາຍໆພາກສ່ວນ ຂອງພາກຕາເວັນອອກສຽງໃຕ້ຂອງ
ສະຫະລັດ ໃນຂະນະທີ່ມັນຄ່ອຍໆເຄື່ອນໄປສູ່ກາງມະຫາສະໝຸດ ແອັດແລນຕິກ.

ບາງພາກສ່ວນຂອງລັດ ຄາໂຣໄລນາເໜືອ ແມ່ນໄດ້ຮັບນໍ້າຝົນສູງປະມານ 100 ຊັງຕີ
ແມັດແລ້ວ, ໃນຂະນະທີ່ລະດັບນໍ້າຝົນສະເລ່ຍ ສູງເຖິງ 50 ຊັງຕີແມັດແມ່ນໄດ້ຖືກ
ລາຍງານໃນທົ່ວບໍລິເວນທີ່ກວ້າງ. ນັກພະຍາກອນອາກາດຄາດວ່າ ຝົນອີກ 5 ຫາ 12
ຊັງຕີແມັດຈະຕົກລົງມາ ໃນຂະນະທີ່ພາຍຸໄດ້ເຄື່ອນຈາກສອງລັດຄາໂຣໄລນາ ຂຶ້ນໄປ
ພາກໃຕ້ຂອງເຂດ ນິວ ອິງແລັນ ໃນສອງສາມວັນທີ່ຈະມາເຖິງນີ້.

ຝົນທັງໝົດນັ້ນ ແມ່ນກຳລັງເຮັດໃຫ້ສາຍນໍ້າ ແລະ ແມ່ນໍ້າທັງຫຼາຍຍື່ງຂຶ້ນ ແລະ ໄດ້
ສ້າງສິ່ງທີ່ສູນກາງພາຍຸເຮີຣິເຄນແຫ່ງຊາດເອີ້ນວ່າ “ແມ່ນໍ້າຖ້ວມທີ່ຍືດເຍື້ອ.”

ມີປະຊາຊົນຢ່າງໜ້ອຍ 17 ຄົນໄດ້ເສຍຊີວິດ. ທົ່ວເມືອງ ແລະ ຕົວເມືອງທັງຫຼາຍ ແມ່ນ
ໄດ້ຖືກຕັດຂາດກັນໂດຍນໍ້າຖ້ວມ. ທາງຫຼວງທີ່ສຳຄັນຫຼາຍສາຍໄດ້ຖືກນໍ້າຖ້ວມ ແລະ
ເຮືອນຊານຫຼາຍກວ່າ 700,000 ຫຼັງບໍ່ມີໄຟຟ້າໃຊ້.

ຜູ້ບໍລິຫານອົງການຈັດການເຫດສຸກເສີນລັດຖະບານກາງ ທ່ານ ບຣັອກ ລອງ ໄດ້ກ່າວ
ຕໍ່ໂທລະພາບ ຟອກສ໌ ໃນວັນອາທິດວານນີ້ວ່າ “ໄພພິບັດນີ້ ຈະແກ່ຍາວ ແລະ ເປັນອຸ
ປະສັກ” ໃຫ້ແກ່ຜູ້ທີ່ໄດ້ສູນເສຍເຮືອນຂອງເຂົາເຈົ້າ ຫຼື ປະເຊີນໜ້າກັບຄວາມເສຍຫາຍ
ໃນເວລາທີ່ພວກເຂົາເຈົ້າສາມາດກັບຄືນສູ່ບ້ານໃນທີ່ສຸດ.

ເຂົາເຈົ້າກ່າວວ່າ ພາຍຸຈະສືບຕໍ່ “ເຮັດໃຫ້ຝົນຕົກໜັກ ແລະ ຫຼາຍເກີນປົກກະຕິ,” ສ້າງ
ອັນຕະລາຍໃຫ້ແກ່ເມືອງ ແລະ ຕົວເມືອງຕ່າງໆທີ່ຕັ້ງຢູ່ທາງຜ່ານຂອງມັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Officials Warn Weakened Storm Could Become Even More Dangerous
please wait

No media source currently available

0:00 0:02:28 0:00

XS
SM
MD
LG