ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸ ຟລໍເຣັນສ໌ ​ປະ​ທະ​ຂົງ​ເຂດ ​ພາກ​ຕາ​ເວັນ​ອອກ ​ສຽງ​ເໜືອ​ ຂອງສະ​ຫະ​ລັດ ຍັງ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​


Robot Test JPG hi seas tour 01.jpg 2022-01-26 10:59:54
Robot Test JPG hi seas tour 01.jpg 2022-01-26 10:59:54

ລະ​ບົບ​ລົມພາຍຸທີ່​ໄດ້ພັດ​ເຂົ້າປະ​ທະຫຼາຍໆ​ລັດ​ທາງ​ພ​າກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລະຕາມ
​ແຄມ​ຝັ່ງ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດຊຶ່ງ​ແມ່ນ​ພາ​ຍຸ​ຟ​ລໍເຣັນສ໌ ທີ່​ໃນ​ຂະ​ນະ​ນີ້
ແມ່ນ​ຂົງ​ເຂດ​ທີ່ປຽກ​ຊຸ່ມໃນ​ພາກຕາ​ເວັນ​ອອກ​ສຽງ​ເໜືອ ດ້ວຍ​ຝົນ​ຕົກ​ໜັກ ໃນ​ຂະ​ນະ​ທີ່
​ພ​ວກ​ພະ​ຍາ​ກອນ​ອາ​ກາດ ໄດ້​ເຕືອນ​ເຖິງ ການ​ຂົ່ມ​ຂູ່​ທີ່​ອາດ​ມີ​ນ້ຳ​ຖ້ວມ.

ການເຕືອນ​ໃຫ້ສິ້ງຊອມ​ເບິ່ງນ້ຳ​ຖ້ວ​ມ ທີ່​ໄດ້​ອອກເຕືອນ​ໃນ​ລັດ​ເວີ​ຈີ​ເນຍ ໄປ​ຈົນ​ເຖິງ​ລັດ
​ເວີ​ມັນ ແລະ​ລັດນິວແຮມເຊີ ​ຈົນ​ຮອດ​ວັນ​ອັງ​ຄານ​ມື້​ນີ້.

ພວກ​ທີ່​ກຳ​ກັບ​ໄພ​ນ້ຳ​ຖ້ວມ​ໃນ​ລັດ ຄາໂຣໄລນາເໜືອ ບ່ອນ​ທີ່​ພາ​ຍຸ​ຟ​ລໍເຣັນສ໌ ໄດ້ພັດ​ເຂົ້າ​
ປະ​ທະ ທີ່​ຖື​ວ່າ​ເປັນ​ພາ​ຍຸ​ປະ​ເພດ 1 ໃນ​ສັບ​ປະ​ດາແ​ລ້ວ​ນີ້ ໄດ້​ມີ​ຝົນ​ຕົກ​ເຖິງ 90 ຊັງ​ຕີ​ແມັດ
ແລະ​ຍັງ​ໄດ້​ສືບ​ຕໍ່​ຕົກ​ລົງ​ມາ​ໃນ​ອີກ​ຫຼາຍໆ​ມື້.

Florence Death Toll Rises
please wait

No media source currently available

0:00 0:02:13 0:00

​ເຈົ້​າຄອງ​ລັດ ຄາໂຣໄລນາເໜືອ ທ່ານ​ຣອຍ ຄູບ​ເປີ ໄດ້​ກ່າວ​ໃນ​ວັນ​ຈັນ ວານ​ນີ້ ມີ​ຖະ​ນົນ​
ຫົນທາງຫຼາຍເສັ້ນ ​ທີີ່​ຍັງ​ຂັບ​ຜ່ານ​ບໍ່​ໄດ້ ໃນ​ຂົງ​ເຂດ​ທີ່​ຖືກ​ກະ​ທົບ​ຢ່າງ​ແຮງ​ ໃນ​ພາກ​ຕາ​ເວັນ​
ອອກ​ຂອງ​ລັດ ແລະທ່ານ​ໄດ້ຮຽກ​ຮ້ອງ​ໃຫ້​ພວກ​ຜູ້​ຄົນ​ຫຼີ​ກເວັ້ນ ບໍ່ໃຫ້​ເຂົ້າອອກ​ໄປ​ຂ້າງນອກ
ຖ້າ​ຫາກ​ບໍ່​ມີ​ເຫດຈຳ​ເປັນ​ແທ້ໆ ໃນ​ຂະ​ນະ​ທີ່​ພວກ​ກູ້​ໄພສຸກ​ເສີນ ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພວກ​
ເຂົາ​ເຈົ້າ.

“ພວກ​ເຮົາ​ແມ່ນ​ໄດ້​ຕຽມ​ພ້ອມສຳ​ຫຼັບ​ພະ​ຍຸ​ນີ້ ແລະ​ໃຫ້​ດຳ​ລົງ​ຊີ​ວິດ​ສືບ​ຕໍ່​ພາຍຸ​ຟ​ລໍ​ເຣັນສ໌
ມາ​ໄດ້​ຫຼາຍກວ່າ ນຶ່ງສັບ​ປະ​ດາແລ້ວ, ແຕ່​ວ່າ ມັນ​ຍັງ​ຖືກວ່າ​ເປັນ​ເຂດ​ໄພ​ພິ​ບັດ​ທີ່​ຮ້າຍ​
ແຮງ​ຢູ່ ທີ່​ກະ​ທົບ​ຕໍ່ຢ່າງ​ຫຼວງ​ຫຼາຍໃນ​ລັດ​ຂອງ​ພວກ​ເຮົາ. ອີກ 2-3 ມື້ ຕໍ່​ໜ້າ​ນີ້ ຈະ​ເປັນ​
ມື້​ທີ່​ຍາວ​ນານ ໃນ​ຂະ​ນະ​ທີ່​ຝົນ​ຍັງ​ສືບ​ຕໍ່​ຕົກ​ລົງ​ມາ​ອີກ,”
ຊຶ່ງ​ທ່ານ​ຄູ​ເປີ​ຣ໌ ໄດ້​ກ່າວ​ໄວ້.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

​ເຈົ້​າຄອງ​ລັດ ຄາໂຣໄລນາເໜືອ ທ່ານ​ຣອຍ ຄູບ​ເປີ ຖ່າຍ​ຮູບ​ເມືອງ​ຮິ​ລ​ໂບ​ໂຣ, ລັດຄາໂຣໄລນາເໜືອ ​ໃນ​ເດືອນ​ເມ​ສາ 2018, ທີ່​ທ່ານ​ໄດ້ປະ​ກາດ​ສະ​ພ​າວະສຸກ​ເສີນ, 7 ກັນ​ຍາ 2018.
​ເຈົ້​າຄອງ​ລັດ ຄາໂຣໄລນາເໜືອ ທ່ານ​ຣອຍ ຄູບ​ເປີ ຖ່າຍ​ຮູບ​ເມືອງ​ຮິ​ລ​ໂບ​ໂຣ, ລັດຄາໂຣໄລນາເໜືອ ​ໃນ​ເດືອນ​ເມ​ສາ 2018, ທີ່​ທ່ານ​ໄດ້ປະ​ກາດ​ສະ​ພ​າວະສຸກ​ເສີນ, 7 ກັນ​ຍາ 2018.

XS
SM
MD
LG