ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ພາຍຸເຮີຣີເຄນຟີໂອນາ ໄດ້ພັດເຂົ້າຖະຫຼົ່ມສາທາລະນະໂດມີນິກັນ ລຸນຫຼັງໄດ້ສ້າງຄວາມເສຍຫາຍທີ່ເປັນ 'ໄພພິບັດ' ໃນເປີໂຕຣິໂກ


ເຮືອນຫຼັງນຶ່ງທີ່ຈົມ​ຢູ່ ຍ້ອນ​ຖືກນໍ້າຖ້ວມ ເນື່ອງຈາກພາຍຸເຮີຣີເຄນຟີໂອນາ ພັດຖະຫຼົ່ມເຂົ້າໃສ່ເມືອງ ຄາເຢ, ເປີໂຕຣິໂກ, ວັນທີ 18 ກັນຍາ 2022.

ພາຍຸເຮີຣີເຄນ ຟີໂອນາ (Fiona) ໄດ້ພັດເຂົ້າຖະ​ຫຼົ່ມປະເທດສາທາລະນະໂດມີນິກັນ ໃນວັນຈັນວານນີ້ ລຸນຫຼັງທີ່ໄດ້ເຮັດໄຟຟ້າທົ່ວເປີໂຕຣິໂກ ເຊິ່ງເປັນດິນ​ແດນຂອງສະຫະລັດ ມອດລົງ, ໂດຍຜູ້​ປົກ​ຄອງ​ເກາະ​ດັ່ງ​ກ່າວໄດ້ລະບຸວ່າ ເປັນ “ໄພພິບັດທີ່ຮ້າຍແຮງ.”

ຍັງບໍ່ມີລາຍງານກ່ຽວກັບຜູ້ເສຍຊີວິດໃດໆ, ແຕ່ຫຼາຍຄົນໄດ້ຮັບຜົນກະທົບຈາກການບໍ່ມີນໍ້າສະອາດໃຊ້ຢູ່ໃນເປີໂຕຣິໂກ. ຂອບເຂດຂອງຄວາມເສຍຫາຍຈາກລົມທີ່ພັດເຂົ້າ​ຖະ​ຫຼົ່ມ ແລະຝົນຕົກໜັກທີ່ຮຸນແຮງ ຍັງບໍ່ໄດ້ຮັບການປະເມີນໃດໆເທື່ອ.

ໜ່ວຍງານບໍລິການສະພາບອາກາດແຫ່ງຊາດສະຫະລັດຂອງເກາະແຫ່ງນີ້ເປີດ ເຜີຍວ່າ ນໍ້າຖ້ວມຢ່າງໄວວາ ກໍາລັງເກີດຂຶ້ນຢູ່ທາງພາກກາງ​ຕອນໃຕ້ ຂອງເປີໂຕຣິໂກ, ໂດຍໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ໃນຂົງເຂດດັ່ງກ່າວຈົ່ງຍ້າຍຂຶ້ນໄປຢູ່ໃນບ່ອນທີ່ສູງກວ່າທັນທີ, ເຊິ່ງຝົນທີ່ຕົກລົງມານັ້ນ ອາດຈະເຮັດໃຫ້ບາງພື້ນທີ່ມີນໍ້າສູງຂຶ້ນຮອດ 56 ຊັງຕີແມັດ, ແລະບໍລິເວນອື່ນໆມີຄວາມສູງຮອດ 38 ຊັງຕີແມັດ ໂດຍຄາດການໄວ້ວ່າ ເຖິງແມ່ນພາຍຸດັ່ງກ່າວຈະເຄື່ອນຍ້າຍອອກໄປແລ້ວກໍຕາມ.

Hurricane Fiona Swamps Puerto Rico, Knocking Out Power to Island
please wait

No media source currently available

0:00 0:00:47 0:00

ເຈົ້າໜ້າທີ່ຍັງໄດ້ຄາດການວ່າ ປະລິມານນໍ້າຝົນທີ່ຕົກລົງມາ ຢູ່ທາງພາກເໜືອຂອງສາທາລະນະລັດໂດມີນິກັນ ຈູສູງຮອດ 38 ຊັງຕີແມັດ, ແລະເຕືອນໃຫ້ທຸກໆຄົນຈົ່ງພາກັນຢູ່ເຮືອນ ບໍ່ໃຫ້ອອກໄປເຮັດວຽກ. ທ່າກໍາປັ່ນກໍ່ຖືກປິດ ແລະຫາດຊາຍຫຼາຍແຫ່ງ ກໍບໍ່ອານຸຍາດໃຫ້ເຂົ້າໄປ.

ສູນກາງພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດຢູ່ໄມອາມີ ກ່າວວ່າ “ຝົນທີ່ຕົກຮຸນແຮງ ແລະໜັກນ່ວງຈາກພາຍຸຟີໂອນາ ຈະຍັງຄົງເປັນໄພຄຸກຄາມຕໍ່ຊີວິດ, ແລະຍັງຄົງເປັນໄພນໍ້າຖ້ວມ ພ້ອມຂີ້ຕົມເຈື່ອນ ແລະດິນຖະຫຼົ່ມໄປທົ່ວບໍລິເວນເກາະເປີໂຕຣິໂກ” ຈົນຮອດຕອນແລງຂອງວັນຈັນວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG