ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພາ​ຍຸເຮີ​ຣິ​ເຄນ ໂດ​ຣຽນ ເຄື່ອນ​ກາຍ​ເກາະ ເປີ​ໂຕ ຣີ​ໂກ, ມຸ່ງ​ໜ້າ​ສູ່​ລັດ ຟ​ລໍ​ຣິ​ດາ


ເຈົ້າ​ໜ້າ​ທີ່​ສູນ​ພາ​ວະ​ສຸກ​ເສີນ ຢືນ​ຢູ່​ທາງ​ຂ້າງ​ໂທ​ລະ​ພາບ​ໜ່ວຍ​ນຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ພະ​ຍາ​ກອນ​ອາ​ກາດ​ຂອງ ພາ​ຍຸ​ເຂດ​ຮ້ອນ ໂດ​ຣຽນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລໍ​ຖ້າ​ການ​ເຄື່ອນ​ມາ​ຮອດ, ໃນ​ເມືອງ ເຊ​ບາ, ເກາະ​ເປີ​ໂຕ ຣີ​ໂກ. 28 ສິງ​ຫາ, 2019.
ເຈົ້າ​ໜ້າ​ທີ່​ສູນ​ພາ​ວະ​ສຸກ​ເສີນ ຢືນ​ຢູ່​ທາງ​ຂ້າງ​ໂທ​ລະ​ພາບ​ໜ່ວຍ​ນຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ພະ​ຍາ​ກອນ​ອາ​ກາດ​ຂອງ ພາ​ຍຸ​ເຂດ​ຮ້ອນ ໂດ​ຣຽນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລໍ​ຖ້າ​ການ​ເຄື່ອນ​ມາ​ຮອດ, ໃນ​ເມືອງ ເຊ​ບາ, ເກາະ​ເປີ​ໂຕ ຣີ​ໂກ. 28 ສິງ​ຫາ, 2019.

ປະ​ຊາ​ຊົນ ເປີ​ໂຕ ຣີ​ໂກ ໄດ້​ພາ​ກັນ​ຖອນ​ຫາຍ​ໃຈ​ໃຫຍ່ ຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຽນ ໄດ້​
ເຄື່ອນກາຍເກາະທີ່ເປັນເຂດແດນຂອງສະຫະລັດນັ້ນ, ແຕ່ຕອນນີ້ມັນກຳລັງມຸ່ງໜ້າໄປ
ລັດ ຟລໍຣິດາ.

ພາ​ຍຸ ໂດ​ຣຽນ ໄດ້​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ ແລະ ໄຟ​ຟ້າ​ມອດ​ຢູ່​ບາງ​ບ່ອນ​ໃນ​ເກາະ​ສອງ​
ແຫ່ງຂອງ ເປີໂຕ ຣີໂກ, ແຕ່ໄດ້ລະເວັ້ນເຂດແດນດັ່ງກ່າວທັງໝົດຈາກຄວາມເສຍຫາຍ
ຄັ້ງໃຫຍ່.

ການ​ຕິດ​ຕາມ ແລະ ເຕືອນທຸກ​ຢ່າງ ກ່ຽວ​ກັບ ພາ​ຍຸ​ເຮ​ຣີ​ເຄນ ແລະ ພະ​ຍຸ​ເຂດ​ຮ້ອນ​ສຳ​ລັບ​
ເກາະ ເປີໂຕ ຣີໂກ ແລະ ໃນທົ່ວພາກພື້ນ ຄາຣີບຽນ ແມ່ນໄດ້ສິ້ນສຸດລົງແລ້ວ.

ພາ​ຍຸ ໂດ​ຣຽນ ແມ່ນ​ພາ​ຍຸ​ເຮີ​ຣິ​ເຄນ​ລະ​ດັບ​ 1 ພ້ອມ​ກັບ​ລົມ​ພັດ​ແຮງ 130 ກິ​ໂລ​ແມັດ​ຕໍ່​ຊົ່ວ
ໂມງ.

ຫຼາຍ​ພາກ​ສ່ວນ​ຂອງ​ເກາະ​ເປີ​ໂຕ ຣີ​ໂກ ແມ່​ນຍັງ​ບໍ່​ໄດ້​ຟື້ນ​ຕົວ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ມາ​ເຣຍ,
ເຊິ່ງໄດ້ທຳລາຍເກາະດັ່ງກ່າວໃນປີ 2017, ສັງຫານປະມານ 3,000 ຄົນ.

ເຮືອນຫຼາຍ​ພັນຫຼັງ​ແມ່ນ​ຍັງ​ບໍ່​ມີຫຼັງ​ຄາ ແລະ ຖະ​ໜົນຫຼາຍ​ກິ​ໂລ​ແມັດ​ແມ່​ນ​ຍັງ​ແຕກ​ຫັກ.

ໃນ​ຂະ​ນະ​ດຽວ​ກັນ, ຜູ້​ປົກ​ຄອງລັດ ທ່ານ ຣອນ ເດ​ແຊນ​ຕິ​ສ ໄດ້​ປະ​ກາດ​ພາວະ​ສຸກ​ເສີນ​
ໃນລັດ ຟລໍຣິດາ, ເຊິ່ງກຳລັງກຽມພ້ອມສຳລັບສິ່ງທີ່ບັນດານັກພະຍາກອນອາກາດເວົ້າ
ວ່າ ຈະເປັນເຮີຣິເຄນ ດໍຣຽນ ທີ່ຮຸນແຮງ ແລະ ອັນຕະລາຍ.

ສູນ​ພາ​ຍຸ​ເຮີ​ຣິ​ເຄນແຫ່ງ​ຊາດ ໃນ​ນະ​ຄອນ​ ໄມ​ອາ​ມີ ໄດ້​ກ່າວ​ວ່າ ພາ​ຍຸ​ດັ່ງ​ກ່າວ​ອາດ​ພັດ​
ເຂົ້າໄວສຸດໃນທ້າຍອາທິດນີ້ ດັ່ງກັບພາຍຸເຮີີຣິເຄນ ລະດັບ 3.

ບັນ​ດາ​ເຈົ້າ​ໜ້າ​ທີ່ໆ​ຢູ່​ເທິງ​ ແລະ ລຸ່ມ​ຂອງ​ເຂດ​ຊາຍ​ຝັ່ງ ໄດ້​ເຕືອນ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ
ທ້ອງຖິ່ນ ໃຫ້ກຽມພ້ອມດ້ວຍເປົາດິນຊາຍ ແລະ ອາຫານ ກັບ ນ້ຳໃຫ້ພຽງພໍ.

ທ່ານ​ ເດ​ແຊນ​ຕິ​ສ ໄດ້​ຂຽນ​ໃນ​ທວິດ​ເຕີ​ໃນ​ວັນ​ພຸດ​ວານນີ້​ວ່າ “ປະ​ຊາ​ຊົນ ຟ​ລໍ​ຣິ​ດາ ທຸກ​ຄົນ​
ທີ່ຢູ່ຊາຍຝັ່ງກ້ຳຕາເວັນອອກ ຄວນມີສະບຽງກຸ້ມ 7 ວັນ, ກະກຽມເຮືອນຂອງເຂົາເຈົ້າ ແລະ
ຕິດຕາມການຊີ້ນຳຢ່າງໃກ້ຊິດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG