ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮີຣິເຄນ Joaquin ຊຶ່ງເປັນພາຍຸ ແຮງລະດັບ 4 ຖະຫລົ່ມ ເກາະບາຮາມັສ


ທ້າວ Perry Williams 47 ປີ (ຊ້າຍ) ແລະ ທ້າວ Alaric Nixon 28 ປີ ຫາມແຜ່ນໄມ້ອັດ ປິດປ່ອງຢ້ຽມກະຈົກ ຕຽມການມາເຖິງຂອງ ພະຍຸ Joaquin ທີ່ ເມຶອງ Nassau ເກາະ Bahamas, ວັນພະຫັດ, ຕຸລາ. 1, 2015.
ທ້າວ Perry Williams 47 ປີ (ຊ້າຍ) ແລະ ທ້າວ Alaric Nixon 28 ປີ ຫາມແຜ່ນໄມ້ອັດ ປິດປ່ອງຢ້ຽມກະຈົກ ຕຽມການມາເຖິງຂອງ ພະຍຸ Joaquin ທີ່ ເມຶອງ Nassau ເກາະ Bahamas, ວັນພະຫັດ, ຕຸລາ. 1, 2015.

ເຮີຣິເຄນ Joaquin ກຳລັງ​ເຮັດໃຫ້​ເກີດ​ນຳ້ຖ້ວມ ຢູ່ໃນບາງເຂດ
​ທີ່​ມີຜູ້​ຄົນ​ຢູ່ບໍ່​ຫລາຍ ເທິງ​ເກາະ Bahamas ​ໃນຂະນະ​ທີ່ລົມພາ
ຍຸຮ້າຍ​ແຮງລະດັບ 4 ​ແລະ​ອາດ​ຈະ​ເພີ້​ມຄວາມແຮງຂື້ນ​ຕື່ມຫົວນີ້
ພັດເຂົ້າຖະຫຼົ່ມ ​ອີງ​ຕາມສູນ​ກາງ​ເຮີຣິເຄນແຫ່ງ​ຊາດ ຂອງ
ສະຫະລັດ.

ເຮີຣິເຄນ Joaquin ກຳລັງ​ເຄື່ອນ​ຍ້າຍໃນ​ຄວາມໄວ​ພຽງ​ແຕ່ຫົກ
​ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ ​ໃນ​ຂະນະ​ທີ່ພັດ​ຜ່ານ​ໝູ່​ເກາະ Bahamas
ດ້ວຍລົມແຮງ​ ເຖິງ 215 ກິ​ໂລ​ແມັດ​ ຕໍ່​ຊົ່ວ​ໂມງ​ ແລະ​ຄວາມ​ແຮງ
​ຂອງລົມຈາກໃຈກາງພາຍຸ​ແມ່ນ 80 ກິ​ໂລແມັດ.

ສູ​ນກາງ​ເຮີຣິເຄນແຫ່ງ​ຊາດ​ ກ່າວ​ວ່າ ລົມພາຍຸຫົວນີ້ຄາດ​ວ່າ​ຈະ​ເພີ້​ມຄວາມໄວ​ຂື້ນ ​ແລະ
​ໜ້າໄປ​ສູ່​ພາກ​ເໜືອ​ຂອງສະຫະລັດ ​ໃນ​ມື້​ອື່ນ​ ຫລື​ສອງ​ມື້ຂ້າງໜ້າ​ນີ້. ຄວາມແຮງຂອງລົມ
ແມ່ນເປັນ​ໄປ​ໄດ້​ທີ່ອາດ​ຈະ​ເພີ້​ມຂື້ນ​ຕື່ມ ​ໃນ​ວັນ​ສຸກ​ມື້​ນີ້.

ນີ້​ເປັນ​ເຮີຣິເຄນຫົວທີ 3 ​ຈາກມະຫາ​ສະມຸດ Atlantic ຂອງ​ປີ 2015.

ບັນດາ​ນັກ​ພະຍາກອນ​ອາກາດ ທຳນາຍ​ວ່າ ຈະ​ພາໃຫ້ມີຄື້ນຟອງ​ທະ​ເລສູງ ລະຫວ່າງ
ແມັດເຄິ່ງ ຫາ 3 ​ແມັດ ຢູ່​ໃນເຂດພາກ​ກາງ​ເກາະ Bahamas ພ້ອມ​ດ້ວຍມີຝົນຕົກໜັກ
ເຖິງ ​51 ຊັງ​ຕີ​ແມັດ ​ຢູ່​ໃນບາງເຂດ.

ທີ່​ເກາະ San Salvador, Cat Island ​ແລະ Rum Cay ​ແມ່ນ​ຄາດ​ວ່າ​ຈະ​ໄດ້ຮັບ​ຜົນ
​ກະທົບ​ຫລາຍ​ທີ່​ສຸດ ກ່ອນ​ທີ່​ລົມພາຍຸຈະ​ມຸ້ງໜ້າໄປ​ທາງ​ພາກ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ ຢູ່​ຕາມລັດຕ່າງໆ​ເລາະ​ລຽບຝັ່ງ​ທະ​ເລ​ທາງກ້ຳຕາ​ເວັນ​ອອກ
​ໄດ້​ເລີ້ມ​ກະກຽມ​ການ​ມາ​ເຖິງ​ຂອງ​ເຮີຣິເຄນຫົວນີ້ ທີ່​ອາດເຄື່ອນ​ຍ້າຍຂຶ້ນບົກໃນ​ຕົ້ນ​ອາ
ທິດ​ໜ້າ​ນີ້ ​ເກືອບສາມ​ປີ​ຫລັງ​ຈາກລົມພາຍຸ​ຍັກ​ Sandy ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ຢູ່ທີ່
ລັດ New York ​ແລະ New Jersey ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຫລາຍກວ່າ 120 ຄົນ ​
ແລະ​ສ້າງຄວາມເສຍ​ຫາຍ​ແກ່່​ຊັບສົມບັດ​ປະມານ 70 ພັນ​ລ້ານ​ໂດ​ລາ.

ນອກນັ້ນແລ້ວ ເຮີຣິເຄນຫົວນີ້ ອາດ​ຈະ​ມີຜົນກະທົບ ຕໍ່ຖານ​ທັບສະຫະລັດແຫ່ງ​ຕ່າງໆທີ່
ຢູ່​ເລາະ​ລຽບ​ຝັ່ງ​ທະ​ເລລັດ Virginia ພ້ອມ​ດ້ວຍ​ບັນດາຫົວ​ເມືອງ​ທີ່ຕັ້ງ​ຢູ່​ຫ່າງຈາກທະເລ
ຄື ນະຄອນຫລວງວໍ​ຊິງ​ຕັນ ​ນະຄອນ Baltimore ​ແລະນະຄອນ Philadelphia.

Hurricane Joasquin
please wait
Embed

No media source currently available

0:00 0:00:40 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG