ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃນມຸມມອງຂອງ ທ່ານ Huntsman (ວີດີໂອ)


Former US Envoy Says Major Changes Underway in China
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ

Quddus

ທ່ານ Huntsman ເວົ້າວ່າ ທ່ານເຄີຍໄດ້ພົບປະກັບປະທານ
ຊີ ຈີນຜິງ ຫຼາຍຄັ້ງ ເວລາທ່ານຮັບຕໍາແໜ່ງນັກ​ເອກ​ອັກຄະ​ລັດ
ຖະທູດຂອງ ລັດຖະບານທ່ານໂອບາມາ ປະຈໍາກຸງປັກກິ່ງ.

ທ່ານ Huntsman ເວົ້າວ່າ: “ຄວາມຮູ້ສຶກປະທັບໃຈຂອງ
ຂ້າພະເຈົ້ານັ້ນ ກໍຄືທ່ານຊີ ຈີນຜິງ ມີຄວາມຈິງໃຈ ໝັ້ນໃຈ
ໃຫ້ການອະທິບາຍ ແລະສະລຸບຄວາມໄດ້ດີຫຼາຍ ທັງມີ
ຄວາມຮູ້ສຶກທີ່ດີວ່າຈີນຕ້ອງກ້າວໄປໃນທິດທາງໃດ
ແບບວ່າທ່ານ ສາມາດມອງເຫັນ ​ເຫດການໄດ້ດີໃນແງ່
ຂອງສິ່ງທ້າທາຍ ຕ່າງໆທີ່ຈະເກີດຂຶ້ນໃນຂ້າງໜ້ານັ້ນ.”


ແຕ່ອະດີດ​ເອກ​ອັກຄະ​ລັດຖະທູດ Huntsman ເວົ້າອີກວ່າ
ທ່ານຍັງບໍ່ຮູ້ໄດ້ ວ່າ ທ່ານ ຊີ ຈີນຜິງຈະກາຍເປັນນັກປະຕິຮູບ ທີ່ແທ້ຈິງໄດ້ຫຼືບໍ່.

ທ່ານ Huntsman ເວົ້າວ່າ: “ຂ້າພະເຈົ້າຈະລໍຖ້າຟັງເບິ່ງແລະຈະຕັດສິນໃຈຢ່າງໃດ
ໃນພາຍຂ້າງໜ້ານີ້ກ່ຽວກັບເລຶ່ອງນັ້ນ ວ່າທ່ານຊີເປັນຜູ້ມີຄວາມສາມາດ ແລະເຕັມ
ໄປດ້ວຍຄວາມໝັ້ນໃຈທີ່ມີແນວຄິດເລຶ່ອງການປະຕິຮູບ ຢູ່ຕະຫຼອດ ທີ່ຂ້າພະເຈົ້າ
ຄິດວ່າ ຈີນຕ້ອງການໃນຫຼາຍປີຕໍ່ໜ້ານັ້ນຫຼືບໍ່.”


ທ່ານ ໂບ ຊີໄຫຼ ຜູ້ທີ່ຖືກຕັດສິນຈໍາຄຸກຕະຫຼອດຊີວິດ ໃນຄະດີສໍ້ລາດບັງຫຼວງ ກໍເປັນເຈົ້າ
ໜ້າທີ່ລະດັບສູງຈີນອີກຄົນນຶ່ງ ທີ່ທ່ານ Huntsman ເຄີຍໄດ້ພົບປະ ເວລາທ່ານເປັນເອກ
ອັກຄະລັດຖະທູດສະຫະລັດນັ້ນ. ທ່ານ Huntsman ໄດ້ໃຫ້ຄວາມເຊື່ອຖືທ່ານໂບ ຫຼາຍ
ສົມຄວນ ຍ້ອນບົດບາດການນໍາພາຂອງທ່ານ ໃນການບັບປຸງເສດຖະກິດຂອງນະຄອນ
ຈົງຈິງ ທີ່ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງໃນເວລາຕໍ່ມາ ເວລາທ່ານດໍາລົງຕໍາແໜ່ງ
ເປັນ​ຜູ້ນຳພັກຄອມມີວນີສ ​ໃນ​ນະຄອນດັ່ງກ່າວນັ້ນ.

ທ່ານ Huntsman ເວົ້າວ່າ: “ຖ້າເຮົາໄປທ່ຽວຊົມນະຄອນ Chongqing ເຮົາຈະເຫັນ
ວ່າມັນເປັນເຂດເສດຖະກິດທີ່ຈະເຣີນຮຸ່ງເຮືອງ ມີບໍລິສັດລະດັບໃຫຍ່ຂອງອາເມຣິ
ກັນ ຫຼາຍໆບໍລິສັດຢູ່ທີ່ນັ້ນ ຍ້ອນເຫດຜົນທາງເສດ ຖະກິດທີ່ຖືກຕ້ອງເໝາະສົມ
ທັງໝົດ. ແລະແທ້ໆແລ້ວ ກໍແມ່ນທ່ານໂບນີ້ ເວລາທ່ານເປັນເລຂາທິການພັກຢູ່
ທີ່ນັ້ນ ເປັນຜູ້ເຄື່ອນໄຫວນໍາພາ ເປັນ ຜູ້ກະຕຸກຊຸກຍູ້ ໃຫ້ເກີດສິ່ງທີ່ດີໆທັງໝົດນັ້ນ
ຂຶ້ນມາ.”


ບໍ່ວ່າທ່ານໂບ ຈະຮັບໃຊ້ໂທດຈໍາຄຸກໄປຕະຫຼອດຊີວິດ ຫຼືຈະໂຜ່ໂຕຄືນມາສູ່ ເວທີການ
ເມືອງຈີນໄດ້ອີກຫຼືບໍ່ນັ້ນ ກໍຍັງເປັນເລຶ່ອງບໍ່ແນ່ນອນ ແຕ່ສິ່ງທີ່ແນ່ນອນທີ່ສຸດ ກໍຄືວ່າ ການ
ປ່ຽນແປງໃນຈີນຈະບໍ່ຢຸດຍັ້ງ.

ທ່ານ Huntsman ກ່າວໃຫ້ຄວາມເຫັນຕໍ່ໄປວ່າ: “ການປ່ຽນແປງຕ່າງໆ ນັ້ນແມ່ນຢູ່
ໃນກະແສລົມ ແລະທ່ານ ຊີ ຈີນຜິງ ໃນຖານະເປັນຜູ້ນໍາສູງສຸດຂອງຈີນແລ້ວ ທ່ານ
ຕ້ອງຮັບຮູ້ກະແສລົມເຫຼົ່ານັ້ນ ແລະທ່ານຈະຕ້ອງປັບຕົວ ເຂົ້າກັບທິດທາງລົມໃຫ້
ຖືກຕ້ອງເໝາະສົມ ເພື່ອຮອງຮັບກະແສລົມເຫຼົ່ານັ້ນ ຍ້ອນວ່າມັນຈະມາຈາກຫລາຍ
​ທິດ​ທາງ ຫຼືຂໍ້ຄິດເຫັນທີ່ແຕກຕ່າງກັນ ກວ່າສິ່ງທີ່ທ່ານໄດ້ດໍາເນີນການມາເທົ່າເຖິງ
ປັດຈຸບັນນີ້.”


ທ່ານ Huntsman ເວົ້າອີກວ່າ ການປ່ຽນແປງຕ່າງໆຢູ່ໃນປະເທດເພື່ອນບ້ານຂອງຈີນ
ເຊັ່ນມຽນມານັ້ນ ຖືເປັນປັດໄຈສໍາຄັນອີກປະການນຶ່ງ ທີ່ອາດ ສົ່ງຜົນກະທົບຕໍ່ຈີນ ແລະ
ອາດນໍາໄປສູ່ການປະຕິຮູບການເມືອງຂອງຈີນ ໃນອະນາຄົດໄດ້.

ທ່ານ Huntsman ເວົ້າວ່າ: “ເມື່ອໃດກໍຕາມ ທີ່ເຮົາມີລັດທີ່ເປັນປະເທດ ທີ່ຢູ່ວົງນອກ
ຂອງພວກເຮົາ ກ້າວໄປສູ່ການປ່ຽນແປງທີ່ສົມບູນ ມັນກໍພ້ອມທີ່ ຈະກະຕຸ້ນຄວາມ
ສົນໃຈໃນກຸ່ມປະຊາຊົນ ພວກທີ່ອາໄສຢູ່ໃນແຂວງ ຫຼືລັດຖະບານທີ່ໃກ້ຄຽງກັນ
ທີ່ກໍາລັງສິ້ງຊອມເບິ່ງຄວາມກ້າວໜ້າທີ່ເກີດຂຶ້ນຢູ່ ໃນຂົງເຂດນັ້ນ.”


ນອກນີ້ແລ້ວທ່ານ Huntsman ຊຶ່ງເຄີຍເປັນຜູ້ປົກຄອງລັດສັງກັດພັກຣີພັບບລິກັນ ​ໄດ້ລົງ
ສະໝັກເລືອກຕັ້ງ​ແຂ່ງຂັນ​ເອົາຕໍາແໜ່ງປະທານາທິບໍດີສະຫະລັດໃນປີ 2012 ແຕ່ທ່ານ
ກໍບໍ່ໄດ້ຖືກເລືອກເປັນຕົວແທນຜູ້ສະໝັກຂອງພັກ. ປັດຈຸບັນນີ້ ທ່ານ Huntsman ຍັງມີ
ຄວາມຮັກຫອມການເມືອງນັ້ນຢູ່ ແຕ່ທ່ານກໍຮູ້ສຶກວ່າ ພັກຣີພັບບລິກັນ ຕ້ອງໄດ້ປ່ຽນແປງ
ແນວທາງ ຊຶ່ງທ່ານ Huntsman ໄດ້ໃຫ້ຄວາມເຫັນອີກວ່າ:

ຄືຈະຕ້ອງເປັນການປ່ຽນແປງທີ່ມີເນື້ອໃນສໍາຄັນ ໃນວິທີການທີ່ພັກຖືກມອງເຫັນ
ໃນສິ່ງທີ່ຕົນຍຶດໝັ້ນ ໃນສິ່ງທີ່ຕົນເຊື່ອຖື ແລະວິທີການຕີ ຄວາມໝາຍໄດ້ຢ່າງຊັດ
ເຈນຂອງຂໍ້ຄວາມຂອງຕົນທີ່ໃຫ້ໄວ້ນັ້ນ ຄືຢ່າງໜ້ອຍທີ່ສຸດ ກໍແມ່ນວິທີທີ່ຕົນເລີ່ມ
ຕົ້ນ ສ້າງສາຂົວເຊື່ອມໂຍງ ເຂົ້າກັບກຸ່ມປະຊາກອນ ທີ່ຕົນໄດ້ສູນເສຍໄປ ກໍຄື
ພວກຊາວໜຸ່ມ ພວກແມ່ ຍິງ ປະຊາຊົນຊາວອາເມຣິກັນເຊື້ອສາຍອາຟຣິກາ ແລະເຊື້ອສາຍເອເຊຍ ນັ້ນ.”


ທ່ານ Huntsman ໄດ້ຈັດຕັ້ງອົງການນຶ່ງຂຶ້ນມາ ທີ່ມີຊື່ວ່າ No-Labels ຫຼື ບໍ່ມີການຈໍາແນກ
ທີ່ມີວັດຖຸປະສົງເພື່ອສະໜັບສະໜຸນໃນສິ່ງທີ່ທ່ານເອີ້ນ ວ່າ “ການແກ້ໄຂບັນຫາ” ໃນຊີວິດ
ຂອງຄົນທົ່ວໄປ.

ກ່ຽວຂ້ອງກັນ

XS
SM
MD
LG